ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 20 ພຶດສະພາ 2025

  

ທະຫານ​ເມືອງ​ໄຊ​ຍະ​ບູ​ລີ​ເປີດ​ຊຸດ​ອົບຮົມ-ຫັດ​ແອບ​ປະຈຳ​ປີ 2025
ເວລາອອກຂ່າວ: 2025-04-25 08:58:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 913 | ຄວາມນິຍົມ:



ໃນ​ວັນ​ທີ 23 ເມສາ 2025 ນີ້ ກອງ​ບັນຊາ​ການ​ທະຫານ​ເມືອງ​ໄຊ​ຍະ​ບູ​ລີ ໄດ້​ຈັດ​ພິທີ​ເປີດ​ຊຸດ​ອົບຮົມ-​ຫັດ​ແອບ​ການ​ທະຫານ, ການ ເມືອງ, ພະລາທິການ ແລະ ເຕັກ ນິກ​ປະຈຳ​ປີ 2025 ຂຶ້ນ​ຢູ່​ທີ່​ເດີ່ນ​ກາງແຈ້ງ​ຂອງ​ກົມ​ກອງ ໂດຍ​ການ​ ເປັນ​ປະທານ​ຂອງ​ ສະຫາຍ ພັນ​ໂທ ບຸນ​ທະວີ ຖານະ​ວັນ ຄະນະ​ປະຈຳ​ພັກ​ເມືອງ ເລຂາ​ຄະນະ​ພັກ​ຮາກ​ຖານ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ເມືອງ​ໄຊ​ຍະ​ບູ​ລີ ມີ​ສະຫາຍ ພັນ​ໂທ ໄພ​ວັນ ໂສພາ​ທີ ຫົວໜ້າ​ການ​ທະຫານ ມີ​ຄະນະ ​ພັກ-ຄະນະ​ບັນຊາ ແລະ ພະນັກງານ​ນັກຮົບ​ພາຍ​ໃນ​ກົມ​ກອງ ​ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ສົມ​ພອນ ບຸນ​ທະ​ສີ ຫົວໜ້າ​ພະ​ແນກ​ເສນາ ກອງ​ບັນຊາ​ການ​ທະຫານ​ເມືອງ​ໄຊ​ຍະ​ບູ​ລີ ໄດ້​ຂຶ້ນ​ຜ່ານ​ແຜນການ​ອົບຮົມ​-ຫັດ​ແອບ​ຂອງ​ກົມ​ກອງ ອີງ​ຕາມຄຳ​ສັ່ງ​ແນະນຳຂອງ​ຫ້ອງ​ເສນາ​ທິ​ການ​ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ວ່າ​ດ້ວຍ​ການ​ອົບຮົມ-ຫັດ​ແອບ​ປັບປຸງ​ລະບຽບ​ແບບແຜນ, ເຝິກ​ຝົນ​ກຳລັງ​ແຮງ​ກາຍ​ ປະຈຳ​ປີ 2025. ເອກະສານ​ທີ່​ນຳ​ມາ​ອົບຮົມ-ຫັດ​ແອບ​ໃນ​ຄັ້ງ​ນີ້​ປະກອບ​ມີ ວຽກ​ງານ​ການເມືອງ, ວຽກ​ງານ​ເສນາ​ທິ​ການ, ວຽກ​ງານ​ຍຸດທະ ວິທີ​ທະຫານ​ຮາບ, ວຽກ​ງານ​ລະ ບຽບ, ວຽກ​ງານ​ພະລາທິການ ແລະ ເຕັກນິກ. ຈຸດປະສົງ​ຂອງ​ການ​ອົບຮົມ-ຫັດ​ແອບ​ກໍເພື່ອ​ເຮັດ​ໃຫ້​ພະນັກງານ-ນັກຮົບ​ພາຍ​ໃນ​ກົມ​ກອງ​ມີ​ຄວາມ​ໜັກ​ແໜ້ນ​ທາງ​ດ້ານ​ການເມືອງ-ແນວ​ຄິດ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ເດັດດ່ຽວ​ຮັກສາ ແລະ ເສີມ​ຂະຫຍາຍ​ມູນ ເຊື້ອ​ອັນ​ດີງາມ​ຂອງ​ກອງທັບ​ໃຫ້​ກຳ​ໄດ້​ບັນດາ​ມະຕິ​ຄຳ​ສັ່ງ ຂໍ້​ກໍ​​ານົດກົດ​ລະບຽບ​ຂອງ​ກອງທັບ ຫັນ​ກົມ​ກອງ​ເຂົ້າ​ສູ່​ລະບຽບ​ວິ​ໄນ​ເຂັ້ມ​ງວດ, ມີ​ຄວາມ​ເຂັ້ມແຂງ​ໜັກ​ແໜ້ນ​ເທື່ອ​ລະ​ກ້າວ ແລະ ມີ​ລະດັບ​ຄວາມ​ຮູ້​ພື້ນຖານ​ທາງ​ດ້ານ​ວຽກ​ງານ​ການ​ທະຫານ, ການເມືອງ, ສິນລະປະ​ຍຸດ-ຍຸດທະວິທີ ແລະ ພະ​ລາ​ທິ​ການ​ເຕັກນິກ ໃຫ້​ມີ​ຄວາມ​ຊຳນິ​ຊຳນານ​ເຂົ້າ​ໃນ​ວຽກ​ງານ​ ສູງ​ຂຶ້ນ​ອີກ​ບາດກ້າວ​ໜຶ່ງ ທັງ​ເປັນ​ການ​ເຝິກ​ຝົນ​ຫຼໍ່​ຫຼອມ​ກຳ​ແຮງ​ກາຍ​ໃຫ້​ເຂັ້ມແຂງ ເພື່ອ​ກຽມພ້ອມ​ປະຕິບັດ​ໜ້າທີ່​ການເມືອງ​ຂອງ​ຕົນ, ເຮັດ​ໃຫ້​ພະນັກງານ-ນັກຮົບ ມີ​ຄວາມ​ຮູ້​ຄວາມ​ສາມາດ​ດ້ານ​ວິຊາ​ສະເພາະ ເພື່ອ​ນຳໄປ​ຈັດ​ຕັ້ງ​ປະ​ຕີ​ບັດ​ເຂົ້າ​ໃນ​ໜ້າທີ່​ວຽກ​ງານ​ຂອງ​ຕົນ​ໃຫ້​ມີ​ຄຸນ​ນະ​ພາບ​ສູງ ກຽມ​ພ້ອມ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ຕົນ ທີ່​ການຈັດຕັ້ງ​ ພັກ-ລັດ ແລະ ​ປະຊາຊົນ ​ມອບ​ໝາຍ​ໃຫ້ ການ​ອົບຮົມ​ໃນ​ຄັ້ງ​ ນີ້​ໃຊ້​ເວລາ​ທັງ​ໝົດ 90 ວັນ​ຈິງ​ຈະ​ສຳເລັດ. ໂອກາດ​ນີ້, ສະຫາຍ ພັນ​ໂທ ບຸນ​ທະ​ວີ ຖານະ​ວັນ ໄດ້​ໂອ້​ລົມ ແລະ ເນັ້ນ​ໜັກ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ​ຈັດ​ຕັ້ງ​ນຳພາ​ປະຕິບັດ​ແຜນການ​ອົບຮົມ ປະຈຳ​ປີ 2025 ນີ້, ໃຫ້​ເປັນ​ ຮູບປະ​ທຳ​ຕົວ​ຈິງ, ເອົາໃຈໃສ່​ປະ ຕິບັດ​ຂໍ້​ກຳນົດກົດ​ລະບຽບ​ຂອງ​ກອງທັບ​ໃຫ້​ເຂັ້ມ​ງວດ, ເຮັດ​ໃຫ້ການ​ອົບຮົມ-ຫັດ​ແອບ​ໃນ​ຄັ້ງ​ນີ້​ໄດ້​ຮັບ​ຜົນ​ດີ​ຕາມ​ແຜນ​ການ ຕາມ​ຄາດໝາຍ​ທີ່​ວາງ​ໄວ້ ແລະ ຮັບປະກັນ​ໄດ້​ຄວາມ​ປອດ​ໄພ 100%. ຂ່າວ​ພາບ: ສົມ​ຈີນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ