
ອົງການ 5 ຫ້ອງ ອວຍພອນ ຫົວໜ້າການເມືອງ ແລະ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງວຽງຈັນ
ເວລາອອກຂ່າວ: 2025-04-11 14:18:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3040 | ຄວາມນິຍົມ:
ວັນທີ 10 ເມສາ 2025 ນີ້, ຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ພະແນກການ ໄດ້ນໍາເອົາກະຕ່າຂອງຂວັນເຂົ້າອວຍພອນ ຫົວໜ້າການເມືອງ ແລະ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງວຽງຈັນ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2567 ແລະ ຕ້ອນຮັບປີໃໝ່ລາວ ພສ 2568 ດ້ວຍບັນຍາກາດອັນອົບອຸ່ນ ແລະ ມີຄວາມໝາຍສໍາຄັນ.
ໂອກາດນີ້, ຜູ້ຕາງໜ້າແຕ່ລະຫ້ອງ ໄດ້ກ່າວຄຳອວຍພອນໄຊອັນປະເສີດ ມາຍັງສະຫາຍຫົວໜ້າການເມືອງ ແລະ ຫົວໜ້າການທະຫານ ໃນໂອກາດປີໃໝ່ລາວນີ້ ຂໍໃຫ້ມີພາລະນາໄມສົມບູນ, ມີສຸຂະພາບເຂັ້ມແຂງ, ມີຜົນສຳເລັດໃນໜ້າທີ່ການງານອັນມີກຽດສະຫງ່າ, ສືບຕໍ່ນຳພາ-ຊີ້ນໍາ ກໍາລັງປະກອບອາວຸດທ້ອງຖິ່ນແຂວງວຽງຈັນ ໃຫ້ເຕີບໃຫຍ່ເຂັ້ມແຂງ ຢ່າງບໍ່ຢຸດຢັ້ງ.
ຈາກນັ້ນ, ສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ ໄດ້ສະແດງຄວາມຂອບໃຈຕໍ່ຄະນະພັກອົງການ 5 ຫ້ອງ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນ ແລະ ນຳເອົານ້ຳຈິດນ້ຳໃຈ, ຄຳອວຍພອນໄຊອັນປະເສີດ ມາອວຍພອນໃນຄັ້ງນີ້, ໃນໂອກາດປີໃໝ່ ຂໍໃຫ້ບັນດາສະຫາຍຄະນະພັກ, ພະນັກງານ-ນັກຮົບ ອົງການ 5 ຫ້ອງ, ກົມກອງ ຈົ່ງມີສຸຂະພາບແຂງແຮງ, ພ້ອມກັນເຮັດສຳເລັດທຸກໜ້າທີ່ວຽກງານ ທີ່ພັກ-ລັດ ມອບໝາຍ.
ໂດຍ: ສາຍຄໍາ ພອນມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ