
ກ້ອນກຳລັງສວນສະໜາມຂອງກອງທັບປະຊາຊົນລາວ ທີ່ເຂົ້າຮ່ວມພິທີສວນສະໜາມ ຢູ່ ສ ຣັດເຊຍ ເດີນທາງກັບຮອດປະເທດ ດ້ວຍຄວາມສະຫວັດດີພາບ
ເວລາອອກຂ່າວ: 2025-05-20 09:00:31 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1923 | ຄວາມນິຍົມ:
ໃນວັນທີ 11 ພຶດສະພາ 2025, ສະຫາຍ ພັນເອກ ພູເງິນ ພົມເມືອງ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ, ສະຫາຍ ພັນໂທ ບຸນປໍ ໄຊວົງສາ ຫົວໜ້າການທະຫານ ກອງພັນໃຫຍ່ 279 ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະກ້ອນກຳລັງສວນສະໜາມກອງທັບປະຊາຊົນລາວ ທີ່ສຳເລັດການເຂົ້າຮ່ວມພິທີສະເຫຼີສະຫຼອງວັນໄຊຊະນະສົງຄາມປ້ອງກັນປິຕຸພູມ ຄົບຮອບ 80 ປີ ຢູ່ ສ ຣັດເຊຍ ນຳໂດຍ ສະຫາຍ ພັນໂທ ບຸນຕ້ອມ ທອງ ສະຫວັດ ຫົວໜ້າພະແນກວິຊາການ ກອງພັນໃຫຍ່ 279 ຫົວໜ້າ ຄະນະຊີ້ນຳກ້ອນກໍລັງສວນສະ ໜາມກອງທັບປະຊາຊົນລາວ.
ສະຫາຍ ພັນເອກ ພູເງິນ ພົມເມືອງ ໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ຄະນະກ້ອນກຳລັງສວນLSWinErr ສ ໜາມກອງ ທັບປະຊາຊົນລາວ ທີ່ສຳເລັດ ໜ້າທີ່ການເຂົ້າຮ່ວມພິທີສະເຫຼີມ ສະຫຼອງວັນໄຊ LSWinErr ຊ ນະສົງຄາມປ້ອງກັນປິຕຸພູມ ຄົບຮອບ 80 ປີ ຢູ່ ສ ຣັດເຊຍ ໃນຄັ້ງນີ້ ຖືວ່າເປັນຄັ້ງປະຫວັດສາດທີ່ກອງທັບປະຊາຊົນລາວເຂົ້າຮ່ວມພິທີອັນມີຄວາມໝາຍຄວາມສຳຄັນນີ້, ທັງເປັນຂີດໝາຍແຫ່ງ ສາຍພົວພັນມິດຕະພາບລະຫວ່າງ ລາວ-ຣັດເຊຍ; ພ້ອມທັງອວຍພອນຄະນະ ກ້ອນກຳລັງສວນສະໜາມກອງ ທັບປະຊາຊົນລາວ ໃຫ້ມີສຸຂະພາບແຂງແຮງ, ສືບຕໍ່ນຳພາ-ຊີ້ນຳ ກ້ອນກຳລັງສວນສະໜາມໃຫ້ມີ ຄວາມເຂັ້ມແຂງ ໜັກແໜ້ນ ແລະ ພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ນ໋ອດ ແສນຈົງຮັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ