ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 20 ພຶດສະພາ 2025

  

ຮັບຮອງ​ເອົາ​ບ້ານ​ສະ​ປາ ແລະ ບ້ານ​ຈາ​ຄຳ​ຊາວ ທີ່​ຂຶ້ນ​ກັບ ​ກຸ່ມ​ນາ​ແຕນ ເມືອງ​ບຸນ​ໃຕ້ ເປັນ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ
ເວລາອອກຂ່າວ: 2025-04-24 09:44:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1032 | ຄວາມນິຍົມ:



ພິທີ​ປະກາດ​ການ​ຮັບຮອງ​ເອົາ​ບ້ານ​ສະ​ປາ ແລະ ບ້ານ​ຈາ​ຄຳ​ຊາວ ທີ່​ຂຶ້ນ​ກັບ ​ກຸ່ມ​ນາ​ແຕນເມືອງ​ບຸນ​ໃຕ້ ແຂວງ​ຜົ້ງ​ສາລີ ເປັນ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ໄດ້​ຈັດ​ຂຶ້ນ​ໃນ​ບໍ່​ດົນ​ຜ່ານ​ມາ​ນີ້, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ທອງ​ສິງ ອິນ​ທະ​ແສງ ເຈົ້າເມືອງ ເມືອງ​ບຸນ​ໃຕ້, ມີ​ສະຫາຍ ພັນ​ຕີ ທອງ​ດີ ພົມ​ປັນຍາ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ເມືອງ​ບຸນ​ໃຕ້, ມີ​ພາກສ່ວນ​ທີ່​ກ່ຽວຂ້ອງ, ອົງ​ການຈັດຕັ້ງ​ຂັ້ນ​ບ້ານ, ແຂກ​ຖືກ​ເຊີນ ແລະ ປະຊາຊົນ​ທັງ​ສອງ​ບ້ານ ເຂົ້າ​ຮ່ວມ. ສະຫາຍ ຄຳ​ເຈັນ ລາວ​ຢາງນາຍບ້ານ ບ້ານ​ສະ​ປາ ໄດ້​ຕາງໜ້າ​ອຳນາດ​ການ​ການ​ປົກຄອງ​ທັງ​ສອງ​ບ້ານ ຜ່ານ​ບົດ​ສະຫຼຸບ​ການຈັດຕັ້ງ​ປະຕິບັດ​ການ​ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ, ຍົກ​ໃຫ້​ເຫັນ​ສະພາບ​ລວມ​ຂອງ​ບ້ານ, ວຽກ​ງານ​ພົ້ນ​ເດັ່ນ​ທີ່​ບ້ານ​ສາມາດ​ສ້າງ​ມາ​ໄດ້ ແລະ ສະພາບ​ສັງຄົມ​ທີ່​ພວມ​ມີ​ການ​ຜັນ​ແປ​ໄປ​ຢ່າງ​ສັບສົນ. ຜ່ານ​ການ​ປະ​ເມີນ​ຜົນ​ຂອງ​ຄະນະ​ຊີ້​ນຳ ການ​ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ ເຫັນ​ວ່າ: ບ້ານ​ສະ​ປາ ແລະ ບ້ານ​ຈາ​ຄຳ​ຊາວ ມີ​ມາດຖານ​ເງື່ອນໄຂ​ຄົບ​ຖ້ວນ ສາມາດ​ຮັບຮອງ​ເປັນ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ. ສະຫາຍ ພັນ​ໂທ ໄຊ​ນະ​ພອນ ແກ້ວ​ອ່ອນ​ແສງ ຮອງ​ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ເມືອງ​ບຸນ​ໃຕ້ ໄດ້​ຜ່ານ​ຂໍ້​ຕົກ​ຂອງ​ເຈົ້າເມືອງ ເມືອງ​ບຸນ​ໃຕ້ ວ່າ​ດ້ວຍ​ການ​ມອບ​ໃບຢັ້ງຢືນ​ຄອບຄົວ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ປະຈຳ​ປີ 2024 ໃນ​ນີ້, ບ້ານ​ສະ​ປາ​ມີ 70 ຄອບຄົວ ແລະ ບ້ານ​ຈາ​ຄຳ​ຊາວ​ມີ 38 ຄອບຄົວ, ຜ່ານ​ຂໍ້​ຕົກລົງ​ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ ວ່າ​ດ້ວຍ​ການ​ມອບ​ໃບຢັ້ງຢືນ​ຮັບຮອງ​ເອົາ​ບ້ານ ສະ​ປາ ແລະ ບ້ານ​ຈາ​ຄຳ​ຊາວ ເປັນ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ. ຈາກ​ນັ້ນ, ກໍ​ໄດ້​ມອບ​ໃບຢັ້ງຢືນ​ໃຫ້​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ​ຢ່າງ​ສົມ​ກຽດ, ພ້ອມ​ທັງ​ຕັດ​ແທບ​ຜ້າ​ເປີດ​ປ້າຍ ແລະ ລັ່ນຄ້ອງ 9 ບາດ ເພື່ອ​ຮັບຮອງ​ເອົາ​ບ້ານ​ສະ​ປາ ແລະ ບ້ານ​ຈາ​ຄຳ​ຊາວ ເປັນ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ຢ່າງ​ເປັນ​ທາງ​ການ. ສະຫາຍ ທອງ​ສິງ ອິນ​ທະ​ແສງ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມ​ຕໍ່​ອົງການ​ປົກຄອງ​ບ້ານ ກໍ​ຄື ຄະນະ​ກຳມະການ​ກໍ່ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ​ແຕ່​ລະ​ຂັ້ນ ທີ່​ໄດ້​ນຳພາ-ຊີ້​ນຳ ແລະ ຈັດ​ຕັ້ງ​ປະຕິບັດ​ຕາມ​ມາດຖານ​ເງື່ອນໄຂ​ຂອງ​ການ​ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ພ້ອມ​ທັງ​ໄດ້​ເນັ້ນ​ໜັກ​ໃຫ້​ອຳນາດ​ການ​ປົກຄອງ​ບ້ານ ຈົ່ງ​ເອົາໃຈໃສ່​ເຮັດ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ, ຊີ້​ນຳ-ບັນຊາ​ກຳລັງ​ກອງ​ຫຼອນ, ​ປກສ ບ້ານ ເຄື່ອນ​ໄຫວ​ເຮັດ​ໜ້າທີ່​ຂອງ​ຕົນ​ຢ່າງ​ມີ​ປະ​ສິດທິ​ຜົນ, ປະຊາຊົນ​ຕື່ນ​ຕົວ​ເຂົ້າ​ຮ່ວມ​ວຽກ​ງານ​ລວມ​ຂອງ​ບ້ານ, ປະຕິບັດ​ພັນທະ​ປ້ອງ​ກັນ​ຊາດ​ໃຫ້​ໄດ້ 100%, ປັບປຸງ​ກຳລັງ​ກອງ​ຫຼອນ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ທາງ​ດ້ານ​ການເມືອງ​ແນວ​ຄິດ, ມີ​ຄວາມ​ເຂັ້ມແຂງ​ທາງ​ດ້ານ​ການຈັດຕັ້ງ, ຕ້ອງ​ມີ​ແຜນການ​ສູ້​ຮົບ​ປ້ອງ​ກັນ​ບ້ານ, ຕ້ານ​ໄພພິບັດ, ມີ​ຄັງ​ແຮ​ປ້ອງ​ກັນ​ຊາດ ເພື່ອ​ຮອງ​ຮັບ​ເມື່ອ​ມີ​ສະພາບ​ເກີດ​ຂຶ້ນ, ອຳນາດ​ການ​ປົກຄອງ​ບ້ານ ຕ້ອງ​ເປັນ​ເຈົ້າ​ການ​ກຳ​ແໜ້ນ​ສະພາບ​ການເຄື່ອນໄຫວ​ຂອງ​ສັດຕູ ແລະ ກຸ່ມ​ຄົນ​ບໍ່​ດີ​ຢູ່​ຂອບ​ເຂດ​ຄວາມ​ຮັບຜິດຊອບ​ຂອງ​ຕົນ, ເມື່ອ​ມີ​ສະພາບ​ຕ້ອງ​ແກ້​ໄຂ​ໃຫ້​ທັນ​ເວລາ, ປຸກລະດົມ​ກຳລັງ​ແຮງ​ສັງ​ລວມ​ທົ່ວ​ປວງ​ຊົນ ເຂົ້າ​ໃນ​ວຽກ​ງານ​ປ້ອງ​ກັນ​ຊາດ, ຕ້ານ ແລະ ສະກັດ​ກັ້ນ​ກົນອຸບາຍ​ຫັນປ່ຽນ​ໂດຍ​ສັນຕິ​ຂອງ​ອິດ​ທິ​ກຳລັງ​ປໍ​ລະ​ປັກ, ປົກ​ປັກ​ຮັກສາ​ເຂດ​ນ້ຳ​ແດນ​ດິນ, ຮັກສາ​ຄວາມ​ສະຫງົບ ແລະ ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ຂອງ​ບ້ານ, ປະກອບສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ອຳນາດ​ອະທິປະ​ໄຕ ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ ໄວ້​ໃຫ້​ໝັ້ນຄົງ. ໂດຍ: ສົມ​ຊະນະ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ