
ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກອງບັນຊາການທະຫານແຂວງຜົ້ງສາລີ ໄຂຂຶ້ນຢ່າງເປັນທາງການ
ເວລາອອກຂ່າວ: 2025-05-08 15:09:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1470 | ຄວາມນິຍົມ:
ໃນວັນທີ 8 ພຶດສະພາ 2025 ນີ້, ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ໄຂຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ, ຮອງປະທານຄະນະກໍາມະການ ປກຊ-ປກສ ແຂວງ ຜູ້ປະຈໍາການ, ໂດຍມີ ສະຫາຍ ຄໍາຜອຍ ວັນນະສານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ, ປະທານຄະນະກໍາມະການ ປກຊ-ປກສ ແຂວງຜົ້ງສາລີ, ສະຫາຍ ພົນຕີ ວົງສອນ ອິນປານພິມ ກໍາມະການຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະປະຈໍາພັກແຂວງ, ຄະນະປະຈໍາພັກ, ຄະນະພັກກອງບັນຊາການທະຫານແຂວງ, ກອງພົນທີ 3, ທີມງານຈາກກະຊວງປ້ອງກັນປະເທດ, ທີມງານຂອງແຂວງ, ອະດີດຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ, ພະນັກງານອາວຸໂສບໍານານ ພ້ອມດ້ວຍຜູ້ແທນສົມບູນ ທີ່ເປັນຕົວແທນໃຫ້ສະມາຊິກພັກ ໃນທົ່ວອົງຄະນະພັກ ກອງບັນຊາການທະຫານແຂວງ ເຂົ້າຮ່ວມ 140 ສະຫາຍ, ຍິງ 4 ສະຫາຍ.
ກອງປະຊຸມ ຈະໄດ້ດໍາເນີນເປັນເວລາໜຶ່ງວັນ ຈຶ່ງສໍາເລັດ.
ໂດຍ: ທອງສຸກ ຈັນຖະໜອມ
ພາບໂດຍ: ທອງໄຊ ແສງອຸດົມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ