ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 22 ມິຖຸນາ 2025

  

ວິທະຍາຄານການແພດກອງທັບ ສະຫຼຸບວຽກງານປ້ອງກັນພາຍໃນ ປະຈໍາປີ 2025 ແລະ ວາງທິດທາງແຜນການ ປີ 2026
ເວລາອອກຂ່າວ: 2025-05-19 12:45:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2183 | ຄວາມນິຍົມ:



ວັນທີ 15 ພຶດສະພາ 2025 ນີ້, ວິທະຍາຄານການແພດກອງທັບ ໄດ້ສະຫຼຸບວຽກງານປ້ອງກັນພາຍໃນ ປະຈໍາປີ 2025 ແລະ ວາງທິດທາງແຜນການ ປີ 2026, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ດຣ ສຸລິວົງ ລັດວິໄລ ຫົວໜ້າການເມືອງ ວິທະຍາຄານການແພດກອງທັບ, ມີຄະນະພັກ-ຄະນະອໍານວຍການ, ຄະນະຫ້ອງການ, ຄະນະວິຊາຄູ ພ້ອມດ້ວຍພະນັກງານ-ນັກຮົບ ທົ່ວວິທະຍາຄານການແພດກອງທັບ ເຂົ້າຮ່ວມ. ສະຫາຍ ພັນໂທ ບຸນເລີດ ໄຊຍະແສງ ຮອງຫົວໜ້າຫ້ອງການເມືອງ ວິທະຍາຄານການແພດກອງທັບ ໄດ້ຜ່ານບົດສະຫຼຸບວຽກງານປ້ອງກັນພາຍໃນ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ຂອງວິທະຍາຄານການແພດກອງທັບ ໃຫ້ຮູ້ວ່າ: ໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາທຸກຂັ້ນ ໄດ້ຖືສໍາຄັນວຽກງານປ້ອງກັນພາຍໃນ ຕິດພັນກັບການກໍ່ສ້າງກົມກອງ 3 ປອດ (ປອດໃສ ປອດໄພ ປອດຄະດີ) ໂດຍໄດ້ຖືເອົາວຽກງານດັ່ງກ່າວ ຕິດພັນກັບຂະບວນວຽກງານຕົວຈິງ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບ ດ້ວຍຫຼາຍຮູບການຢ່າງຕໍ່ເນື່ອງ ເຮັດໃຫ້ພະນັກງານສະມາຊິກພັກ-ນັກຮົບ ມີຄຸນທານການເມືອງ ໜັກແໜ້ນ, ມີຄວາມຈົງຮັກພັກດີ ຕໍ່ພັກ ຕໍ່ປະເທດຊາດ, ມີສະຕິລະວັງຕົວສູງ, ເປັນເຈົ້າການຕ້ານ ແລະ ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆ ບໍ່ໃຫ້ເກີດຂຶ້ນກັບກົມກອງ ກໍຄືພະນັກງານສະມາຊິກພັກ-ນັກຮົບ ອັນໄດ້ເຮັດໃຫ້ສະພາບການເມືອງພາຍໃນກົມກອງ ມີຄວາມສະຫງົບໜັກແໜ້ນ. ຜ່ານການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເຂົ້າສູ່ວຽກງານຕົວຈິງຢ່າງມີຈຸດສຸມ ທົ່ວວິທະຍາຄານການແພດກອງທັບ ສາມາດຕິລາຄາ ແລະ ຮັບຮອງເປັນກົມກອງ 3 ປອດ ປະເພດ I ມີ 12 ຫົວໜ່ວຍກົມກອງ; ປະເພດ II ມີ 3 ຫົວໜ່ວຍກົມກອງ. ໂອກາດນີ້, ຍັງໄດ້ມອບໃບຢັ້ງຢືນ ໃຫ້ກົມກອງ 3 ປອດ ຈໍານວນ 15 ຫົວໜ່ວຍກົມກອງຢ່າງສົມກຽດ ໂດຍການມອບ ຂອງສະຫາຍ ພົນຈັດຕະວາ ດຣ ສຸລິວົງ ລັດວິໄລ ແລະ ສະຫາຍ ພັນໂທ ເອກສະໝອນ ຈັນດາວົງ ຮອງຫົວໜ້າຫ້ອງການເມືອງ ວິທະຍາຄານການແພດກອງທັບ. ພ້ອມນັ້ນ, ຜູ້ຕາງໜ້າແຕ່ລະກົມກອງຍັງໄດ້ຈັບມືແຂ່ງຂັນກັນ ຮັກຊາດ ແລະ ພັດທະນາ ອີກດ້ວຍ. ໂດຍ: ວົງໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ