
ໜ່ວຍສະຫະພັນແມ່ຍິງ ໂຮງງານ ອ 674 ສ້າງໄດ້ຜົນງານຫຼາຍດ້ານ
ເວລາອອກຂ່າວ: 2025-05-20 09:05:01 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1930 | ຄວາມນິຍົມ:
ສະຫາຍ ພັນໂທ ນາງ ຈອມສີ ບຸດຕະລາດ ຫົວໜ້າໜ່ວຍສະຫະພັນແມ່ຍິງ ໂຮງງານ ອ 674 ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດວຽກງານຂໍ້ແຂ່ງຂັນ 3 ດີ ແລະ
ວຽກງານກອງທຶນ ໃນໄລຍະຜ່ານມາ, ຄະນະພັກ-ຄະນະອຳນວຍການ ຕະຫຼອດຮອດຄະນະບັນຊາທຸກຂັ້ນ ໄດ້ເອົາໃຈໃສ່ຊີ້ນຳສະມາຊິກແມ່ຍິງໃຫ້ມີແນວຄິດການເມືອງໜັກແໜ້ນ, ມີຄຸນສົມບັດສີນທຳປະຕິວັດ, ມີຄວາມສາມັກຄີຮັກແພງ, ຊ່ວຍ
ເຫຼືອເຊິ່ງກັນ ແລະ ກັນ, ຮັກສາໄດ້ມູນເຊື້ອເອກະລັກແມ່ຍິງລາວກໍຄື ບົດບາດແມ່ຍິງໃນກອງທັບ ສາມາດເຮັດສຳເລັດໜ້າທີ່ການເມືອງ ທີ່ຂັ້ນເທິງມອບໝາຍໃຫ້ດ້ວຍໝາກຜົນສູງ. ຄຽງຄູ່ກັນນັ້ນ, ໜ່ວຍສະຫະພັນແມ່ຍິງ ຍັງໄດ້ເອົາໃຈໃສ່ປຸກລະດົມສະມາຊິກເອື້ອຍນ້ອງແມ່ຍິງຂອງຕົນ ເຂົ້າຮ່ວມທຸກຂະບວນການເຄື່ອນ
ໄຫວຂອງກົມກອງເປັນຕົ້ນແມ່ນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີທີ່ສູນກາງສະຫະພັນແມ່ຍິງລາວວາງອອກ ແລະ ຂະບວນການອື່ນໆທີ່ປິ່ນອ້ອມຢ່າງເປັນຂະບວນຟົດຟື້ນ, ຕັ້ງໜ້າປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ແລະ ໄດ້ຮັບຄວາມເຊື້ອໝັ້ນຈາກການຈັດຕັ້ງຂັ້ນເທິງ, ພ້ອມກັນນີ້ກໍໄດ້ສຸມໃສ່ການສ້າງເສດຖະກິດຄອບຄົວເຮັດໃຫ້ຊີວິດການເປັນຢູ່ຂອງເອື້ອຍແມ່ຍິງໄດ້ຮັບການພັດທະນານັບມື້ດີຂຶ້ນ.
ຈາກຜົນງານດັ່ງນັ້ນ ສາມາດ ຄັດເລືອກເປັນແມ່ຍິງ 3 ດີ ປະເພດ I ຈຳນວນ 24 ສະຫາຍ, ປະເພດ II ຈຳນວນ 4 ສະຫາຍ, ບຸກຄົນຕົວແບບ 8 ສະຫາຍ, ໄດ້ຮັບການເລື່ອນຊັ້ນໃໝ່ ພັນໂທ 1 ສະຫາຍ, ພັນຕີ 2 ສະຫາຍ, ຮ້ອຍເອກ 2 ສະຫາຍ, ຮ້ອຍຕີ 1 ສະຫາຍ, ໄດ້ຮັບການຍ້ອງຍໍຫຼຽນໄຊພິລະອາດຫານຊັ້ນ III ມີ 14 ສະຫາຍ, ຫຼຽນໄຊແຮງງານຊັ້ນ III ມີ 3 ສະຫາຍ, ຫຼຽນກາແຮງງານມີ 8 ສະຫາຍ, ໃບຍ້ອງຍໍປະເພດຕ່າງໆ 12 ສະຫາຍ ຢ່າງໜ້າຊົມເຊີຍ.
ສະຫາຍ ພັນໂທ ນາງ ຈອມສີ ບຸດຕະລາດ ຍັງກ່າວຕື່ມອີກວ່າ: ນອກຈາກຂະບວນການຕ່າງໆທີ່ກ່າວມາຂ້າງເທິງນັ້ນ, ພວກເຮົາຍັງມີກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອໃຫ້ສະມາຊິກພາຍໃນກຸ່ມ ໄດ້ກູ້ຢືມດ້ວຍດອກເບ້ຍຕໍ່າເພື່ອແກ້ໄຂຄວາມຈຳເປັນໃນຄອບຄົວ ແລະ ພວກເຮົາກໍໄດ້ສະຫຼຸບແບ່ງປັນດອກເບ້ຍໃນແຕ່ລະໄລຍະ ເຫັນວ່າ ມີການຫັນປ່ຽນທີ່ດີ ແລະ ສາມາດແກ້ໄຂຊີວິດການເປັນຢູ່ຂອງເອື້ອຍນ້ອງສະຫະພັນແມ່ຍິງ ແລະ ສະມາຊິກກອງທຶນ ໃຫ້ນັບມື້ມີການພັດທະນາຢ່າງຕັ້ງໜ້າ ແລະ ດີຂຶ້ນເທື່ອລະກ້າວ. ເຊິ່ງມາຮອດປັດຈຸບັນ ມີສະມາຊິກທັງໝົດ 124 ສະຫາຍ, ຍິງ 28 ສະຫາຍ, ຊາຍ 98 ສະຫາຍ, ຄິດໄລ່ດອກເບ້ຍກອງທຶນໃຫ້ບຸກຄົນ 2%, ອີງຕາມການຕົກລົງເຫັນດີເປັນເອກະພາບຂອງຄະນະພັກ-ຄະນະອຳນວຍການໂຮງງານ ຈຶ່ງໄດ້ຈັດຕັ້ງສ້າງກອງທຶນໂດຍແບ່ງໃຫ້ສະມາຊິກ 70%, ແບ່ງໃຫ້ໜ່ວຍສະຫະພັນແມ່ຍິງ 4%, ບໍລິ
ຫານກອງທຶນ 4%, ແບ່ງໃຫ້ກຳມະການ 4%, ແບ່ງໃຫ້ຄັງສຳຮອງ 3%, ສະຫວັດດີການ 15%, ມີເງິນກອງທຶນທັງໝົດ 272.921.000 ກີບ, ດອກເບ້ຍທັງໝົດ 28.742.000 ກີບ, ຜ່ານການສະຫຼຸບປັນຜົນກອງທຶນ ກໍໄດ້ຜ່ານມາດຖານເງື່ອນໄຂຜູ້ສະໝັກເລືອກຕັ້ງເອົາຄະນະກອງທຶນຊຸດໃໝ່ ໂດຍໄດ້ປ່ອນບັດຄັດເລືອກເອົາ ສະຫາຍ ພັນໂທ ນາງ ຈອມສີ ບຸດຕະລາດ ເປັນປະທານກອງທຶນ, ສະຫາຍ ພັນໂທ ນາງ ວິໄລພອນ ເປັນຮອງ ຮັບຜິດຊອບບັນຊີ-ຄັງສົດ, ສະຫາຍ ຮ້ອຍເອກ ນາງ ອຳພາວັນ ເປັນກຳມະການ ປ່ອຍກູ້, ສະຫາຍ ຮ້ອຍເອກ ນາງ ວັນຄຳ ເປັນກຳມະການ ຮັບຝາກ ແລະ ສະຫາຍ ຮ້ອຍເອກ ນາງ ຈັນແພງ ເປັນກຳມະການ ຮັບຝາກ. ສັງລວມແລ້ວ, ໃນໄລຍະຜ່ານມາ ໜ່ວຍສະຫະພັນແມ່ຍິງໂຮງງານ ອ 674 ພວກເຮົາແມ່ນສ້າງໄດ້ຜົນງານຫຼາຍດ້ານ ໃນການຈັດຕັ້ງປະຕິບັດວຽກງານ 3 ດີ ແລະ ວຽກງານຂະບວນການດ້ານຕ່າງໆ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ໂດຍ: ຄຳສອນ ພົມໄຊຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ