
ກອງບັນຊາການທະຫານນະຄອນຫຼວງວຽງຈັນ ປະກາດການຈັດຕັ້ງຄະນະບັນຊາ ກອງຮ້ອຍທະຫານຊາຍແດນ 245
ເວລາອອກຂ່າວ: 2025-05-20 08:49:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1184 | ຄວາມນິຍົມ:
ໃນວັນທີ 13 ພຶດສະພາ 2025 ນີ້, ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ ປະກາດການຈັດຕັ້ງຮອງຫົວໜ້າການເມືອງ ກອງຮ້ອຍທະຫານຊາຍແດນ 245, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນລິດ ສີສຸພອນ ຫົວໜ້າການທະຫານກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີຄະນະພັກ-ຄະນະບັນຊາ, ພະແນກການທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານ-ນັກຮົບ ພາຍໃນກົມກອງເຂົ້າຮ່ວມ.
ສະຫາຍ ພັນໂທ ກິແກ້ວ ວິໄລຈິດ ຫົວໜ້າພະແນກພະນັກງານ ໄດ້ຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານນະຄອນຫຼວງວຽງຈັນ ວ່າດ້ວຍການແຕ່ງ
ຕັ້ງມອບໝາຍໜ້າທີ່, ເຊິ່ງອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ພາກທີ II, ໝວດທີ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານກອງທັບປະຊາຊົນລາວ, ອີງຕາມທິດທາງກ່ຽວກັບການບູລະນະກົງຈັກການຈັດຕັ້ງ ນຳພາ-ບັນຊາ ໃນກຳລັງປະກອບອາວຸດ ໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ອີງຕາມການຄົ້ນຄວ້າເຫັນດີ ຂອງກອງປະຊຸມຄະນະພັກ-ຄະນະກອງບັນຊາການທະຫານນະຄອນຫຼວງວຽງຈັນ, ຕົກລົງຖອນ ສະຫາຍ ພັນຕີ ສຸກັນ ປັນຍາຄົມ ຈາກກອງຮ້ອຍທະຫານຊາຍແດນ 245 ໄປຮັບໜ້າທີ່
ໃໝ່ ຢູ່ກອງພັນທະຫານຮາບ 512 , ພ້ອມກັນນັ້ນ ໄດ້ແຕ່ງຕັ້ງ ສະຫາຍ ພັນຕີ ພອນໄຊ ແສງດາລາ ເປັນຮອງຫົວໜ້າການເມືອງ ກອງຮ້ອຍທະຫານຊາຍແດນ 245.
ໃນໂອກາດນີ້, ປະທານກອງປະຊຸມຍັງໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ໃນຄັ້ງນີ້, ຈົ່ງຍົກສູງພາລະບົດບາດການນຳພາ-ຊີ້ນຳ ຂອງຕົນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ກວ້າງຂວາງ, ໂດຍສະເພາະແມ່ນການຈັດຕັ້ງປະຕິບັດຕໍ່ໜ້າທີ່ວຽກງານ ໃຫ້ມີປະສິດທິຜົນສູງ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ເຂັ້ມແຂງ, ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງໃນການຊອກຮູ້ຮ່ຳຮຽນເພື່ອຍົກລະດັບຄວາມຮູ້, ຄວາມສາມາດຂອງຕົນໃຫ້ສູງຂຶ້ນເປັນກ້າວໆ, ມີຄວາມ
ສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ປັບປຸງແບບແຜນການນຳພາເຮັດວຽກລວມສູນປະຊາທິປະໄຕເປັນໝູ່ຄະນະ, ແບ່ງໃຫ້ບຸກຄົນຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ເພື່ອເຮັດສຳເລັດໜ້າທີ່ຕາມພັກ-ລັດ ກໍຄືການຈັດຕັ້ງຂັ້ນເທິງມອບໝາຍໃຫ້ເປັນຢ່າງດີ.
ໂດຍ: ແສງດາລາ ໄຊຍະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ