ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 22 ມິຖຸນາ 2025

  

ເລຂາພັກເມືອງ ເມືອງຫົງສາ ເຄື່ອນໄຫວກວດກາຈຸດທີ່ຕັ້ງບ້ານຈັດສັນໃໝ່ ໃຫ້ປະຊາຊົນບ້ານຄົກແອກ ທີ່ຖືກຜົນກະທົບຈາກເຂື່ອນໄຟຟ້ານ້ຳຂອງ ຈຸດຫຼວງພະບາງ
ເວລາອອກຂ່າວ: 2025-05-20 09:12:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1571 | ຄວາມນິຍົມ:



ໃນວັນທີ 17 ພຶດສະພາ 2025 ນີ້, ທ່ານ ພອນສະຫວັນ ໄຊສົມພັນ ເລຂາພັກເມືອງ ເມືອງຫົງສາ ແຂວງໄຊຍະບູລີ ພ້ອມດ້ວຍຮອງເຈົ້າເມືອງ ແລະ ຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວກວດກາຈຸດທີ່ຕັ້ງບ້ານຈັດສັນໃໝ່ ໃຫ້ປະຊາຊົນບ້ານຄົກແອກ ທີ່ຖືກຜົນກະທົບຈາກເຂື່ອນໄຟຟ້ານ້ຳຂອງ ຈຸດຫຼວງພະບາງ, ໂດຍມີຜູ້ຕາງໜ້າ ບໍລິສັດ ພອນສະຫວັນ ພັດທະນາ ຈຳກັດຜູ້ດຽວ (PVD), ວິຊາການສຳຫຼວດອອກແບບ, ອົງການປົກຄອງບ້ານຄົກແອກ ພ້ອມດ້ວຍປະຊາຊົນທີ່ຈະໄດ້ຍົກຍ້າຍເຂົ້າຮ່ວມ. ການເຄື່ອນໄຫວກວດກາໃນຄັ້ງນີ້ ໄດ້ສຳຫຼວດເບິ່ງຈຸດທີ່ຕັ້ງຂອງຜັງບ້ານໃໝ່ທີ່ຈະຍົກຍ້າຍ ເນື່ອງຈາກໄດ້ຮັບຜົນກະທົບຈາກການສ້າງເຂື່ອນໄຟຟ້ານ້ຳຂອງ ຈຸດຫຼວງພະບາງ ຕາມຂໍ້ມູນເບື້ອງຕົ້ນ ມີຈຳນວນ 13 ຄອບຄົວ. ພ້ອມນີ້, ຍັງຈະໄດ້ປະເມີນລະດັບຄວາມສ່ຽງໃນການຍົກຍ້າຍ ຕາມຂັ້ນຕອນ, ຕາມການລົງພື້ນທີ່ຕົວຈິງ, ຕາມຫຼັກວິຊາການດ້ານການສຳຫຼວດອອກແບບ ແລະ ການພົບປະໂອ້ລົມປະຊາຊົນທີ່ຖືກຜົນກະທົບ ໄດ້ມີຄວາມເອກະພາບກັນໃນການກຳນົດຈຸດຂະຫຍາຍຜັງບ້ານໃໝ່ ທີ່ມີຄວາມເໝາະສົມໃນການພັດທະນາໃນຕໍ່ໜ້າໃຫ້ຄອບຄົວທີ່ຖືກຍົກຍ້າຍ, ປະຊາຊົນ ມີຄວາມເຫັນດີເຫັນພ້ອມໃນການຍົກຍ້າຍໄປບ່ອນໃໝ່ທີ່ຂັ້ນເທິງຈັດສັນໃຫ້ ເພື່ອເຮັດໃຫ້ພື້ນຖານໂຄງລ່າງ ກໍຄືການດຳລົງຊີວິດດີຂຶ້ນກວ່າເກົ່າ, ສ່ວນການຊົດເຊີຍຜົນເສຍຫາຍຕ່າງໆ ຈະໄດ້ປະຕິບັດຕາມລະບຽບການທີ່ວາງອອກ. ນອກນີ້, ຍັງໄດ້ກຳນົດຈຸດຖິ້ມຂີ້ເຫຍື້ອ, ສ່ວນການກໍ່ສ້າງພື້ນຖານໂຄງລ່າງຂອງເຂດຈັດສັນຜັງບ້ານໃໝ່ນີ້ ບໍລິສັດ ຜູ້ພັດທະນາໂຄງການຈະນຳໄປອອກແບບລະອຽດ ແລ້ວຈຶ່ງເອກະພາບກັນກັບທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ຖືກຕ້ອງຕາມມາດຖານເຕັກນິກທີ່ວາງໄວ້. ຂໍ້ມູນຈາກ: ຖວທ ເມືອງຫົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ