
ກອງບັນຊາການທະຫານເມືອງຜາອຸດົມ ແຂວງບໍ່ແກ້ວ ມອບເຄື່ອງຊຸກຍູ້ໃຫ້ ກອງພັນໃຫຍ່ 302
ເວລາອອກຂ່າວ: 2025-05-20 08:57:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1051 | ຄວາມນິຍົມ:
ໃນວັນທີ 13 ພຶດສະພາ 2025, ກອງບັນຊາການທະຫານເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ມອບເຄື່ອງຊຸກຍູ້ໃຫ້ພະນັກງານ-ນັກຮົບ ຢູ່ກອງພັນໃຫຍ່ 302 ກອງພົນທີ 3 ພາກສ່ວນທີ່ໄປປະ ຕິບັດໜ້າທີ່ປະຈຳຢູ່ແຕ່ລະປ້ອມ ເຂດທຸລະກັນດານຫ່າງໄກຊອກຫຼີກໃນຄວາມຮັບຜິດຊອບຂອງກົມກອງ, ໂດຍການກ່າວມອບຂອງ ສະຫາຍ ພັນໂທ ພອນສະ ຫວັນ ຈິດອຳໄພ ຫົວໜ້າການ ເມືອງກອງບັນຊາການທະຫານເມືືອງຜາອຸດົມ ແຂວງບໍ່ແກ້ວ ພ້ອມດ້ວຍຄະນະ ແລະ ກ່າວຮັບຂອງ ສະຫາຍ ພັນໂທ ຄຳອ້ວນ ວຽງສະຫວັນ ຫົວໜ້າການເມືອງ ກອງພັນໃຫຍ່ 302 ພ້ອມດ້ວຍຄະນະ.
ເຄື່ອງທີ່ນຳມາມອບໃນຄັ້ງນີ້ ເປັນປະເພດເຄື່ອງອຸປະໂພກ-ບໍ ລິໂພກ ປະກອບມີ ນໍ້າດື່ມ 2 ແພັກ, ໝີ່ສຳເລັດຮູບ 7 ແກັດ, ປາກະປ໋ອງ 4 ແພັກ ລວມມູນຄ່າທັງໝົດ 700.000 ກວ່າກີບ ເພື່ອເປັນການຊຸກຍູ້ໃຫ້ພະນັກງານ-ນັກຮົບທີ່ພວມປະຕິບັດໜ້າທີ່ປະຈຳຢູ່ແຕ່ລະປ້ອມ ທີ່ກອງພັນໃຫຍ່ 302 ຮັບຜິດຊອບຢູ່ໃນເມືອງຜາອຸດົມ ແຂວງບໍ່ແກ້ວ.
ສະຫາຍ ພັນໂທ ຄຳອ້ວນ ວຽງສະຫວັນ ໄດ້ສະແດງຄວາມຂອບໃຈມາຍັງກອງບັນຊາການທະຫານເມືອງຜາອຸດົມ ແຂວງບໍ່ແກ້ວ ທີ່ໄດ້ນຳເອົາວັດຖຸປັດໄຈມາມອບໃນຄັ້ງນີ້, ເຊິ່ງໄດ້ໃຫ້ຄວາມສຳຄັນຕໍ່ກຳລັງປະກອບອາວຸດ ກໍຄື ພະນັກງານ-ນັກຮົບ ກອງພັນໃຫຍ່ 302 ທີ່ເປັນຮົ້ວຂອງຊາດປົກປັກຮັກສາພື້ນແຜ່ນດິນອັນຄົບຖ້ວນ, ມີນໍ້າໃຈເສຍສະຫຼະເລືອດເນື້ອເພື່ອປະເທດຊາດ, ເພື່ອປະຊາຊົນບັນດາເຜົ່າ; ພ້ອມທັງ ໄດ້ອວຍພອນໄຊອັນປະເສີດໃຫ້ ຄະນະທີມງານ ຈົ່ງມີສຸຂະພາບແຂງແຮງ, ມີຄວາມພາສຸກໃນຊີ ວິດສ່ວນຕົວ ແລະ ຄອບຄົວ, ມີຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດສະຫງ່າ, ພ້ອມກັນສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີໃຫ້ເປັນປືກແຜນແໜ້ນໜາ.
ໂດຍ: ພອນແກ້ວ ວິໄລສັກ
ພາບ: ໄຊຄຳ ສຸຍະອິນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ