
ປະກາດການເເຕ່ງຕັ້ງຮອງຫົວໜ້າກອງບັນຊາການ ຮັບຜິດຊອບວຽກງານພະລາທິການ ກອງບັນຊາການທະຫານແຂວງຈໍາປາສັກ
ເວລາອອກຂ່າວ: 2025-05-08 15:11:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1376 | ຄວາມນິຍົມ:
ພິທີ ປະກາດການເເຕ່ງຕັ້ງຮອງຫົວໜ້າກອງບັນຊາການ ຮັບຜິດຊອບວຽກງານພະລາທິການ ກອງບັນຊາການທະຫານແຂວງຈໍາປາສັກ ໄດ້ຈັດຂຶ້ນໃນວັນທີ 8 ພຶດສະພາ 2025 ນີ້, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຈັນທະຈັກ ໄຊຍະວົງສາ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີ ສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງຈໍາປາສັກ, ມີບັນດາຜູ້ຕາງໜ້າຈາກກົມ, ອົງການປົກຄອງແຂວງ, ກຳລັງຫຼວງ, ກຳລັງທ້ອງຖິ່ນ, ກໍາລັງປ້ອງກັນຄວາມສະຫງົບເເຂວງ, ຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ພະເເນກການ, ກົມກອງອ້ອມຂ້າງ ຕະຫຼອດຮອດພະນັກງານຫຼັກເເຫຼ່ງເຂົ້າຮ່ວມ.
ສະຫາຍ ພັນເອກ ປອ ພູວຽງ ດາວັນນາຮັກ ຫົວໜ້າກົມເສນາພະລາ ກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານຂໍ້ຕົົກລົງ ຂອງກະຊວງປອ້ງກັນປະເທດ ວ່າດວ້ຍການອະນຸມັດໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານເເຂວງຈໍາປາສັກ ພັກການ ເພື່ອກຽມຮັບບຳນານ ແລະ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ຮອງຫົວໜ້າກອງບັນຊາການ ຮັບຜິດຊອບວຽກງານພະລາທິການ ກອງບັນຊາການທະຫານແຂວງຈໍາປາສັກ ໃນນັ້ນ, ກະຊວງປ້ອງກັນປະເທດ ຕົກລົງ ອະນຸມັດໃຫ້ ສະຫາຍ ພັນໂທ ຄໍາສິງ ພົມສຸພາ ຮອງຫົວໜ້າກອງບັນຊາການ ຮັບຜິດຊອບວຽກງານພະລາທິການ, ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານເເຂວງຈຳປາສັກ ພັກການ ເພື່ອກຽມຮັບບໍານານ ແລະ ແຕ່ງຕັ້ງ ສະຫາຍ ພັນໂທ ຖາວອນ ສິນທະປະເສີດ ເປັນຮອງຫົວໜ້າກອງບັນຊາການ ຮັບຜິດຊອບວຽກງານພະລາທິການ ທັງເປັນຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານເເຂວງຈໍາປາສັກ, ແຕ່ງຕັ້ງ ສະຫາຍ ພັນໂທ ຄໍາພູ ຈະເລີນສຸກ ເປັນຮອງຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງຈໍາປາສັກ. ຈາກນັ້ນ, ໄດ້ພ້ອມກັນລົງນາມບົດບັນທຶກ ມອບ-ຮັບ ໜ້າທີ່ ລະຫວ່າງ ຮອງຫົວໜ້າກອງບັນຊາການ ຮັບຜິດບຊອບວຽກງານພະລາທິການ, ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງຈໍາປາສັກ ຜູ້ເກົ່າ ແລະ ຜູ້ໃໝ່ ຢ່າງເປັນທາງການ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຈັນທະຈັກ ໄຊຍະວົງສາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜູ້ທີ່ເຮັດສຳເລັດໜ້າທີ່ໃນຄັ້ງນີ້ ພອ້ມທັງ, ເນັ້ນໜັກໃຫ້ສະຫາຍ ຈົ່ງສືບຕໍ່ເປັນທີ່ປືກສາ ນໍາພາ-ຊີ້ນຳ ສຶກສາອົບຮົມດ້ານການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບຮຸ່ນສືບທອດ ໄດ້ເປັນເຈົ້າການປະຕິບັດພາລະກິດປ່ຽນແປງໃໝ່ຂອງພັກ ໃນແຕ່ລະໄລຍະໃຫ້ມີຜົນສຳເລັດຢ່າງຕໍ່ເນື່ອງ. ສຳລັບຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບໃນກົມກອງ ມີຄວາມໜັກ
ແໜ້ນເຂັ້ມແຂງ, ມີຄວາມສາມັກຄີເປັນເອກະພາບ, ມີຄວາມຮັບຜິດຊອບສູງຕໍ່ວຽກງານວິຊາສະເພາະຂອງຕົນ, ປັບປຸງແບບແຜນວິທີເຮັດວຽກ ແລະ ຍົກລະດັບຄວາມຮູ້ ຄວາມສາມາດໃຫ້ແກ່ພະນັກງານວິຊາການໃຫ້ນັບມື້ສູງຂຶ້ນ ເພື່ອຮັບປະກັນການໜ້າທີ່ວຽກງານ ທີ່ການຈັດຕັ້ງຂັ້ນເທິງມອບໝາຍ ໃຫ້ມີຜົນສໍາເລັດ.
ໂດຍ: ນາງ ສິລິຄານ ສີດາວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ