ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 22 ມິຖຸນາ 2025

  

ຮາກ​ຖານ​ມີ​ການ​ພັດທະນາ, ສັງຄົມ​ກໍ​ມີ​ຄວາມ​ສະ​ຫງົ​ບ
ເວລາອອກຂ່າວ: 2025-05-19 09:03:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1629 | ຄວາມນິຍົມ:



ສືບຕໍ່​ເສີມ​ຂະຫຍາຍ​ຜົນ​ໄດ້​ຮັບ​ຈາກ​ການຈັດຕັ້ງ​ປະຕິບັດ​ຄຳ​ສັ່ງ​ແນະນຳ​ຂອງກົມ​ການເມືອງ​ສູນ​ກາງ​ພັກ ເລກ​ທີ 09/ ​ກມສພ, ສະບັບ​ລົງ​ວັນ​ທີ 8 ຖຸ​ນາ 2004 ໃນ​ຊຸມ​ປີຜ່ານມາ ແລະ ປັບປຸງ​ເນື້ອ​ໃນ​ຂອງ​ຄຳ​ສັ່ງ​ແນະນຳ​ດັ່ງກ່າວ​ໃຫ້​ສອດຄ່ອງ​ກັບ​ເງຶ່ອນ​ໄຂ​ໃໝ່ ຂອງ​ວຽກ​ງານ​ພັດທະນາ​ຊົນນະບົດ, ໂດຍ​ສະເພາະ​ແມ່ນ​ທິດ​ນຳ​ກ່ຽວ​ກັບ​ການ “ສ້າງ​ແຂວງ​ເປັນ​ຫົວໜ່ວຍ​ຍຸດ​ທະ​ສາດ, ສ້າງ​ເມືອງ​ເປັນ​ຫົວໜ່ວຍ​ເຂັ້ມແຂງ​ຮອບດ້ານ, ສ້າງ​ບ້ານ​ເປັນ​ຫົວໜ່ວຍ​ພັດທະນາ” ທີ່​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ IX ຂອງ​ພັກ​ວາງ​ອອກ, ທັງ​ສາມາດ​ບັນລຸ​ຄາດໝາຍ​ສູ້​ຊົນ​ກ່ຽວ​ກັບ​ການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ຄອບຄົວ​ໃຫ້​ຍັງ​ເຫຼືອ​ບໍ່​ເກີນ 10% ແລະ ເປົ້າ​ໝາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາ ໃນ​ປີ 2015. ກົມ​ການເມືອງ​ສູນ​ກາງ​ພັກ ອອກ​ຄຳ​ສັ່ງ​ແນະນຳຄວາມ​ໝາຍ​ ຂອງ​ການ​ສ້າງ​ບ້ານ​ເປັນ​ຫົວ ໜ່ວຍ​ພັດທະນາ, ສ້າງ​ບ້ານ​ໃຫຍ່​ເປັນ​ຕົວ​ເມືອງ​ນ້ອຍ​ໃນ​ຊົນນະບົດ ແລະ ການ​ສ້າງ​ກຸ່ມ​ພັດທະນາ; ການ​ສ້າງ​ກຸ່ມ​ບ້ານ​ເປັນ​ຫົວໜ່ວຍ​ພັດທະນາ ໝາຍ​ເຖິງ​ຂະ​ບວນ ວິວັດ​ແຫ່ງ​ການ​ປັບປຸງກໍ່ສ້າງ​ ຫົວໜ່ວຍ​ພື້ນຖານຂອງ​ລະບອບ ​ປະຊາທິປະໄຕ ປະຊາຊົນ ໃຫ້​ມີ​ຄວາມ​ເຂັ້ມແຂງ ດ້ວຍ​ການ​ດຳເນີນ​ມາດ​ຕະການ​ຍຸດ​ທະ ສາດ​ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ ຕິດ​ພັນ​ກັບ​ການ​ພັດ ທະນາ​ຊົນນະບົດ​ຮອບດ້ານ ເພື່ອ​ແກ້​ໄຂ້​ຄວາມທຸກ​ຍາກ ແລະ ປັບ ປຸງ​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດຖຸ ແລະ ຈິດໃຈ​ ຂອງ​ປະຊາຊົນ​ບັນດາເຜົ່າ​ຢູ່​ຊົນ ນະບົດ​ໃຫ້​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ເຮັດ​ໃຫ້​ບ້ານ​ກາຍເປັນ​ພື້ນຖານ​ທາງ​ການເມືອງ​ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ອັນ​ໝັ້ນຄົງ​ຍືນ​ຍົງ​ຂອງ​ລະບອບປະຊາ​ທິ​ປະ​ໄຊ ປະ​ຊົນ​ຊົນ, ເພາະສະນັ້ນການ​ສ້າງ​ບ້ານ​ໃຫ້​ເປັນ​ຫົວໜ່ວຍ​ພັດທະນາ ຈຶ່ງ​ກວມ​ເອົາ​ໝົດ​ກິດຈະກຳ​ພັດ ທະນາ​ດ້ານ​ຕ່າງໆ ທີ່​ປະຕິບັດ​ຢູ່​ໃນ​ບ້ານ​ເຊັ່ນ: ການ​ກໍ່ສ້າງ​ຮາກ​ຖານ​ການເມືອງ, ການ​ພັດທະ ນາ​ຊົນນະບົດ, ສົ່ງເສີມ​ການ​ຜະ ລິດ ແລະ ການ​ບໍລິການສິນຄ້າ, ການ​ສ້າງ​ບ້ານ​ວັດທະນະທຳ, ການ​ສ້າງ​ບ້ານ​ປອດ​ຄະດີ, ບ້ານ​ປອດ​ຢາ​ເສບ​ຕິດ ແລະ ອື່ນໆ​ອີກ​ໝາຍ​ຄວາມ​ວ່າ​ທັງ​ໝົດ​ບັນດາ​ກິດຈະກຳ​ຂອງ​ການ​ພັດທະນາ​ບ້ານ​ໂຮມ​ເຂົ້າກັນ ເອີ້ນ​ເປັນ​ຂະ​ບວນ​ການ​ສ້າງ​ບ້ານ​ເປັນ​ຫົວ ໜ່ວຍ​ພັດທະນາ, ເຊິ່ງ​ຜົນ​ໄດ້​ຮັບ​ອັນ​ສຸດ​ທ້າຍ​ແມ່ນ​ບ້ານ​ພັດທະນາ. ໃນ​ນີ້, ເວົ້າ​ສະເພາະ​ຢູ່​ກອງ​ບັນ ຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ ກໍແມ່ນ​ກຳລັງ​ປະກອບ​ອາວຸດ​ທ້ອງຖິ່ນ​ໜຶ່ງ​ທີ່​ເປັນ​ເສນາ​ທິ​ການ​ໃຫ້​ອົງຄະ​ນະ​ພັກ​ແຂວງ​ຫຼວງ​ພະ​ບາງ ທາງ​ດ້ານ​ວຽກ​ງານ​ຮັບປະກັນ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ. ສະຫາຍ ພັນໂທ ຄຳ​ແພງ ອາ​ນຸ​ສຸກ ຫົວໜ້າ​ພະ​ແນກ​ກໍ່ສ້າງ​ຮາກ​ຖານ ຫ້ອງ​ການເມືອງກອງ​ບັນຊາ​ການ​ທະ ຫານ​ແຂວງ​ຫຼວງ​ພະ​ບາງ ໄດ້​ສະຫຼຸບ​ຕີ​ລາຄາ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ 5 ປີ (2019-2024 ) ແລະ ຜ່ານ​ທິດ​ທາງ​ແຜນການ 5 ປີ (2025-2030) ໄດ້​ໃຫ້​ຮູ້​ວ່າ: ຕະຫຼອດ​ໄລຍະ​ຜ່ານ​ມາ, ຄະນະ​ພັກ-ຄະນະ​ບັນຊາ ໄດ້​ເອົາໃຈໃສ່​ປະສານ​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ທ້ອງຖິ່ນ​ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ຕາມ 4 ເນື້ອ​ໃນ 4 ຄາດໝາຍ ໂດຍ​ປະຕິບັດ​ຕາມ​ທິດ 3 ສ້າງ​ຂອງກົມ​ການເມືອງ​ສູນ​ກາງ​ພັກ ໃນ​ການ​ສ້າງ​ແຂວງ​ເປັນ​ຫົວໜ່ວຍ​ຍຸດ​ທະ​ສາດ, ສ້າງ​ເມືອງ​ເປັນ​ຫົວໜ່ວຍ​ເຂັ້ມແຂງ​ຮອບດ້ານ ແລະ ສ້າງ​ບ້ານ​ເປັນ​ຫົວໜ່ວຍ​ພັດທະນາ ຕິດ​ພັນກັບ ​ການ​ແກ້​ໄຂ​ຄວາມທຸກຍາກຂອງ ​ປະຊາຊົນ ຢູ່​ເຂດ​ຈຸດ​ສຸມ​ພັດທະ ນາ, ເຂດ​ທຸລະກັນດານ​ຫ່າງ​ໄກ​ສອກຫຼີກ ເພື່ອ​ຊ່ວຍເຫຼືອ​ພໍ່​ແມ່​ປະຊາຊົນ​ທຳ​ການ​ຜະລິດ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່ ແລະ ຮັກສາ​ຄວາມ​ສະຫງົບ​ຄວາມ​ເປັນ​ລະ ບຽບ​ຮຽບ​ຮ້ອຍ, ນອກ​ນີ້​ຍັງ​ໄດ້​ຊີ້​ນຳ​ຂະແໜງ​ກໍ່ສ້າງ​ຮາກ​ຖານ​ຢູ່​ບັນດາ​ກອງ​ບັນຊາ​ການເມືອງ, ກອງ​ປະຕິບັດ​ງານ, ກອງຮ້ອຍ​ທະຫານ​ຊາຍ​ແດນ ໂດຍ​ການ​ນຳ​ເອົາ​ແນວທາງ​ແຜນ​ນະໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ ແລະ ມູນເຊື້ອ​ຂອງ​ກອງທັບ ມາ​ຈັດ​ຕັ້ງ​ເຜີຍແຜ່, ໂຄສະ​ນາ​ປຸກລະດົມ​ໃຫ້​ພໍ່​ແມ່​ປະ​ຊາ​​ຊົນ​ບັນດາເຜົ່າ​ໄດ້​ຮັບ​ຮູ້​ເຊື່ອມ​ຊຶມ ແລະ ເຂົ້າໃຈ​ຕ່ໍ​ແນວທາງ​ດັ່ງກ່າວ​ຢ່າງ​ເລິກ​ເຊິ່ງ​ເຖິງ​ຖ່ອງ ໃນ​ໄລຍະ​ຜ່ານ​ມາ​ໄດ້​ທັງ​ໝົດ 650 ຄັ້ງ, ມີ​ຜູ້​ເຂົ້າ​ຮ່ວມ​ຮັບ​ຟັງ 16.800 ຄົນ, ສຶກ​ສາ​ອົບຮົມ​ວຽກ​ງານ​ເມືອງ-ແນວ​ຄິດ​ໃຫ້​ພະນັກງານ​ວິຊາ​ສະເພາະ​ໄດ້ 72 ຄັ້ງ, ສ້າງ​ພະນັກງານ​ຫຼັກ​ແຫຼ່ງ​ໄດ້ 126 ຄົນ, ສ້າງ​ບ້ານ​ແຮກ​ສ່ຽວ​ໄດ້ 4 ບ້ານ, ປັດ ຈຸບັນ​ທົ່ວ​ແຂວງ​ຫຼວງ​ພະ​ບາງມີ​ຄອບຄົວ​ປ້ອງ​ກັນ​ຊາດ​ເຂັ້ມແຂງ 71.638 ຄອບຄົວ ກວມ​ເອົາ 83,25% ຂອງ​ຄອບຄົວ​ທັງ​ໝົດ​ໃນ​ທົ່ວ​ແຂວງ ແລະ ມີ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ 633 ບ້ານ ກວມ​ເອົາ 83,61% ຂອງ​ບ້ານ​ທັງ​ໝົດ​ໃນ​ທົ່ວ​ແຂວງ, ຊີ້​ນຳ​ກອງ​ບັນຊາ​ການ​ທະຫານ​ເມືອງ ແລະ ປະສານ​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ທ້ອງຖິ່ນ​ຂັ້ນ​ບ້ານ ເຮັດ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ​ໃຫ້​ກຳລັງ​ກອງ​ຫຼອນ​ບ້ານ 312 ຄັ້ງ, ຊຸກຍູ້ ແລະ ປັບປຸງ​ກອງ​ຫຼອນ​ບ້ານ​ໃຫ້​ມີ​ຄວາມ​ເຂັ້ມແຂງ​ໃນ​ການ​ນຳ​ໃຊ້​ອາວຸດ​ຍຸດ​ໂທ​ປະກອນ​ຂັ້ນ​ພື້ນຖານ​ຂອງ​ທະຫານ​ຮາບ​ໃຫ້​ມີ​ຄວາມ​ຊຳນິ​ຊຳນານ, ຊີ້​ນຳ​ກອງ​ຫຼອນ​ບ້ານອອກ​ເຄື່ອນ​ໄຫວ​ລາດຕະເວນ​ປ້ອງ​ກັນ​ເວນຍາມ​ຕາມ​ຂອບ​ເຂດ​ຊາຍ​ແດນ​ບ້ານ​ຕໍ່​ບ້ານ ທັງ​ໝົດ 180 ຄັ້ງ ແລະ ວຽກ​ງານ​ສ້າງສາ​ພັດທະນາ​ເສດ ຖະກິດ, ວັດທະນະທຳ-ສັງຄົມ, ການ​ສຶກ​ສາ, ສາ​ທາ​ລະ​ນາ​ສຸກ, ຂົ່ນ​ສົ່ງ, ໄຟຟ້າ, ລະບົບ​ນໍ້າ​ໃຊ້ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ​ເປັນ​ກ້າວໆ. ໂດຍ: ວັນ​ໄຊ ໄຊ​ສະ​ຫວັດ. ຂໍ້​ມູນ: ບຸນ​ເພັງ ວົງ​ແກ້ວ​ມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ