
ສະຫະພັນແມ່ຍິງ ທະຫານແຂວງຫຼວງພະບາງ ເຊື່ອມຊຶມເອກະສານ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງກອງທັບ ຄັ້ງທີ IX
ເວລາອອກຂ່າວ: 2025-05-08 15:37:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1497 | ຄວາມນິຍົມ:
ວັນທີ 8 ພຶດສະພາ 2025 ນີ້, ຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດພິທີເຊື່ອມຊຶມເອກະສານ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ IX, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ນາງໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, ມີສະຫາຍ ພັນເອກ ວິລະສິນ ມິດຕະພອນ ຫົວໜ້າຫ້ອງການເມືອງທະຫານແຂວງ, ມີສະຫາຍ ພັນໂທ ນາງສີດາ ພົມມະຈັນ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ຫົວໜ້າພະແນກສະຫະພັນແມ່ຍິງທະຫານແຂວງຫຼວງພະບາງ, ມີຄະນະພັກ-ຄະນະບັນຊາ, ສະຫະພັນແມ່ຍິງ ອົງການ 6 ຫ້ອງ, ຫົວໜ່ວຍກົມກອງ ອ້ອມຂ້າງກອງບັນຊາການເຂົ້າຮ່ວມ.
ສະຫາຍ ພັນໂທ ນາງສີດາ ພົມມະຈັນ ໄດ້ຜ່ານບົດລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະບັດໜ້າທີ່ວຽກງານຂອງສະຫະພັນແມ່ຍິງກອງບັນຊາຫານແຂວງຫຼວງພະບາງ ໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້, ຈາກນັ້ນ ສະຫາຍ ພັນໂທ ນາງ ແພງດີ ສົມສະນິດ ຫົວໜ້າພະແນກແຜນການ-ສັງລວມ ຫ້ອງການສະຫະພັນແມ່ຍິງກອງທັບ ໄດ້ຂຶ້ນເຜີຍແຜ່ມະຕິກອງປະຊຸມຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ IX ແລະ ຜ່ານບົດສະຫຼຸບແຜນພັດທະນາແມ່ຍິງກອງທັບ ໃນໄລຍະ 2021-2025 ແລະ ທິດທາງແຜນພັດທະນາໄລຍະ 2025-2030, ໂດຍປະຕິບັດຕາມວິໄສທັດຍຸດທະສາດ ແລະ ແຜນພັດທະນາແມ່ຍິງແຫ່ງຊາດຄັ້ງທີ VIII ປີ 2021-2025 ເພື່ອບັນລຸເປົ້າໝາຍ 10 ແຜນງານ 65 ໂຄງການຂອງແຜນພັດທະນາແມ່ຍິງແຫ່ງຊາດວາງອອກ, ສະຫະພັນແມ່ຍິງກອງທັບໄດ້ຫັນເອົາແຜນງານໂຄງການດັ່ງກ່າວ ມາເປັນແຜນພັດທະນາແມຍິງກອງທັບ ປະກອບມີ 10 ແຜນງານ 54 ໂຄງການເຂົ້າໃນວຽກງານຕົວຈິງ ຕາມສະພາບຈຸດພິເສດ ແລະ ເງື່ອນໄຂຕົວຈິງ ຂອງສະຫະພັນແມ່ຍິງກອງທັບເຫັນໄດ້ວ່າ: ສະມາຊິກສະຫະພັນແມ່ຍິງມີ ຄຸນທາດການເມືອງ ໜັກແໜ້ນເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັດ, ກົດໝາຍຂອງລັດ, ມະຕິຄໍາສັ່ງຂອງຂັ້ນເທິງ ມີຄວາມສາມັກຄີເປັນເອກະພາບພາຍໃນ-ພາຍນອກ ຢ່າງແໜ້ນແຟ້ນ ແລະ ມີຄວາມຫ້າວຫັນຕໍ່ການປະຕິບັດໜ້າທີ່ການເມືອງດ້ວຍຄວາມຮັບຜິດຊອບສູງ.
ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານສະຫະພັນແມ່ຍິງກອງບັນຊາການທະຫານແຂວງ ທີ່ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງເໜັ້ນໜັກໃຫ້ສະຫະພັນແມ່ຍິງທຸກສະຫາຍຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ, ເອົາໃຈໃສ່ປະຕິບັດມະຕິຄຳສັ່ງຂໍ້ກຳນົດກົດລະບຽບຂອງກອງທັບ ກໍ່ຄືສະຫະພັນແມ່ຍິງລາວວາງອອກຢ່າງເຂັ້ມງວດ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມີສະຕິລະວັງຕົວຕໍ່ກົນອຸບາຍຫັ່ນປ່ຽນໂດຍສັນຕິຂອງກຸ່ມຄົນບໍ່ຫວັງດີ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານ, ພ້ອມນີ້ກໍຕ້ອງໄດ້ຜູກແໜ້ນຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ພ້ອມກັນເຮັດສໍາເລັດໜ້າທີ່ ທີ່ໄດ້ມອບໝາຍໃຫ້ມີຜົນສໍາເລັດ.
ຂ່າວ: ບຸນເພັງ ວົງແກ້ວມະນີ; ພາບ: ທອງລິດ ແກ້ວທຸມມາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ