
ກອງຮ້ອຍທະຫານຊາຍແດນ 113 ທະຫານແຂວງຜົ້ງສາລີ ສ້າງໄດ້ຜົນງານຫຼາຍດ້ານທີ່ພົ້ນເດັ່ນ
ເວລາອອກຂ່າວ: 2025-04-25 09:10:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 821 | ຄວາມນິຍົມ:
ສະຫາຍ ພັນຕີ ເພັງ ວິໄລ ເລຂາໜ່ວຍພັກ, ຫົວໜ້າການເມືອງ ກອງຮ້ອຍທະຫານຊາຍແດນ 113 ແຂວງຜົ້ງສາລີ ໄດ້ໃຫ້ຮູ້ວ່າ: ໃນໄລຍະຜ່ານມາຄະນະພັກ-ຄະນະບັນຊາ ໄດ້ສຸມໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍການຈັດຕັ້ງກຳລັງລົງກໍ່ສ້າງຮາກຖານການເມືອງ ໃນນີ້, ເວົ້າສະເພາະການ
ຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນຂອງກົມກອງໃນ 1 ປີ ຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ຈັດຕັ້ງກຳລັງເຄື່ອນໄຫວຕິດຕາມ, ກວດກາສະພາບຕາມຊາຍແດນ, ຫຼັກໝາຍຊາຍແດນ ເປັນປົກກະຕິເດືອນລະ 2 ຄັ້ງ, ເກັບກຳສະພາບປະຊາຊົນບັນດາເຜົ່າ, ເກັບກຳສະພາບການຕ່າງໆ ຂອບເຂດກົມກອງຕັ້ງທັບທົ່ວເຖິງທັນການ ແລະ ສະຫຼຸບສັງລວມສ່ອງແສງລາຍງານ ໃຫ້ຂັ້ນເທິງເປັນປົກກະຕິ ພ້ອມທັງ ຈັດຕັ້ງກຳລັງ ລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ, ປັບປຸງຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ຂັ້ນຮາກຖານບ້ານ, ຈັດຕັ້ງດຳເນີນຮ່ວມຊີວິດ ໜ່ວຍພັກເປັນປົກກະຕິ ເດືອນລະຄັ້ງ ຄັດເລືອກເອົາມາຫາຊົນຜູ້ກ້າວໜ້າຂະຫຍາຍເຂົ້າເປັນສະມາຊິກພັກ ໃນປີຜ່ານມາສາມາດຂະຫາຍໄດ້ 6 ສະຫາຍ, ຕີລາຄາແບງປະເພດສະມາຊິກພັກ ໄດ້ 1 ຄັ້ງ ແລະ ຮັກສາໄດ້ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024 ພ້ອມກັນນີ້, ຍັງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານສະມາຊິກພັກ, ນາຍ ແລະ ພົນທະຫານ ພາຍໃນກົມກອງມີແນວຄິດ ອຸ່ນອ່ຽນເຊື້ອໝັ້ນ
ຕໍ່່ການນຳພາຂອງພັກ ພ້ອມກັນເຮັດສຳເລັດໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ສ້າງແຜນກຳນົດພະນັກງານ ສືບທອດປ່ຽນແທນຢ່າງຕໍ່ເນື່ອງ, ປະຕິບັດຕາມຄຳສັງ ຂອງຂັ້ນເທິງ ທີ່ວ່າພະນັກງານ ມີຂຶ້ນມີລົງ, ມີເຂົ້າມີອອກ ຢ່າງເຂັ້ມງວດ.
ນອກນີ້, ຍັງໄດ້ກໍ່ສ້າງບຳ ລຸງພະນັກງານ ດ້ວຍຫຼາຍຮູບແບບ ເປັນຕົນແມ່ນກໍ່ສ້າງພະນັກງານສົ່ງໄປຮຽນທິດສະດີການເມືອງ-ການປົກຄອງ ຈຳນວນ 9 ສະຫາຍ, ຈັດຕັ້ງປະຕິບັດຂໍ້ກຳນົດ ກົດລະບຽບ 7 ລະບອບ 18 ວຽກ ຂອງກອງທັບ ຢ່າງເຂັ້ມງວດ, ຈັດຕັ້ງຫັດແອບຮໍ່າຮຽນການທະຫານ, ການເມືອງ, ພະລາທິການ-ເຕັກນິກ ແລະ ວິຊາສະເພາະຊາຍແດນ ໄດ້ 2 ໄຕມາດ ຕາມຂັ້ນເທິງກຳນົດ ພ້ອມທັງປັບປຸງລະບຽບແບບແຜນດີຂຶ້ນກວ່າເກົ່າ ປົກປັກຮັກສາພາຫະນະເຕັກນິກ, ວັດຖຸສິ່ງຂອງຮັບໃຊ້ຕ່າງໆ ບໍ່ໃຫ້ຕົກເຮຍເສຍຫາຍ ໂດຍບໍ່ມີເຫດຜົນ ແລະ ນຳໃຊ້ໄດ້ຢ່າງຍາວນານ, ຊີ້ນຳການປູກຝັງ-ລ້ຽງສັດ ຕາມຄວາມສາມາດຂອງກົມກອງ ແລະ ຈັດຕັ້ງເຮັດກິດຈະກຳອື່ນໆເພື່ອສ້າງລາຍໄດ້ເຂົ້າຄັງລວມ ເພື່ອແກ້ໄຂຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບໃນກົມກອງໃຫ້ດີຂຶ້ນເທື່ອລະກ້າວ. ນອກນັ້ນ ຍັງໄດ້ພົວພັນແຮກສ່ຽວ ກັບ ບັນດາສຳນັກງານ, ອົງການ, ກົມກອງມິດ ແລະ ຮ່ວມມືຮັກແພງຊ່ວຍເຫຼືອອຳນາດການປົກຄອງ, ພໍ່ແມ່ປະຊາຊົນບັນດາເຜົ່າ ຂອບເຂດກົມກອງຕັ້ງທັບເປັນຢ່າງດີ.
ສະຫາຍ ພັນຕີ ເພັງ ວິໄລ ໃຫ້ຮູ້ຕື່ມອີກວ່າ: ໃນຕໍ່ໜ້າຈະສືບຕໍ່ສູ້ຊົນຈັດຕັ້ງປະຕິບັດວຽກງານສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານສະມາຊິກພັກ, ນາຍ ແລະ ພົນທະຫານ ມີແນວຄິດໜັກແໜ້ນ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງຂອງກົມກອງ, ສືບຕໍ່ຈັດຕັ້ງກຳລັງເຄື່ອນໄຫວ, ຕິດຕາມກວດກາສະພາບເສັ້ນຊາຍແດນບໍລິເວນຊາຍແດນ ແລະ ຫຼັກໝາຍແດນ ຂອບເຂດກົມກອງຮັບຜິດຊອບ ໃຫ້ເປັນປົກກະຕິທົ່ວເຖິງ, ຈັດຕັ້ງກຳລັງເຄື່ອນໄຫວເກັບກຳສະພາບປະຊາຊົນບັນດາເຜົ່າຂອບເຂດກົມກອງຮັບຜິດຊອບໃຫ້ເປັນປົກກະຕິທົ່ວເຖິງ ທັງສະຫຼຸບລາຍງານໃຫ້ຂັ້ນເທິງ, ຈັດຕັ້ງພະນັກງານລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ ຢູ່ຂອບເຂດກົມກອງຮັບຜິດຊອບ. ທັງປັບປຸງຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ຂັ້ນຮາກຖານ, ສືບຕໍ່ຈັດຕັ້ງປະຕິບັດຂໍກຳນົດ ກົດລະບຽບ ກໍຄື 7 ລະບອບ 18 ວຽກໃນມືໜື່ງຂອງກອງທັບໃຫ້ແຂັມງວດຂື້ນກວ່າເກົ່າ, ຈັດຕັ້ງເຝິກແອບຮ່ຳຮຽນການທະຫານ, ການເມືອງ, ພະລາທິການ-ເຕັກນິກ ແລະ ວິຊາສະເພາະຊາຍແດນ ແລະ ປັບປຸງລະບຽບແບບແຜນໃຫ້ດີຂຶ້ນ, ດຳເນີນຊີວິດການເມືອງພາຍໃນໜ່ວຍພັກເປັນປົກກະຕິ ຕິດພັນກັບຂະບວນການແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດທະນາ ເພື່ອສ້າງເປັນກອງວັດທະ ນະທຳ-ນັກຮົບວັດທະນະທຳ.
ໂດຍ ເພັດ ສົມນໍວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ