
ປະກາດການແຕ່ງຕັ້ງ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ
ເວລາອອກຂ່າວ: 2025-04-25 09:49:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 939 | ຄວາມນິຍົມ:
ພິທີປະກາດການແຕ່ງຕັ້ງ ຮອງຫົວໜ້າກົມໃຫຍ່ເຕັກນິກ, ຫົວໜ້າກົມ, ຫົວໜ້າຫ້ອງການ ແລະ ຮອງອໍານວຍການບໍລິສັດ ຂຶ້ນກັບກົມໃຫຍ່ເຕັກນິກກອງທັບ ໄດ້ຈັດຂຶ້ນ ໃນວັນທີ 24 ເມສາ 2025 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ປະສິດ ທ່ຽງທຳ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີ ສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຕາງໜ້າຄະນະກົມ, ຫ້ອງການ, ກົມພະນັກງານ, ຄະນະພັກ-ຄະນະບັນຊາກົມກອງອ້ອມຂ້າງ, ບັນດາພະແນກການ, ພະນັກງານຫຼັກແຫຼ່ງພາຍໃນອົງການກົມໃຫຍ່ເຕັກນິກ ແລະ ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ເຂົ້າຮ່ວມ.
ສະຫາຍ ພັນເອກ ຄໍາເອ້ຍ ສຸກແສງເໜືອ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ, ໄດ້ຜ່ານດຳລັດ ນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ນາຍົກລັດຖະມົນຕີອອກດຳລັດ ມາດຕາ 01: ແຕ່ງຕັ້ງສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ແລະ ສະຫາຍ ພົນຈັດຕະວາ ຄຳສິງ ລືເດດສົມບັດ ເປັນຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ກະຊວງປ້ອງກັນປະເທດ, ພ້ອມທັງແຕ່ງຕັ້ງໃຫ້ 2 ສະຫາຍເປັນກຳມະການຄະນະປະຈຳພັກກົມໃຫຍ່ເຕັກນິກກອງທັບ ແລະ ຜ່ານຂໍ້ຕົກລົງ ກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມ, ຫົວໜ້າຫ້ອງການ, ຮອງຫົວໜ້າກົມ ແລະ ຮອງອໍານວຍການບໍລິສັດ ຂຶ້ນກັບກົມໃຫຍ່ເຕັກນິກກອງທັບ, ໃນນີ້ ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ອານຸສອນ ຈະເລີນພົນມີໄຊ ເປັນຫົວໜ້າກົມຄຸ້ມຄອງລົດ-ເຮືອ, ສະຫາຍ ພັນໂທ ວົງເພັດ ອິນທະພອນ ເປັນຮອງຫົວໜ້າກົມຄຸ້ມຄອງລົດ-ເຮືອ, ສະຫາຍ ພັນເອກ ວິໄລຄຳ ຫຼວງຊົມພູ ເປັນຫົວໜ້າຫ້ອງການ, ສະຫາຍ ພັນໂທ ອະລິຍະສິດ ພົມມີລາດ ເປັນຮອງຫົວໜ້າກົມອຸດສາຫະກຳປ້ອງກັນຊາດ, ສະຫາຍ ພັນເອກ ສຸດທິພົງ ເພັງວິໄລຈິດ ເປັນຮອງອຳນວຍການບໍລິສັດລາວ-ຢູນ ແລະ ສະຫາຍ ພັນໂທ ສັງທອງ ເລືອງສິດທິເດດ ເປັນຮອງອຳນວຍການໂຮງງານທາດລະເບີດຫຼັງ 1 ກົມໃຫຍ່ເຕັກນິກກອງທັບ.
ສະຫາຍ ພົນຕີ ປະສິດ ທ່ຽງທຳ ໄດ້ກ່າວວ່າ: ການປະກາດແຕ່ງຕັ້ງນາຍທະຫານໃນຄັ້ງນີ້, ແມ່ນເປັນການປັບປຸງບູລະນະກົງຈັກການຈັດຕັ້ງໃນແຕ່ລະຂັ້ນໃຫ້ມີຄວາມສະຫງົບ ແລະ ມີຄວາມໜັກແໜ້ນ, ເຂັ້ມແຂງ ໃນການເຄື່ອນໄຫວເຮັດວຽກງານ ໃຫ້ມີປະສິດຕິຜົນສູງຂຶ້ນກວ່າເກົ່າ. ພ້ອມທັງ ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາທຸກຂັ້ນຈົ່ງສືບຕໍ່ຖືເອົາວຽກງານ ສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ, ໂດຍສະເພາະນາຍທະຫານຜູ້ທີ່ໄດ້ຮັບໜ້າທີ່ໃໝ່ໃນຄັ້ງນີ້, ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຂອງຕົນເອງເຂົ້າໃນໜ້າທີ່ວຽກງານວິຊາສະເພາະ ກໍຄືການປະຕິບັດໜ້າທີ່ການເມືອງຂອງກົມກອງເປັນຢ່າງດີ, ປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການຂອງລັດ, ຕັ້ງໜ້າປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງກົມກອງ, ຮໍ່າຮຽນທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ຍົກລະດັບການສຶກສາ, ວິຊາສະເພາະ, ເຝິກຝົນຫຼໍ່ຫຼອມດ້ານຄຸນທາດການເມືອງ, ຄຸນສົມບັດ ສິນທໍາປະຕິວັດ, ແບບແຜນການດໍາລົງຊີວິດ, ມີສະຕິຕໍ່ການຈັດຕັ້ງ ແລະ ຄວາມເປັນແບບຢ່າງນໍາໜ້າໃນທຸກຂົງເຂດວຽກງານ ເພື່ອແນໃສ່ເຮັດສຳເລັດໜ້າທີ່ ທີ່ພັກ-ລັດ ແລະ ກອງທັບມອບໝາຍໃຫ້.
ໂດຍ: ອານຸສອນ ວິລະວົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ