
ສະຫຼຸບຖອດຖອນບົດຮຽນ ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມເເຂງ ໜັກເເໜ້ນ ທົ່ວອົງຄະນະພັກ ກອງພັນໃຫຍ່ 11
ເວລາອອກຂ່າວ: 2025-05-15 09:21:02 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1089 | ຄວາມນິຍົມ:
ວັນທີ 7 ພືດສະພາ 2025, ຢູ່ທີ່ກອງພັນໃຫຍ່ 11 ໄດ້ສະຫຼຸບຖອດຖອນບົດຮຽນ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມເເຂງ ໜັກເເໜ້ນ, ປະດັບຫຼຽນກາລະນຶກ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ເເລະ ມອບບັດສະມາຊິກພັກ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ພອນມີໄຊ ສີວົງຊຳ ເລຂາຄະນະພັກ ຫົວໜ້າການເມືອງ ກອງພັນໃຫຍ່ 11, ມີຄະນະພັກ-ຄະນະບັນຊາ, ມີພະນັກງານ ເເລະ ສະມາຊິກພັກ ເຂົ້າຮ່ວມ.
ສະຫາຍ ພັນເອກ ຄຳສາຍ ມົນດວງສິງ ຫົວໜ້າພະເເນກການເມືອງ ໄດ້ຜ່ານບົດສະຫຼຸບ ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມເເຂງ ໜັກເເໜ້ນ ປະຈຳປີ 2024 ເເລະ ທິດທາງເເຜນການ ປະຈຳປີ 2025; ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ຍົກສູງວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ, ຕິດພັນກັບ ໜ້າທີ່ວຽກງານວິຊາສະເພາະ, ໜ້າທີ່ການເມືອງຂອງກົມກອງເປັນປົກກະຕິ, ພະນັກງານ, ສະມາຊິກພັກພາຍໃນໜ່ວຍພັກ ໄດ້ເຊື່ອຊຶມກຳແໜ້ນບັນດາ ມະຕິຂອງກອງປະຊຸມໃຫຍ່ແຕ່ລະຂັ້ນຂອງ ພັກ, ບັນດາເນື້ອໃນ ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບຂອງພັກ, ຂອງກອງທັບ ແລະ ກົດໝາຍຂອງລັດ ໄດ້ຢ່າງເລິກເຊິ່ງ ເຮັດໃຫ້ພະນັກງານ, ສະມາຊິກພັກແຕ່ລະສະຫາຍມີທັດສະນະຫຼັກໝັ້ນ, ຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີແນວຄິດຫຼັກໝັ້ນ, ອຸ່ນອຽນທຸ່ນທ່ຽງຕໍ່ພັກ, ຕໍ່ລັດ, ຕໍ່ອຸດົມການ ສັງຄົມນິຍົມຂອງພັກຢ່າງສຸດກົກສຸດປ້າຍ, ມີລະບຽບວິໃນ, ມີແບບແຜນວິທີເຮັດວຽກທີ່ທັນສະໄໝ, ເຮັດວຽກເປັນໝູ່ຄະນະ, ແບ່ງໃຫ້ບຸກຄົນຮັບຜິດຊອບ, ຢຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ຮູ້ຈຳເເນກມິດ ເເລະ ສັດຕູ ໄດ້ຢ່າງຈະເເຈ້ງ, ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນໃນທຸກກໍລະນີ ພາຍໃນກົມກອງ.
ຈາກນັ້ນ ສະຫາຍ ພັນໂທ ຄຳຫຼ້າ ວົງພະຈັນ ຫົວໜ້າຂະເເໜງຈັດຕັ້ງພັກ ໄດ້ຜ່ານມະຕິຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຮັບຮອງໜ່ວຍພັກ ປອດໃສ ເຂັ້ມເເຂງ ໜັກເເໜ້ນ ບັນດາໜ່ວຍພັກ ທີ່ຂຶ້ນກັບ ອົງຄະນະພັກກອງພັນໃຫຍ່ 11 ຈຳນວນ 24 ໜ່ວຍພັກ, ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ໃຫ້ສະມາຊິກພັກ ຈຳນວນ 14 ສະຫາຍ ເເລະ ມອບບັດ ສະມາຊິກພັກສົມບູນຊຸດທີ VIII ຈຳນວນ 271 ສະຫາຍ; ພ້ອມນີ້ ຍັງໄດ້ມອບຫຼຽນໄຊພິລະອາດຫານ ຊັ້ນ lll ໃຫ້ເເກ່ ຄະນະຊີ້ນຳລວມ, ອະນຸກຳມະການຮັບປະກັນ, ກຳລັງຊ້ອມຮົບ ລາວ-ຣັດເຊຍ ‘’ລາໂຣດ‘’ 2024 ຈຳນວນ 48 ສະຫາຍ, ມອບໃບຍ້ອງຍໍກະຊວງປ້ອງກັນປະເທດ ຈຳນວນ 33 ສະຫາຍ, ມອບໃບຍ້ອງຍໍກົມໃຫຍ່ການເມືອງຈຳນວນ 22 ສະຫາຍ ເເລະ ມອບຫຼຽນໄຊພິລະອາດຫານຊັ້ນ ll ໃຫ້ເເກ່ນາຍ ເເລະ ພົນທະຫານ ຜູ້ທີ່ມີຜົນງານດີເດັ່ນໃນການປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕະຫຼອດໄລຍະ 5 ປີ ຈຳນວນ 113 ສະຫາຍ, ມອບຫຼຽນໄຊພິລະອາດຫານຊັ້ນ lll ຈຳນວນ 197 ສະຫາຍ, ມອບໃບຍ້ອງຍໍກະຊວງປ້ອງກັນປະເທດ ຈຳນວນ 129 ສະຫາຍ ເເລະ ໃບຍ້ອງຍໍກົມໃຫຍ່ການເມືອງ ຈຳນວນ 137 ສະຫາຍ ຕື່ມອີກ.
ໂດຍ: ວິລັດ ມົນດວງສິງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ