
ກອງປະຊຸມ ຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ກຳປູເຈຍ ຄັ້ງທີ III ປີ 2025
ເວລາອອກຂ່າວ: 2025-05-19 12:48:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2208 | ຄວາມນິຍົມ:
ກອງປະຊຸມ ຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ກຳປູເຈຍ ຄັ້ງທີ III ປີ 2025 ໄດ້ຈັດຂຶ້ນໃນວັນທີ 19 ພຶດສະພາ 2025 ນີ້, ຢູ່ທີ່ນະຄອນປາກເຊ ແຂວງຈໍາປາສັກ ສປປ ລາວ, ເຊິ່ງຝ່າຍລາວ ນຳໂດຍ ທ່ານ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ກຳປູເຈຍ ເປັນປະທານຮ່ວມຝ່າຍລາວ, ຝ່າຍກຳປູເຈຍ ນຳໂດຍ ພົນເອກ ເອິດ ສາຣາດ ຮອງຜູ້ບັນຊາການທະຫານສູງສຸດ, ຫົວໜ້າເສນາທິການຮ່ວມກອງທັບ ເເຫ່ງ ຣາຊະອານາຈັກກຳປູເຈຍ, ປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ກຳປູເຈຍ-ລາວ ເປັນປະທານຮ່ວມຝ່າຍກຳປູເຈຍ, ມີບັນດາຄະນະກຳມະການທັງສອງຝ່າຍ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນວາລະດຳເນີນກອງປະຊຸມ ທັງສອງຝ່າຍໄດ້ປຶກສາຫາລື ແລກປ່ຽນຄວາມຄິດເຫັນ ທົບທວນຄືນ ແລະ ຕີລາຄາຜົນ ຂອງການຈັດຕັ້ງປະຕິບັດຕາມບົດບັນທຶກກອງປະຊຸມ ຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຕາມຊາຍແດນ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ຄັ້ງທີ II ທີ່ຈັດຂື້ນ ທີ່ ນະຄອນສຽມຣຽບ ແຂວງ ສຽມຣຽບ ຣາຊະອານາຈັກກຳປູເຈຍ ໃນວັນທີ 30 ເມສາ 2024 ທີ່ຜ່ານມາ, ໂດຍລວມແລ້ວ ເຫັນວ່າການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ມີຄວາມສະຫງົບຮຽບຮ້ອຍຕາມບໍລິເວນຊາຍແດນ, ມີຄວາມປອດໄພດີສົມຄວນ, ມີການພັດທະນາແບບຍືນຍົງ ແລະ ເຫັນວ່າ ບັນຫາອາດຊະຍາກຳຕ່າງໆ ຕາມບໍລິເວນຊາຍແດນ ຂອງສອງປະເທດ ແມ່ນຄ່ອຍໆ ສິ້ນສຸດລົງຫຼາຍສົມຄວນ ເມື່ອທຽບໃສ່ຊຸມປີຜ່ານມາ, ເຊິ່ງໃນໄລຍະ 1 ປີຜ່ານມາ ເຫັນວ່າ ປະຊາຊົນສອງປະເທດ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ໄດ້ໄປ-ມາຫາສູ່ກັນ, ຄ້າຂາຍຮ່ວມກັນຢ່າງເປັນປົກກະຕິ, ການເຂົ້າ-ອອກເມືອງ ສ່ວນຫຼາຍແມ່ນຖືກຕ້ອງຕາມລະບຽບການ ແລະ ກົດໝາຍທີ່ໄດ້ກຳນົດໄວ້, ໃນການເຄື່ອນໄຫວວຽກງານສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ລາວ-ກຳປູເຈຍ ໂດຍເລີ່ມຈັດຕັ້ງປະຕິບັດຮ່ວມກັນ ນັບແຕ່ເດືອນພຶດສະພາ 2023 ເຖິງປັດຈຸບັນ ເຫັນວ່າ ມີຄວາມຄືບໜ້າ ເຊິ່ງສາມາດສໍາຫຼວດ, ຂຸດ ແລະ ຖອນຫຼັກໝາຍ, ເທກັນເປື້ອນຕີນເສົາ, ເທຕີນເສົາຕໍມໍ, ເທເສົາຕໍມໍ ແລະ ເທແທ່ນຫຼັກໝາຍໄດ້ຈໍານວນ 173 ຫຼັກໝາຍ ແລະ ຮັບຮອງຮ່ວມກັນຈໍານວນ 171 ຫຼັກໝາຍ, ຕີລາຄາຜົນການສໍາຫຼວດໄດ້ 33% ຂອງແຜນການ, ໃນດ້ານຮ່ວມມືລະດັບທ້ອງຖິ່ນ ກອງບັນຊາການທະຫານແຂວງຈຳປາສັກ, ອັດຕະປື ແລະ ກອງພົນທີ 5 ຂອງ ສປປ ລາວ ໄດ້ປະສານສົມທົບກັບບັນດາກອງບັນຊາການທະຫານແຂວງ, ແມ່ທັບພາກ, ກອງພົນນ້ອຍທີ 9 ຂອງ ຣາຊະອານາຈັກກຳປູເຈຍ ເພື່ອເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ຮ່ວມມືກັນສະກັດກັ້ນການເຂົ້າ-ອອກເມືອງຜິດກົດໝາຍ, ສະກັດກັ້ນທຸກການກໍ່ການຮ້າຍ, ອາດຊະຍາກຳຂ້າມຊາດ, ການຄ້າມະນຸດ, ການຂົນສົ່ງຄ້າຂາຍສິ່ງເສບຕິດ, ການລ່າສັດປ່າ, ການຂຸດຄົ້ນຊັບພະຍາກອນທຳມະຊາດ, ການຕັດໄມ້ທຳລາຍປ່າ, ການຄ້າວັດຖຸບູຮານ, ການຄ້າອາວຸດສົງຄາມ ແລະ ການກະທຳຜິດກົດໝາຍຕ່າງໆ ຢ່າງເປັນປົກກະຕິ.
ຫຼັງຈາກນັ້ນ, ປະທານຮ່ວມທັງສອງຝ່າຍ ໄດ້ພ້ອມກັນລົງນາມໃນບົດບັນທຶກກອງປະຊຸມ ຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ຄັ້ງທີ III ປີ 2025 ເພື່ອຮັບຮອງເອົາຜົນ ຂອງກອປະຊຸມໃນຄັ້ງນີ້ ໄປຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ເກີດດອກອອກຜົນ ເພື່ອແນໃສ່ເຮັດໃຫ້ຊາຍແດນ ຂອງສອງປະເທດ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການພັດທະນາ ແລະ ການຮ່ວມມືທີ່ມີຜົນປະໂຫຍດທີ່ດີຮ່ວມກັນ.
ໂດຍ: ຈອນນີ້
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ