
ຫົວໜ້າຫ້ອງການຊາວໜຸ່ມກອງທັບ ພ້ອມດ້ວຍຄະນະ ອວຍພອນພະນັກງານປະຕິວັດອາວຸໂສບໍານານ
ເວລາອອກຂ່າວ: 2025-04-11 10:57:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3155 | ຄວາມນິຍົມ:
ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວ ພສ 2568 ແລະ ວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ໃນວັນທີ 9 ເມສາ 2025 ນີ້, ຄະນະຫ້ອງການຊາວໜຸ່ມກອງທັບ ນຳໂດຍ ສະຫາຍ ພັນເອກ ສຸດໃຈ ມະຫາວົງ ເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຫົວໜ້າຫ້ອງການຊາວໜຸ່ມກອງທັບ ພ້ອມດ້ວຍຄະນະ ໄດ້ນໍາເອົາກະຕ່າຂອງຂວັນເຂົ້າຢ້ຽມຢາມ ແລະ ອວຍພອນ ພະນັກງານປະຕິວັດອາວຸໂສບໍານານ ອະດີດຄະນະຫ້ອງການຊາວໜຸ່ມກອງທັບ ໃນນີ້, ໄດ້ເຂົ້າອວຍພອນ ສະຫາຍ ພົນຈັດຕະວາ ແກ່ນສີ ມະນີວົງ ອະດີດຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນກະຊວງປ້ອງກັນປະເທດ, ອະດີດຫົວໜ້າຫ້ອງການຊາວໜຸ່ມກອງທັບ, ສະຫາຍ ພັນເອກ ອິນກອງ ວຽງດາວົງ ອະດີດຫົວໜ້າຫ້ອງການຊາວໜຸ່ມກອງທັບ, ສະຫາຍ ພັນເອກ ບົວຄໍາ ຄູນມີສຸກ ອະດີດຮັກສາການ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ສະຫາຍ ພັນເອກ ບົວຄໍາ ແກ້ວມະຫາວົງ ອະດີດຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ ແລະ ສະຫາຍ ພັນໂທ ສູນດາລາ ພິມມະເສນ ອະດີດຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ.
ໂອກາດນີ້, ສະຫາຍ ພັນເອກ ສຸດໃຈ ມະຫາວົງ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະຫ້ອງການຊາວໜຸ່ມກອງທັບ ສະແດງຄວາມກະຕັນຍູຮູ້ບຸນຄຸນມາຍັງ ບັນດາສະຫາຍ ພະນັກງານປະຕິວັດອາວຸໂສບໍານານ ທີ່ໄດ້ສ້າງຜົນງານຄຸນງາມຄວາມດີ ອຸທິດເຫື່ອແຮງສະຕິປັນຍາເຂົ້າໃນການນໍາພາ-ຊີ້ນໍາ ສ້າງສາພັດທະນາຫ້ອງການຊາວໜຸ່ມກອງທັບໃນຕະຫຼອດໄລຍະທີ່ຜ່ານມາ, ພ້ອມທັງ ອວຍພອນໄຊອັນປະເສີດມາຍັງບັນດາ ສະຫາຍພ້ອມດ້ວຍຄອບຄົວ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ສືບຕໍ່ປະກອບສ່ວນໃນການໃຫ້ທິດຊີ້ນໍາ ເພື່ອເປັນເຂັມທິດເຍືອງທາງໃຫ້ແກ່ຫ້ອງການຊາວໜຸ່ມກອງທັບ ໃນການປະຕິບັດໜ້າທີ່ວຽກງານ ໃຫ້ມີຄວາມໜັກແໜ້ນ ນັບມື້ນັບເຕີບໃຫຍ່ເຂັ້ມແຂງຍິ່ງໆ ຂຶ້ນ.
ຂໍ້ມູນຈາກ: ຫ້ອງການຊາວໜຸ່ມກອງທັບ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ