ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 20 ພຶດສະພາ 2025

  

ປະກາດ​ການຈັດຕັ້ງ​ຂັ້ນ​ຂະແໜງການ ຢູ່​ ສະ​ຖາ​ບັນ​ອະນາໄມ​ກັນ​ພະຍາດ ແລະ ສົ່ງເສີມ​ສຸຂະພາບ​ກອງທັບ
ເວລາອອກຂ່າວ: 2025-04-25 09:04:10 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1184 | ຄວາມນິຍົມ:



ພິທີ​ປະກາດ​ການຈັດຕັ້ງ​ຂັ້ນ​ຂະແໜງການ​ທີ່​ຂື້ນ​ກັບ​ສະ​ຖາ​ບັນ​ອະນາໄມ​ກັນ​ພະຍາດ ແລະ ສົ່ງ ເສີມ​ສຸຂະພາບ​ກອງທັບ ໄດ້​ຈັດ​ຂື້ນ​ໃນ ວັນ​ທີ 24 ເມສາ 2025 ນີ້, ໂດຍ​ການ​ເປັນ​ປະທານ​ຂອງ ສະ ຫາຍ ພັນ​ເອກ ສີ​ສຸກ ສີ​ຈັນທອນ ຄະນະ​ປະຈຳ​ພັກ, ເລຂາ​ຄະນະ​ພັກ​ຮາກ​ຖານ, ຫົວໜ້າ​ການເມືອງ​ສະ​ຖາ​ບັນ​ອະນາໄມ​ກັນ​ພະຍາດ ແລະ ສົ່ງເສີມ​ສຸຂະພາບ​ກອງທັບ, ມີ​ບັນດາ​ສະຫາຍ​ຄະນະ​ພັກ-ຄະນະ​ບັນຊາ, ພະນັກງານ-ນັກຮົບ ໃນ​ກົມ​ກອງ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ນາງ ຈັນ​ມະ​ລີ ຈັນ​ສີ ຮອງ​ຫົວໜ້າ​ການເມືອງ​ສະ​ຖາ​ບັນ​ອະນາໄມ​ກັນ​ພະຍາດ ແລະ ສົ່ງເສີມ​ສຸຂະພາບ​ກອງທັບ ໄດ້​ຜ່ານ​ຂໍ້​ຕົກລົງ ​ຂອງ​ກົມ​ໃຫຍ່​ພະລາທິການ​ກອງທັບ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຂັ້ນ​ຫົວໜ້າ​ຂະແໜງການ ຢູ່​ສະ​ຖາ​ບັນ​ອະນາໄມ​ກັນ​ພະຍາດ ແລະ ສົ່ງເສີມ​ສຸຂະພາບ​ກອງທັບ, ອີງ​ຕາມ​ກົດໝາຍ​ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ( ສະບັບ​ປັບປຸງ ) ພາກ​ທີ II ໝວດ 4 ມາດຕາ 26 ວ່າ​ດ້ວຍ​ການ​ແຕ່ງຕັ້ງ, ຍົກຍ້າຍ​ນາຍ​ທະຫານ, ອີງ​ຕາມ ​ມາດຖານ​ນາຍ​ທະຫານ​ທີ່​ໄດ້​ກຳນົດ​ໄວ້​ໃນ ( ສະບັບ​ປັບປຸງ ) ພາກ​ທີ II ໝວດ​ທີ 2 ມາດຕາ 15 ຂອງ​ກົດໝາຍ​ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ ກົມ​ໃຫຍ່​ພະລາທິການ​ກອງທັບ ຕົກລົງ ແຕ່ງຕັ້ງ ສະຫາຍ ພັນ​ຕີ ນາງ ລາ​ວັນ ພອນ​ວິໄລ ເປັນ​ຫົວໜ້າ​ຂະແໜງ​ຂາ​ເຂົ້າ-ຂາ​ອອກ, ສຳ​ເນົາ​ຈາລະ​ຈອນ​ເອກະສານ ພະ​ແນກ​ແຜນການ-ສັງ​ລວມ, ສະ ຫາຍ ພັນ​ຕີ ນາງ ຕີ​ນາ ບຸນ​ກຸສົນ ເປັນ​ຫົວໜ້າ​ຂະແໜງ​ແຜນການ-ສັງ​ລວມ, ຄຸ້ມ​ຄອງ​ວັດຖຸ​ຫ້ອງການ ພະ​ແນກ​ແຜນການ-ສັງ​ລວມ, ພັນ​ຕີ ພູ​ວົງ ພົມ​ວິໄລ ເປັນ​ຫົວໜ້າ​ຂະແໜງ​ກວດກາ ພະແນກການ​ເມືອງ, ຮ້ອຍ​ເອກ ນາງ ວົງ​ສຸກ ກວ້າງ​ບຸນ​ມີ ເປັນ​ຫົວໜ້າ​ຂະແໜງ​ສະຫະພັນ​ແມ່ຍິງ ພະແນກການ​ເມືອງ, ຮ້ອຍ​ເອກ ສັນຕິ ສາລີ​ວັນ ເປັນ​ຫົວໜ້າ​ຂະແໜງ​ນະໂຍບາຍ ພະແນກການ​ເມືອງ, ຮ້ອຍ​ເອກ ​ດຣ ອຸດອນ ວົງ​ສັນຕິ ເປັນ​ຫົວໜ້າ​ຂະແໜງ​ອົບຮົມ ພະ​ແນກ​ຄົ້ນຄວ້າ​ວິທະຍາສາດ​ການ​ແພດ, ຮ້ອຍ​ເອກ ໂສພາ ຈັນ​ດາລາ ເປັນ​ຫົວໜ້າ​ຂະແໜງ​ອະນາໄມ​ກອງທັບ ພະ​ແນກ​ສິ່ງແວດລ້ອມ ແລະ ຈັດ​ຫາ​ນ້ຳ​ສະອາດ, ຮ້ອຍ​ເອກ ໂສພາ ວົງ​ສະຫງ່າ ເປັນ​ຫົວໜ້າ​ຂະແໜງ​ສະຖິຕິ​ປະ​ເມີນ​ຜົນ ພະ​ແນກ​ໄຂ້ຍຸງ-ແມ່​ກາ​ຝາກ ແລະ ແມງໄມ້, ຮ້ອຍ​ໂທ ກົງ​ຕາ ສຸພັນ​ທອນ ເປັນ​ຫົວໜ້າ​ຂະແໜງ​ພະນັກງານ ພະ​ແນກ ການເມືອງ, ຮ້ອຍ​ໂທ ພອນ​ສັກ ວົງ​ຄຳ​ສອນ ເປັນ​ຫົວໜ້າ​ຂະແໜງ​ຊາວ​ໜຸ່ມ ພະແນກການ​ເມືອງ, ຮ້ອຍ​ໂທ ທິບ​ພະ​ອາດ ຈັນທະ​ປັນຍາ ເປັນ​ຫົວໜ້າ​ຂະແໜງ​ຄຸ້ມ​ຄອງ ແລະ ສ້ອມແປງ​ລົດ ພະ​ແນກ​ພະລາທິການ-ເຕັກນິກ, ຮ້ອຍ​ໂທ ​ດຣ ພູ​ນິ​ລຸດ ຫົງ​ວັນ​ທອງ ເປັນ​ຫົວໜ້າ​ຂະແໜງ​ຄົ້ນຄວ້າ​ວິທະຍາສາດ ພະ​ແນກ​ຄົ້ນຄວ້າ​ວິທະຍາສາດ​ການ​ແພດ ແລະ ຮ້ອຍ​ໂທ ​ດຣ ໄຊ​ສົມ​ພອນ ມຸກ​ສະຫວັນ ເປັນ​ຫົວໜ້າ​ຂະແໜງ​ຈັດ​ຫາ​ນ້ຳ​ສະອາດ ພະ​ແນກ​ອະນາໄມ​ສິ່ງແວດລ້ອມ ແລະ ຈັດ​ຫາ​ນ້ຳ​ສະອາດ. ທັງ​ນີ້​, ກໍ​ເພື່ອ​ເປັນ​ການ​ປັບປຸງ​ບູລະນະ​ກົງຈັກ​ໃນ​ກຳລັງ​ປະກອບ​ອາວຸດ​ເວົ້າ​ລວມ​ເວົ້າ​ສະເພາະ​ຢູ່​ສະ​ຖາ​ບັນ​ອະ​ນາ ໄມ​ກັນ​ພະຍາດ ແລະ ສົ່ງ ເສີມ​ສຸຂະພາບ​ກອງທັບ ໃຫ້​ເຕີບ​ໃຫຍ່​ເຂັ້ມແຂງ ເພື່ອ​ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່​ທີ່​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້. ຂ່າວ: ອ້ອຍ​ພັນ ແພງ​ບຸນ​ມີ ພາບ: ນາງ ສຸ​ພີ​ພັກ ສີສະ​ເກດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ