
ກອງບັນຊາການທະຫານແຂວງເຊກອງ ປະກາດການແຕ່ງຕັ້ງໜ້າທີ່ຂັ້ນກອງຮ້ອຍ
ເວລາອອກຂ່າວ: 2025-05-20 08:59:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1774 | ຄວາມນິຍົມ:
ໃນວັນທີ 13 ພຶດສະພາ 2025, ກອງບັນຊາການທະຫານແຂວງເຊກອງ ໄດ້ປະກາດການແຕ່ງຕັ້ງສັບຊ້ອນໜ້າທີ່ໃໝ່ ຂັ້ນກອງຮ້ອຍ, ໂດຍການເປັນປະ ທານຂອງ ສະຫາຍ ພັນໂທ ລາດ ສະວົງ ແກ້ວດາສິນ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງເຊກອງ, ມີສະຫາຍ ພັນຕີ ແສງດາວອນ ປັນຍາກອນ ຮອງຫົວໜ້າພະ ແນກພະນັກງານ, ຄະນະພັກ-ຄະ ນະບັນຊາກອງຮ້ອຍ ພ້ອມດ້ວຍ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນຕີ ແສງດາວອນ ປັນຍາກອນ ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງເຊກອງ ວ່າດ້ວຍການແຕ່ງຕັ້ງສັບຊ້ອນໜ້າທີ່ຂັ້ນກອງ ຮ້ອຍ, ອີງຕາມຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງຂອງ ພັກ-ລັດໃນສະເພາະໜ້າ ແລະ ຍາວນານ, ອີງຕາມກອງປະຊຸມຄະນະພັກກອງບັນຊາການທະ ຫານແຂວງເຊກອງ ຕົກລົງແຕ່ງ ຕັ້ງສັບຊ້ອນໜ້າທີ່ໃຫ້ ສະຫາຍ ຮ້ອຍໂທ ແສງຈອນ ຈັນທະພອນ ຈາກຜູ້ເຮັດວຽກງານປ້ອງກັນພາຍໃນກອງຮ້ອຍ ຂຶ້ນເປັນຮອງຫົວໜ້າການທະຫານກອງຮ້ອຍ 104 ແລະ ຜ່ານຂໍ້ຕົກລົງ ຫ້ອງການເມືອງ ວ່າດ້ວຍການຖອນພະ ນັກງານໄປຮັບໜ້າທີ່ໃໝ່ ຕົກລົງຖອນ ສະຫາຍ ພັນຕີ ວົງຄຳ ຫວິນນະສັກ ຈາກຮອງຫົວໜ້າການທະຫານກອງຮ້ອຍ 104 ມາປະ ຈຳການ ຢູ່ ກອງຮ້ອຍ 105.
ສະຫາຍ ພັນໂທ ລາດສະວົງ ແກ້ວດາສິນ ໄດ້ເນັ້ນໜັກກ່ຽວ ກັບການຈັດຕັ້ງປະຕິບັດໜ້າທີ່ ຂອງກົມກອງໃຫ້ມີຄວາມສະ ຫງົບໂດຍຟື້ນຖານ, ພ້ອມກັນສຶກ ສາອົບຮົມການເມືອງ-ນຳພາແນວຄິດເປັນບັນຫາສຳຄັນ, ຍົກສູງພາລະບົດບາດສິດ-ໜ້າທີ່ຄວາມຮັບຜິດຊອບຂອງຕົນທີ່ໄດ້ຮັບການມອບໝາຍ, ມີສະຕິລະວັງຕົວຕໍ່ການຫັນປ່ຽນໂດຍສັນຕິ, ເລ່ຫຼ່ຽມກົນອຸບາຍຂອງກຸ່ມຄົນບໍ່ຫວັງດີ, ເຊື່ອໝັ້ນຕໍ່ການ ນຳພາ-ຊີ້ນຳ ຂອງພັກ-ລັດ, ຈັດຕັ້ງປະຕິບັດລະບຽບວິໄນຂອງກອງທັບ ກໍຄື ຂອງກົມກອງວາງອອກໃຫ້ມີລະບຽບແບບແຜນໃນການເຮັດວຽກ, ເຮັດວຽກເປັນໝູ່ຄະນະ ແລະ ເຮັດວຽກແບບລວມສູນປະຊາທິປະໄຕ, ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ແລະ ກວ້າງຂວາງ ຄຽງຄູ່ກັບການສ້າງສາພັນທະນາປະເທດຊາດໃຫ້ມີຄວາມສະຫງົບປອດໄພ ແລະ ຈະເລີນຮຸ່ງເຮືອງ.
ໂດຍ: ມິຕິ ທ່ອນມະນີວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ