ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 22 ມິຖຸນາ 2025

  

ກອງພັນ​ໃຫຍ່ 202 ປາຖະກະຖາ​ມູນເຊື້ອ​ວັນ​ຜ່າ​ວົງ​ປິດ​ລ້ອມ ​ກອງພັນ​ທີ 2
ເວລາອອກຂ່າວ: 2025-05-20 08:45:18 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1185 | ຄວາມນິຍົມ:



ໃນ​ວັນ​ທີ 14 ພຶດສະພາ 2025 ນີ້, ກອງພັນ​ໃຫຍ່ 202 ​ກອງ​ພົນ​ທີ 2 ໄດ້ປາຖະກະຖາ​ມູນເຊື້ອ​ວັນ​ຜ່າ​ວົງ​ປິດ​ລ້ອມ​ ກອງພັນ​ທີ 2 ແລະ ມູນເຊື້ອ​ວັນ​ສ້າງຕັ້ງ​ກອງພັນ​ໃຫຍ່ 202 ຄົບຮອບ 10 ປີ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ສົມ​ໝາຍ ດອນ​ພະຈັນ ຫົວໜ້າ​ການເມືອງ​ກອງພັນ​ໃຫຍ່ 202, ມີ​ບັນດາ​ຄະນະ​ພັກ-ຄະນະ​ບັນຊາ, ພະແນກການ, ກົມ​ກອງ​ພ້ອມ​ດ້ວຍ​ພະນັກ ງານ​ຫຼັກ​ແຫຼ່ງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຄຳ​ໄບ ວິໄລ​ພອນ ຮອງ​ຫົວໜ້າ​ພະແນກການ​ເມືອງ ກອງພັນ​ໃຫຍ່ 202 ໄດ້​ທົບ​ທວນ​ຫວນ​ຄືນ​ປະຫວັດ​ມູນເຊື້ອ ວັນ​ຜ່າ​ວົງ​ປິດ​ລ້ອມ​ຂອງ​ກອງພັນ​ທີ 2 ວີລະ​ຊົນ ທີ່​ທົ່ງ​ໄຫ​ຫີນຊຽງ​ຂວາງ ວັນ​ທີ 18 ພຶດສະພາ 1959 ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖີງ​ການ​ນຳພາ​ ຂອງ​ພັກ ຖືກຕ້ອງ​ສະຫລາດ​ສ່ອງ​ໃສ, ຂະ​ບວນ​ການ​ຕໍ່ສູ້​ຂອງ​ພວກ​ເຮົາ​ແມ່ນ​ເປັນ​ທຳ. ສະນັ້ນ, ການ​ຜ່າ​ວົງ​ປິດ​ລ້ອມ​ຂອງ ກອງພັນ​ທີ 2 ສະແດງ​ໃຫ້​ເຫັນ​ເຖີງ​ຄວາມ​ບໍລິສຸດ​ພຸດ​ຜ່ອງ, ຄວາມ​ຈົ່ງ​ຮັກ​ພັກດີ, ຄວາມ​ສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ຄວາມ​ອົດທົນ​ໝັ້ນ​ໜຽວ​ບໍ່​ຄອນ​ແຄນ​ຕໍ່​ການ​ນາບ​ຂູ່, ຫຼອກ​ລວງ​ຂອງ​ສັດຕູ, ນ້ຳໃຈ​ສູ້​ຮົບ​ພິລະ​ອາດ​ຫານ ແລະ ໄຫວ​ພິບ​ຂອງ​ກອງພັນ​ທີ 2 ໄດ້​ເປັນ​ແວ່ນ​ແຍງ, ເປັນ​ການ​ປຸກລະດົມ​ອັນ​ແຮງ​ກ້າ​ໃຫ້​ແກ່​ຂະ​ບວນ​ການ​ປະຕິວັດ ເພື່ອ​ຕີ​ເອົາ​ຊະນະ​ກັບ​ຈັກກະພັດ​ອາເມຣິກາ ແລະ ລູກ​ແຫຼ່ງ​ຕີນ​ມື, ແມ່ນ​ໄຊຊະນະ​ອັນ​ໃຫຍ່​ຫຼວງ​ຂອງ​ກຳລັງ​ປະກອບ​ອາວຸດ​ເຮົາ ທີ່ຢູ່​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ, ເປັນ​ເຫດການ​ປະຫວັດສາດ​ອັນ​ສຳຄັນ​ຂອງ​ຊາດ, ຂອງ​ພັກ, ຂອງ​ກອງທັບ​ເຮົາ ແລະ ເປັນ​ບົດຮຽນ​ອັນ​ລ້ຳ​ຄ່າ​ທີ່​ສຸດ​ໃຫ້​ແກ່​ຂະ​ບວນ​ຕໍ່ສູ້​ຂອງ​ກອງທັບ ແລະ ປະຊາຊົນ​ ເພື່ອ​ຍາດ​ເອົາ​ໄຊຊະນະ​ໃນ​ໄລຍະ​ຕໍ່​ມາ.ໃນ​ພິທີ​ດັ່ງກ່າວ​ໄດ້ຫວນ​ຄືນ​ປະຫວັດ​ມູນເຊື້ອ ແລະ ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂອງ​ກອງພັນ​ໃຫຍ່ 202. ເພື່ອ​ຕອບ​ສະໜອງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າທີ່​ວຽກ​ງານ​ໃນ​ການ​ປົກ​ປັກ​ຮັກສາ ແລະ ການ​ເຕີບ​ໃຫຍ່​ຂອງ​ກອງທັບ​ເຮົາ​ໃນ​ກຳລັງ​ປະກອບ​ອາວຸດ​ໃຫ້​ມີ​ຄວາມ​ຄົງ​ຕົວ ແລະ ຂະຫຍາຍຕົວ ໂດຍ​ອີງໃສ່​ເງື່ອນໄຂ​ສະພາບ​ແວດ​ລ້ອມ​ພາຍ​ໃນ, ພາຍ​ນອກ​ ມີ​ຄວາມ​ພ້ອມ​ໃນ​ຂັ້ນ​ພື້ນຖານ​ແລ້ວຄະນະ​ພັກ​ກອງ​ພົນ​ທີ 2 ຈຶ່ງ​ໄດ້​ນຳ​ສະເໜີ​ໃຫ້​ກະຊວງ​ປ້ອງ​ກັນ​ປະເທດ​ພິຈາລະນາ​ອອກ​ມະຕິ​ຕົກລົງ. ດັ່ງນັ້ນ,​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ​ອອກ​ມະຕິ​ຕົກລົງ ວ່າ​ດ້ວຍ​ການ​ປະກາດ​ສ້າງຕັ້ງ​ກອງພັນ​ໃຫຍ່ 202 ໃຫ້​ຂຶ້ນ​ກັບ​ກອງ​ພົນ​ທີ 2 ເຊິ່ງ​ຕັ້ງ​ຢູ່​ເມືອງ​ໄຊ​ຍະ​ບູ​ລີແຂວງ​ໄຊ​ຍະ​ບູ​ລີ ຢ່າງ​ເປັນ​ທາງການ​ໃນ​ວັນ​ທີ 12 ພຶດສະພາ 2015. ກອງພັນ​ໃຫຍ່​ 202 ເປັນ​ກອງ​ກຳລັງ​ເຄື່ອນທີ່​ຍຸດ​ທະ​ສາດຂອງ​ ກອງ​ພົນ​ທີ 2 ນຳ​ໃຊ້​ກຳລັງ​ເຄື່ອນ​ໄຫວ​ກວດກາ​ລາດຕະເວນ ຮັບຜິດຊອບ​ທິດ​ໜຶ່ງ​ຂອງ​ແຂວງ​ໄຊ​ຍະ​ບູ​ລີ ເພື່ອ​ປະສານ​ສົມທົບ​ແໜ້ນ​ກັບ​ກຳລັງ​ປະກອບ​ອາວຸດ​ທ້ອງຖິ່ນ, ກົມ​ກອງ​ເພື່ອນ​ສ້າງ​ທ່າ​ສະໜາມ​ຕາມ​ບໍລິເວນ​ຊາຍ​ແດນ​ທີ່​ຫຼໍ່​ແຫຼມ, ມີ​ຄວາມ​ສ່ຽງ​ຕໍ່​ຄວາມ​ໝັ້ນຄົງ​ຂອງ​ຊາດ​ໃຫ້​ມີ​ຄວາມ​ສະຫງົບ​ປອດ​ໄພ, ມີໜ້າ​ທີ​ກຽມພ້ອມ​ສູ້​ຮົບ ແລະ ສູ້​ຮົບ​ມີ​ໄຊ. ນອນ​ນັ້ນ​, ຍັງ​ໄດ້​ເອົາໃຈໃສ່​ປັບປຸງ​ກໍ່ສ້າງ​ກຳລັງ​ໃຫ້​ເຕີບ​ໃຫຍ່​ເຂັ້ມແຂງ​ທາງ​ດ້ານ​ການເມືອງ, ການ​ທະຫານ, ພະລາທິການ ແລະ ເຕັກນິກ, ຈົ່ງ​ຮັກ​ພັກດີ, ຊື່ສັດ​ບໍລິສຸດ​ຕໍ່​ພັກ-ຕໍ່​ປະເທດ​ຊາດ, ປະຕິບັດ​ຄຳ​ສັ່ງ​ຂອງ​ຂັ້ນ​ເທິງ​ເດັດຂາດ, ໂດຍ​ກົງ ແລະ ຮອບດ້ານ ມີ​ການ​ພົວພັນ​ກັບ​ອຳນາດ​ການ​ປົກຄອງ​ທ້ອງຖິ່ນ ແລະ ສາກົນ ຊ່ວຍເຫຼືອ​ເຊິງ​ກັນ ແລະ ກັນ​ຢ່າງຮອບດ້ານ ເປັນຕົ້ນ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ໄດ້​ມີ​ການ​ປະສານ​ສົມທົບ​ຢ່າ​ງກົມກຽວ​ກັນ ເພື່ອ​ປົກ​ປັກ​ຮັກສາ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ​ໃຫ້​ມີ​ຄວາມ​ສະຫງົບ, ເສດຖະກິດ​ໄດ້​ຮັບ​ການ​ຂະຫຍາຍຕົວ​ຢ່າງ​ໄວວາ ແລະ ຕໍ່​ເນື່ອງ. ທັງ​ນີ້, ເພື່ອ​ເປັນ​ການ​ສຶກ​ສາ​ອົບຮົມ​ໃຫ້​ພະນັກງານ ສະມາຊິກ​ພັກ-ນັກຮົບ ເຊື່ອມ​ຊຶມ ກຳ​ແໜ້ນ​ຕື່ມ​ມູນເຊື້ອ​ດັ່ງກ່າວ ເພື່ອ​ນຳ​ມາ​ເປັນ​ພື້ນຖານ​ບ່ອນ​ອີງ ໃຫ້​ແກ່​ການ​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ໃຫ້​ມີ​ຄຸນ​ທາດ​ການເມືອງ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ ແລະ ກາຍເປັນ​ພະນັກງານ-ນັກຮົບ​ຮຸ່ນ​ສືບ​ທອດ​ທີ່​ດີ​ຂອງ​ກອງທັບ ແລະ ເຮັດ​ສຳເລັດ​ໜ້າທີ່​ວຽກ​ງານ​ທີ່​ໄດ້​ຮັບ​ການ​ມອບໝາຍ. ໃນ​ໂອກາດ​ດັ່ງກ່າວ​ຍັງ​ໄດ້​ຮັບ​ຟັງ​ການ​ໂອ້​ລົມ​ຂອງ​ ສະຫາຍ ພັນ​ເອກ ສົມ​ໝາຍ ດອນ​ພະຈັນ ຕື່ມ​ອີກ. ໂດຍ: ຄຳ​ຊາຍ ກວ່າງ​ຄຸນ​ສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ