
ຫົວໜ້າການເມືອງ ວປກ ອວຍພອນ ຫົວໜ້າຫ້ອງການທີ່ປຶກສາທູດຝ່າຍປ້ອງກັນຊາດ ສ ຣັດເຊຍ
ເວລາອອກຂ່າວ: 2025-05-08 15:07:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1441 | ຄວາມນິຍົມ:
ວັນທີ 7 ພຶດສະພາ 2025 ນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ພ້ອມຄະນະ, ໄດ້ນໍາເອົາກະຕ່າດອກໄມ້ ແລະ ກະຕ່າຂອງຂວັນເຂົ້າອວຍພອນ ສະຫາຍ ພັນເອກ ໂກວາເລັນກາ ຣ.ວ ຫົວໜ້າຫ້ອງການທີ່ປຶກສາທູດຝ່າຍປ້ອງກັນຊາດ ສ ຣັດເຊຍ ປະຈໍາ ສປປ ລາວ ພ້ອມຄະນະ, ເນື່ອງໃນໂອກາດ ວັນໄຊຊະນະມະຫາສົງຄາມຂອງ ປະຊາຊົນຊາວ ຣັດເຊຍ ຄົບຮອບ 80 ປີ (09 ພຶດສະພາ 1945 – 09 ພຶດສະພາ 2025).
ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ຕີລາຄາສູງຕໍ່ໝາກຜົນ ແຫ່ງໄຊຊະນະ ມະຫາສົງຄາມ ອັນຍິ່ງໃຫຍ່ຂອງ ປະຊາຊົນຊາວ ຣັດເຊຍ ຄົບຮອບ 80 ປີ, ພ້ອມທັງ ກ່າວສະແດງຄໍາອວຍພອນໄຊອັນປະເສີດມາຍັງ ສະຫາຍ ຫົວໜ້າຫ້ອງການທີ່ປຶກສາທູດຝ່າຍປ້ອງກັນຊາດ ສ ຣັດເຊຍ ປະຈໍາ ສປປ ລາວ ພ້ອມຄະນະ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສໍາເລັດໃນໜ້າທີ່ອັນມີກຽດ ແລະ ອວຍພອນໃຫ້ສາຍພົວພັນການຮ່ວມມືລະຫວ່າງສອງຊາດ, ສອງກອງທັບ ລາວ-ຣັດເຊຍ ໃຫ້ໝັ້ນຄົງທະນົງແກ່ນ ແລະ ຫັນເຂົ້າສູ່ລວງເລິກຍິ່ງໆຂຶ້ນ.
ສະຫາຍ ພັນເອກ ໂກວາເລັນກາ ຣ.ວ ໄດ້ສະແດງຄວາມຂອບໃຈຕໍ່ໍຄະນະນໍາ ວປກ ພ້ອມຄະນະ ທີ່ເຫັນໄດ້ຄວາມໝາຍຄວາມສໍາຄັນຕໍ່ວັນໄຊຊະນະ ມະຫາສົງຄາມ ຂອງປະຊາຊົນຊາວ ຣັດເຊຍ, ພ້ອມທັງອວຍພອນໃຫ້ ຄະນະນໍາ ວປກ ຈົ່ງມີສຸຂະພາບແຂງແຮງ ແລະ ເຮັດສໍາເລັດໜ້າທີ່ການເມືອງຂອງທ່ານ, ສືບຕໍ່ຮັດແໜ້ນຄວາມສາມັກຄີລະຫວ່າງສອງຊາດ, ສອງກອງທັບ ຣັດເຊຍ-ລາວ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.
ໂດຍ: ເຂັງພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ