ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ຫ້ອງວ່າການ ກະຊວງປ້ອງກັນປະເທດ ຈັດພິທີບາສີສູ່ຂວັນສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວ ພສ 2568
ເວລາອອກຂ່າວ: 2025-04-11 11:30:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3179 | ຄວາມນິຍົມ:



ໃນວັນທີ 11 ເມສາ 2025 ນີ້, ຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ຈັດພິທີບາສີສູ່ຂວັນສົ່ງທ້າຍປີເກົ່າ ພສ 2567 ແລະ ຕ້ອນຮັບປີໃໝ່ລາວ ພສ 2568 ໂດຍມີ ສະຫາຍ ພົນໂທ ຄຳລຽງອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະນໍາກະຊວງ, ບັນດາກົມໃຫຍ່, ຫ້ອງການ, ກົມ, ກອງ, ບໍລິສັດ ລັດວິສາຫະກິດ, ພະນັກງານປະຕິວັດອາວຸໂສບໍານານ, ແຂກຖືກເຊີນ ພ້ອມດ້ວຍພະນັກງານ-ນັກຮົບ ທົ່ວຫ້ອງວ່າການ ກະຊວງປ້ອງກັນປະເທດ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພົນຕີ ສົມພອນ ມິດຕະພອນ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ກ່າວຄໍາອວຍພອນໄຊອັນປະເສີດແດ່ ການນໍາພັກ-ລັດ ກໍຄືການນໍາກະຊວງປ້ອງກັນປະເທດ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ສືບຕໍ່ນໍາພາ-ຊີ້ນໍາ ປະເທດຊາດ ກໍຄືກະຊວງປ້ອງກັນປະເທດ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ, ອວຍພອນໄຊມາຍັງບັນດາແຂກ ຕະຫຼອດຮອດພະນັກງານ-ນັກຮົບທົ່ວກະຊວງປ້ອງກັນປະເທດ ກໍຄືທົ່ວຫ້ອງວ່າການ ກະຊວງປ້ອງກັນປະເທດ ຈົ່ງມີສຸຂະພາບເເຂງແຮງ, ພ້ອມກັນເຮັດສຳເລັດໜ້າທີ່ອັນມີກຽດສະຫງ່າງາມ ທີ່ການຈັດຕັ້ງມອບໝາຍໃຫ້ເປັນຢ່າງດີ ແລະ ພ້ອມກັນສະເຫຼີມສະຫຼອງບຸນປີໃໝ່ລາວ ດ້ວຍຄວາມເບີກບານມ່ວນຊື່ນຄຶກຄື້ນ. ຈາກນັ້ນ, ໄດ້ມີພິທີບາສີສູ່ຂວັນຮັບພອນປີໃໝ່ ດ້ວຍການຜູກຂໍ້ຕໍ່ແຂນ, ຫົດສົງນໍ້າອວຍພອນເຊິ່ງກັນ ແລະ ກັນ ດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ຕາມຮີດຄອງປະເພນີອັນດີງາມ ຂອງຊາດລາວ ທີ່ເຄີຍປະຕິບັດກັນມາແຕ່ບູຮານນະການ. ໂດຍ: ຈິດ ເພັດພູທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ