ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 20 ພຶດສະພາ 2025

  

ວປກ ເປີດກອງປະຊຸມກວດກາຄວາມພ້ອມໃຫ້ແກ່ການຊ້ອມຮົບ ປະຈໍາສົກຮຽນ 2024-2025
ເວລາອອກຂ່າວ: 2025-05-08 15:20:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1486 | ຄວາມນິຍົມ:



ໃນວັນທີ 8 ພຶດສະພາ 2025 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ເປີດກອງປະຊຸມກວດກາຄວາມພ້ອມໃຫ້ແກ່ການຊ້ອມຮົບ ປະຈໍາສົກຮຽນ 2024-2025 ໂດຍການເປັນປະທານ ຂອງສະຫາຍ ພົນຕີ ພັນແສງ ບຸນພັນ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ວປກ, ມີຄະນະພັກ-ຄະນະບັນຊາ ກົມ, ກອງ, ຫ້ອງການ, ຄະນະຮັບຜິດຊອບ, ຄູ-ອາຈານ, ພາກສ່ວນຮັບປະກັນ ພ້ອມດ້ວຍນັກສຶກສາ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ປອ ສົງກາ ບຸນຄຸນ ຮັກສາການຫົວໜ້າການທະຫານ, ຫົວໜ້າກົມອົບຮົມ-ກໍ່ສ້າງ ວປກ ໄດ້ຜ່ານບົດລາຍງານ ການຈັດຕັ້ງກະກຽມເນື້ອໃນການຫັດແອບຊ້ອມຮົບ ແລະ ຂໍ້ກໍານົດ ໃນເວລາຊ້ອມຮົບ ຂັ້ນບັນຊາ-ອົງການ ຝ່າຍດຽວເທິງແຜນທີ່ ຂອງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ອີງໃສ່ ໂຄງການຫຼັກສູດ ແລະ ຄໍາສັ່ງຈັດຕັ້ງຫັດແອບຊ້ອມຮົບ ຂອງຫົວໜ້າການທະຫານ ວປກ ກົມອົບຮົມ-ກໍ່ສ້າງ ໄດ້ເປັນເຈົ້າການກະກຽມ ແລະ ປະສານສົມທົບກັບທຸກພາກສ່ວນທີ່ມີການພົວພັນເພື່ອປະຕິບັດເນື້ອໃນດັ່ງກ່າວຢ່າງຄົບຖ້ວນ. ເພື່ອຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບມີແບບແຜນ, ມີຄວາມເປັນເອກະພາບເຂັ້ມງວດ, ປອດໄພ ແລະ ຮັບປະກັນຄຸນນະພາບໃນການຊ້ອມຮົບ ໄດ້ວາງບາງຂໍ້ກໍານົດຊ້ອມດັ່ງນີ້: ດ້ານເວລາ, ການນຸ່ງຖືໃນເວລາຊ້ອມຮົບ, ລະບຽບການໄປມາ, ການຮັກສາຄວາມລັບ ແລະ ວຽກງານຮັບປະກັນ ເພື່ອປະຕິບັດຊ້ອມຮົບຕົວຈິງ. ໂອກາດນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະຮັບຜິດຊອບທຸກພາກສ່ວນທີ່ໄດ້ຕັ້ງໜ້າສຸມໃສ່ການອົບຮົມ-ຫັດແອບຊ້ອມຮົບໃນຄັ້ງນີ້ ພ້ອມທັງ, ເນັ້ນໜັກໃຫ້ທຸກພາກສ່ວນ, ກໍາມະການຮັບຜິດຊອບກວດກາທາງດ້ານເນື້ອໃນແບ່ງຄວາມຮັບຜິດຊອບໃຫ້ແຕ່ລະຄຸ້ມຫັດແອບ ຕ້ອງມີຄວາມຮັບຜິດຊອບສູງ, ຮັບປະກັນໄດ້ທາງດ້ານເນື້ອໃນ, ທ່າຈັງຫວະ, ລໍາດັບບາດກ້າວການເຮັດວຽກ ຂອງຜູ້ບັນຊາໃຫ້ສອດຄ່ອງກັບສະພາບຕົວຈິງ, ເພີ່ມທະວີຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ, ເປັນເຈົ້າການທຸກໆ ດ້ານ ນັບທັງທາງດ້ານວັດຖຸ, ອຸປະກອນຕ່າງໆ ຮັບໃຊ້ການຊ້ອມຮົບໃຫ້ທັນກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ເພື່ອເຮັດໃຫ້ບັ້ນຊ້ອມຮົບໃນຄັ້ງນີ້ ປະສົບຜົນສໍາຢ່າງຈົບງາມ. ໂດຍ: ເຂັງພອນ ແກ້ວຄໍາລຽງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ