ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 20 ພຶດສະພາ 2025

  

ປະກາດການຮັບຮອງເອົາຄະນະບໍລິຫານງານພັກ ກອງພົນທີ 2 ສະໄໝທີ Vll
ເວລາອອກຂ່າວ: 2025-04-25 15:29:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1356 | ຄວາມນິຍົມ:



ພິທີ ປະກາດການຮັບຮອງເອົາຄະນະບໍລິຫານງານພັກ ກອງພົນທີ 2 ສະໄໝທີ Vll ແລະ ປະກາດການແຕ່ງຕັ້ງ ຂັ້ນຮອງຫົວໜ້າຫ້ອງ, ກອງພັນໃຫຍ່, ສູນເຝິກອົບຮົມ ໄດ້ຈັດຂຶ້ນໃນວັນທີ 25 ເມສາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາກອງພົນ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ສະຫາຍພັນໂທ ບຸນເດີມ ດວງຈໍາປາ ກໍາມະການຄະນະປະຈໍາພັກກອງພົນ, ຫົວໜ້າຫ້ອງການເມືອງ ກອງພົນທີ 2 ໄດ້ຜ່ານມະຕິຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານພັກ ກອງພົນທີ 2 ສະໄໝທີ Vll ປະກອບມີ 11 ສະຫາຍ ຄື: ສະຫາຍ ພົນຈັດຕະວາ ຄຳດີ ໄຊຍະວົງ, ສະຫາຍ ພັນເອກ ສອນເພັດ ຈັນສົມ, ສະຫາຍ ພັນໂທ ບຸນເດີມ ດວງຈໍາປາ, ສະຫາຍ ພັນເອກ ບຸນກໍ່າ ພິມພົງພັນ, ສະຫາຍ ພັນໂທ ອຸ່ນເຕົ່າ ໄຊຍະຄຸນ, ສະຫາຍ ພັນໂທ ລອນສີ ທຳມະວົງ, ສະຫາຍ ພັນໂທ ອຳນວຍ ສຸກສະຫວັດ, ສະຫາຍ ພັນໂທ ສອນເພັດ ວັນນະໄຊ, ສະຫາຍ ພັນໂທ ສົມຈິດ ແກ້ວໄຊຍະວົງ, ສະຫາຍ ພັນໂທ ສົມພົດ ສັນຍາ ແລະ ສະຫາຍ ພັນໂທ ບຸນຖິ່ນ ສຸລິດ, ຕົກລົງຮັບຮອງເອົາຄະນະປະຈຳພັກ ປະກອບມີ 3 ສະຫາຍຄື: ສະຫາຍ ພົນຈັດຕະວາ ຄຳດີ ໄຊຍະວົງ, ສະຫາຍ ພັນເອກ ສອນເພັດ ຈັນສົມ, ສະຫາຍ ພັນໂທ ບຸນເດີມ ດວງຈໍາປາ, ຕົກລົງຮັບຮອງເອົາເລຂາ, ຮອງເລຂາຄະນະພັກ ປະກອບມີ: ສະຫາຍ ພົນຈັດຕະວາ ຄຳດີ ໄຊຍະວົງ ເປັນເລຂາຄະນະພັກ, ສະຫາຍ ພັນເອກ ສອນເພັດ ຈັນສົມ ເປັນຮອງເລຂາຄະນະພັກ ແລະ ຕົກລົງຮັບຮອງເອົາປະທານ, ຮອງປະທານກວດກາພັກ ປະກອບມີ 3 ສະຫາຍຄື: ສະຫາຍ ພັນໂທ ບຸນເດີມ ດວງຈຳປາ ເປັນປະທານກວດກາພັກ, ສະຫາຍ ພັນໂທ ວົງສະໝອນ ອຸ່ນດາລາ ເປັນຮອງປະທານກວດກາພັກ, ສະຫາຍ ພັນໂທ ສຸວັນ ອ່ອນສະຫງ່າ ເປັນຮອງປະທານກວດກາພັກ ແລະ ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງ ຂັ້ນຮອງຫົວໜ້າຫ້ອງ, ກອງພັນໃຫຍ່, ສູນເຝິກອົບຮົມ ກອງພົນທີ 2 ໃນນີ້, ສະຫາຍ ພັນໂທ ຄຳຫຼ້າ ທອງວິໄລ ເປັນຮອງຫົວໜ້າຫ້ອງເສນາທິການ, ສະຫາຍ ພັນໂທ ສົມຄິດ ຄຳຊົມພູ ເປັນຫົວໜ້າການທະຫານ ກອງພັນໃຫຍ່ 202, ສະຫາຍ ພັນໂທ ສຸທີ ສີສະອາດ ເປັນຮອງຫົວໜ້າການທະຫານ ທັງເປັນຫົວໜ້າພະແນກເສນາທິການ ກອງພັນໃຫຍ່ 202 ແລະ ສະຫາຍ ພັນໂທ ບຸນຈັນ ມະນີສອນ ເປັນຫົວໜ້າສູນເຝິກອົບຮົມ ກອງພົນທີ 2. ໂອກາດນີ້, ສະຫາຍ ພົນຕີ ສາຍໃຈ ກຳມະສິດ ໄດ້ມີຄຳເຫັນໂອ້ລົມໃຫ້ທິດຊີ້ນໍາ ຕໍ່ຄະນະພັກຊຸດໃໝ່, ພະນັກງານຫຼັກແຫຼ່ງ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ, ຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ, ເຊື່ອມຊຶມ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ປະຕິບັດມະຕິ, ຄຳສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ, ຫັນເອົາມະຕິກອງປະຊຸມໃຫຍ່ຕິດແທດກັບແຜນງານ, ໂຄງການອັນລະອຽດຂອງກົມກອງ, ເຊີດຊູນໍ້າໃຈຄວາມຮັບຜິດຊອບຂອງຄະນະພັກ ດ້ວຍຈິດໃຈບຸກທະລຸເຂົ້າໃສ່ວຽກງານທີ່ຕົນຮັບຜິດຊອບໃຫ້ມີການຫັນປ່ຽນຢ່າງຈະແຈ້ງ, ເດັດດ່ຽວແກ້ໄຂແນວຄິດຄອງເດີມ, ຂີ້ຄ້ານມັກງ່າຍ, ເອື່ອຍອີງ, ຂາດຄວາມເປັນເຈົ້າຕົນເອງ, ເພີ່ມທະວີຄວາມເປັນເອກະພາບພາຍໃນຄະນະພັກ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດວຽກງານເປັນໝູ່ຄະນະ, ແບ່ງວຽກງານໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ຕິດຕາມກວດກາຊຸກຍູ້ ແລະ ສະຫຼຸບຖອດຖອນບົດຮຽນ ເພື່ອສົ່ງເສີມດ້ານຕັ້ງໜ້າ, ແກ້ໄຂສິ່ງຫຍໍ້ທໍ້ໃຫ້ທັນການ, ເອົາໃຈໃສ່ປະຕິບັດລະບອບດຳເນີນຊີວິດການເມືອງໃຫ້ເປັນປົກກະຕິ, ເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງກົມກອງ ໃນການສ້າງເສດຖະກິດແກ້ໄຂຊິວິດການເປັນຢູ່ຕາມທິດນໍາເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ນັບມື້ດີຂຶ້ນກວ່າເກົ່າ ໂດຍ: ສຸວັນໂນ ທະລັງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ