ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 20 ພຶດສະພາ 2025

  

ລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າພົບປະ ຂອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ
ເວລາອອກຂ່າວ: 2025-04-25 14:43:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1241 | ຄວາມນິຍົມ:



ວັນທີ 25 ເມສາ 2025 ນີ້, ຢູ່ທີ່ ກະຊວງປ້ອງກັນປະເທດ, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າພົບປະ ຂອງສະຫາຍ ພົນເອກ ຟານ ວັນ ຢາງ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ເນື່ອງໃນໂອກາດຕິດຕາມ ສະຫາຍ ເລື່ອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ທີ່ເດີນທາງຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ໃນລະຫວ່າງວັນທີ 24-25 ເມສາ 2025 ນີ້. ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ສະແດງຄວາມຍິນດີຕ້ອນຮັບສະຫາຍ ພົນເອກ ຟານ ວັນ ຢາງ ພ້ອມດ້ວຍຄະນະ ທີ່ໄດ້ນໍາເອົາຄວາມສາມັກຄີຮັກແພງອັນສະໜິດສະໜົມ, ອົບອຸ່ນ, ໄມຕີຈິດມິດຕະພາບຖານສະຫາຍອ້າຍນ້ອງມາສູ່ກອງທັບ ແລະ ປະຊາຊົນລາວ ເຊິ່ງການເດີນທາງມາຢ້ຽມຢາມ ຂອງສະຫາຍ ພ້ອມດ້ວຍຄະນະໃນຄັ້ງນີ້, ເປັນນິມິດໝາຍທີ່ດີໃນການສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນແຜນການຮ່ວມມື ທັງເປັນການສືບຕໍ່ເສີມຂະຫຍາຍມູນເຊື້ອ ແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ, ສອງກອງທັບ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງໆ ຂຶ້ນ. ພ້ອມນັ້ນ, ທັງສອງຝ່າຍ ໄດ້ມີຄຳເຫັນແລກປ່ຽນ ແລະ ຕີລາຄາສູງຕໍ່ຜົນສຳເລັດ ຂອງການຈັດຕັ້ງປະຕິບັດເນື້ອໃນແຜນການຮ່ວມມື ລະຫວ່າງ ສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ໃນໄຕມາດ I ປີ 2025. ຈາກນັ້ນ, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ຖືເອົາໂອກາດນີ້, ຕາງໜ້າຄະນະນໍາກະຊວງປ້ອງກັນປະເທດ ຕະຫຼອດຮອດພະນັກງານ-ນັກຮົບ ທົ່ວກອງທັບປະຊາຊົນລາວ ຂໍອວຍພອນໄຊອັນປະເສີດເຖິງກອງທັບປະຊາຊົນຫວຽດນາມອ້າຍນ້ອງ ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດຫວຽດນາມ ຄົບຮອບ 50 ປີ ໃກ້ຈະມາເຖິງນີ້ ຈົ່ງມີຜົນສໍາເລັດໃໝ່, ອັນໃຫຍ່ຫຼວງກວ່າເກົ່າ ເພື່ອບັນລຸເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ, ກ້າວໄປສູ່ສັງຄົມນິຍົມ ພ້ອມທັງ, ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລໍ້າຄ່າໝົດຈິດໝົດໃຈຈາກກະຊວງປ້ອງກັນປະເທດ ສສ ຫວຽດນາມ ໃຫ້ແກ່ກອງທັບປະຊາຊົນລາວ ຕະຫຼອດມາ. ໂອກາດດັ່ງກ່າວ, ສະຫາຍ ພົນເອກ ຟານ ວັນ ຢາງ ໄດ້ສະແດງຄວາມຂອບໃຈ ຕໍ່ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ພ້ອມດ້ວຍຄະນະ ທີ່ໄດ້ໃຫ້ການຕ້ອນຮັບອັນສະໜິດສະໜົມ, ອົບອຸ່ນເຕັມໄປດ້ວຍໄມຕິຈິດມິດຕະພາບແບບດູດດື່ມ ແລະ ມີມູນເຊື້ອແບບພິເສດ ລາວ- ຫວຽດນາມ ພ້ອມທັງ ມີຄຳເຫັນແລກປ່ຽນຫຼາຍບັນຫາທີ່ສຳຄັນ ແລະ ກ່າວຄຳອວຍພອນໃຫ້ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດບຸນປີໃໝ່ລາວ ທີ່ຜ່ານມານີ້ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ປະສົບຜົນສໍາເລັດໃນໜ້າທີ່ອັນມີກຽດສະຫງ່າ ຂອງສະຫາຍ. ອວຍພອນບັນດາສະຫາຍ ລາວ-ຫວຽດນາມ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມເບີກບານໃນຊີວິດ ແລະ ມີຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ, ອວຍພອນນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ນຊົ່ວກາລະນານ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ