ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 20 ພຶດສະພາ 2025

  

ຄົ້ນຄວ້າ, ຄັດ​ເລືອກ​ເອົາ​ນາຍ ແລະ ພົນທະຫານ ໄປ​ເຝິກອົບຮົມ​ວິຊາ​ຄູ ເພື່ອ​ໄປ​ຊ່ວຍ​ສອນ​ຢູ່​ເຂດ​ຫາງ​ໄກ​ສອກຫຼີກ ແລະ ເກັບ​ກຳ​ຂໍ້​ມູນ​ໂຮງຮຽນ​ທີ່​ຂາດແຄນ​ຄູ​ສອນ
ເວລາອອກຂ່າວ: 2025-04-24 09:42:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 977 | ຄວາມນິຍົມ:



ໃນ​ວັນ​ທີ 22 ເມສາ 2025 ນີ້, ຄະນະ​ຮັບຜິດຊອບ​ເກັບກຳ​ຂໍ້​ມູນ​ໂຮງຮຽນ​ທີ່​ຂາດແຄນ​ຄູ​ສອນ, ຄົ້ນຄວ້າ, ຄັດ​ເລືອກ​ເອົາ​ນາຍ ແລະ ພົນທະຫານ ໄປ​ເຝິກອົບຮົມ​ວິຊາ​ຄູ ເພື່ອ​ໄປ​ຊ່ວຍ​ສອນ ຊັ້ນ​ປະຖົມ​ສຶກ​ສາ ແລະ ເຂດ​ຫາງ​ໄກ​ສອກຫຼີກ ແລະ ເກັບ​ກຳ​ສະຖິຕິ ຄູ​ສອນ​ອາສາ​ສະໝັກ ເຂົ້າ​ເປັນ​ທະຫານ ນຳ​ໂດຍ ສະຫາຍ ພັນ​ເອກ ວັນ​ໄຊ ຄຳ​ພາ​ວົງ ຫົວໜ້າ​ຫ້ອງການ ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ເຄື່ອນ​ໄຫວ​ເຮັດ​ວຽກ ແລະ ເກັບ​ກຳ​ຂໍ້​ມູນ​ຢູ່​ແຂວງ​ຜົ້ງ​ສາລີ, ມີ​ຄະນະ​ຮັບຜິດຊອບ ຈາກ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ກະຊວງ​ສຶກ​ສາ​ທິ​ການ ແລະ ກິລາ, ຄະນະ​ພັກ-ຄະນະ​ບັນຊາ ກອງ​ບັນຊາ​ການ​ທະຫານ​ແຂວງ​​ຜົົ້ງ​ສາລີ, ກອງ​ບັນຊາ​ການ​ທະຫານ​ເມືອງ, ຄະນະ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກິລາ​ແຂວງ, ຄະນະ​ຫ້ອງການ​ສຶກ​ສາ​ທິ​ການ ແລະ ກິລາ​ເມືອງ, ກອງ​ປະຕິບັດ​ງານ​ກໍ່ສ້າງ​ຮາກ​ຖານ, ເຂດ​ຈຸດ​ສຸມ, ກອງຮ້ອຍ​ທະຫານ​ຊາຍ​ແດນ ເຂົ້າ​ຮ່ວມ​ໃນ​ການ​ສະໜອງ​ຂໍ້​ມູນ. ໃນ​ກອງ​ປະຊຸມ ສະຫາຍ ພັນ​ເອກ ວັນ​ໄຊ ຄຳ​ພາ​ວົງ ໄດ້​ສະເໜີ​ຈຸດປະສົງ ຂອງ​ການເຄື່ອນໄຫວ​ເກັບ​ກຳ​ຂໍ້​ມູນ​ໃນ​ຄັ້ງ​ນີ້ ແລະ ໄດ້​ຮັບ​ຟັງ​ການ​ລາຍ​ງານ​ສະພາບ​ການ​ຂາດແຄນ​ຄູ​ສອນ ແລະ ຄວາມ​ຕ້ອງການ​ຄູ​ສອນ, ຂໍ້​ສະດວກ ແລະ ຂໍ້ຄົງຄ້າງ​ທີ່​ຈະ​ຕ້ອງ​ຮີບ​ຮ້ອນ​ແກ້​ໄຂ​ຈາກ​ພາກສ່ວນ​ຕ່າງໆ ໂດຍ​ສະເພາະ​ແມ່ນ ພະ​ແນກ​ສຶກ​ສາ​ທິ​ການ ແລະ ກິລາ​ແຂວງ, ຫ້ອງການ​ສຶກ​ສາ​ທິ​ການ ແລະ ກິລາ​ເມືອງ ແລະ ບັນດາ​ກອງຮ້ອຍ​ທະຫານ​ຊາຍ​ແດນ. ຈາກ​ນັ້ນ, ໄດ້​ພ້ອມ​ກັນ​ຄົ້ນຄວ້າ​ກ່ຽວ​ກັບ​ມາດຖານ​ເງື່ອນໄຂ​ທີ່​ຈະ​ຄັດ​ເລືອກ​ເອົາ​ນາຍ ແລະ ພົນທະຫານ ໄປ​ເຝິກອົບຮົມ​ວິຊາ​ຄູ ເພື່ອ​ໄປ​ຊ່ວຍ​ສອນ ຊັ້ນ​ປະຖົມ​ສຶກ​ສາ ແລະ ເຂດ​ຫາງ​ໄກ​ສອກຫຼີກ ຊຸດ​ທີ II, ຄົ້ນຄວ້າ​ປຶກສາ​ຫາລື​ກ່ຽວ​ກັບ​ການຈັດຕັ້ງ, ການ​ເຝິກອົບຮົມ​ວິຊາ​ຄູ ແລະ ວຽກ​ງານ​ປີ່ນ​ອອ້ມ​ອື່ນໆ ອີກ​ຈຳນວນ​ໜຶ່ງ. ກ່ອນ​ໜ້າ​ນີ້, ກະຊວງ​ປ້ອງ​ກັນ​ປະເທດ ແລະ ກະຊວງ​ສຶກ​ສາ​ທິ​ການ ແລະ ກິລາ ໄດ້​ສຳເລັດ​ການ​ເປີດ​ອົບຮົມ​ວິຊາ​ຄູ​ຊັ້ນ​ປະຖົມ​ສຶກ​ສາ​ໃຫ້​ແກ່​ພະນັກງານ-ນັກຮົບ ໄປ​ຊ່ວຍ​ສອນ​ຢູ່​ເຂດ​ຫາງ​ໄກ​ສອກຫຼີກ​ຊຸດ​ທີ I ຢູ່​ທີ່​ວິທະຍາໄລ​ຄູ​ສະຫວັນ​ນະ​ເຂດ. ສຳລັບ​ນາຍ ແລະ ພົນທະຫານ​ຜູ້​ທີ່​ຖືກ​ຄັດ​ເລືອກ ແລະ ສັບ​ຊ້ອນ​ໄປ​ຊ່ວຍ​ສອນ ແມ່ນ​ຈະ​ໄດ້​ຮັບ​ເງິນ​ເພີ່ມ 70% ຂອງ​ເງິນເດືອນ​ພຶ້ນ​ຖານ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ