ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 20 ພຶດສະພາ 2025

  

ພະນັກງານ-ນັກຮົບ ກົມຊ່າງແສງ ທັດສະນະສຶກສາ ຢູ່ຫໍພິພິທະພັນປະຫວັດສາດກອງທັບ ແລະ ອະນຸສອນສະຖານ ປະທານ ສຸພານຸວົງ
ເວລາອອກຂ່າວ: 2025-05-08 15:00:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1551 | ຄວາມນິຍົມ:



ວັນ 7 ພຶດສະພາ 2025 ນີ້, ສະຫາຍ ພັນເອກ ບຸນສົດ ອິນສີນາ ຮອງຫົວໜ້າກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ ໄດ້ນໍາພາ ພະນັກງານ-ນັກຮົບ ແລະ ອົງການຈັດຕັ້ງມະຫາຊົນ ເຂົ້າທັດສະນະສຶກສາ ທ່ຽວຊົມ ຫໍພິພິທະພັນປະຫວັດສາດກອງທັບ ແລະ ອະນຸສອນສະຖານ ປະທານ ສຸພານຸວົງ. ສະຫາຍ ພັນໂທ ຈັນນະຄອນ ແກ້ວວິໄລ ຮອງຫົວໜ້າພະແນກແຜນການ-ສັງລວມ ກົມຊ່າງແສງ ກົມ ໃຫຍ່ເສນາທິການກອງທັບ ໃຫ້ຮູ້ວ່າ: ການຈັດຕັ້ງພະນັກງານ-ນັກຮົບ ເຂົ້າຮ່ວມທ່ຽວຊົມຫໍພິພິທະພັນ ແລະ ອະນຸສອນສະຖານໃນຄັ້ງນີ້ ແມ່ນປະຕິບັດຕາມຄໍາສັ່ງແຈ້ງການຂອງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການຈັດຕັ້ງ ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ແລະ ເປີດຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ ໂຄສະນາ ປາຖະກະຖາ ແລະ ສ້າງກົມກອງວັດທະນະທຳ-ນັກຮົບວັດທະນະທຳ ແລະ ກອງ ປອດໃສ, ປອດໄພ, ປອດຄະດີ ປະຈໍາປີ 2025, ທັງນີ້ກໍ່ເພື່ອເປັນການສຶກສາ ອົບຮົມການເມືອງ - ນໍາພາແນວຄິດ ຕິດພັນກັບວຽກງານ ຮັກຊາດ ແລະ ພັດທະນາ ໃຫ້ພະນັກງານ, ນັກຮົບ, ສະມາຊິກຊາວໜຸ່ມ-ແມ່ຍິງ ມີຈິດສໍານຶກເຂົ້າໃນວຽກງານສຶກສາອົບຮົມຕົນເອງ ໃຫ້ກາຍເປັນພະນັກງານຜູ້ມີສິນທໍາປະຕິວັດ ໃນກຳລັງປະກອບວຸດ ກອງທັບປະຊາຊົນລາວ. ໂດຍ: ເກນ ວິໄລສານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ