ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ຢ້ຽມຢາມ ແລະ ອວຍພອນກອງບັນຊາການທະຫານແຂວງວຽງຈັນ
ເວລາອອກຂ່າວ: 2025-04-11 10:45:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2923 | ຄວາມນິຍົມ:



ວັນທີ 10 ເມສາ 2025 ນີ້, ຄະນະກອງບັນຊາການທະຫານເຂດ 4 ແລະ ບໍລິສັດ ຮ່ວມມືເສດຖະກິດ ໂກເອໂກ ສສ ຫວຽດນາມ ນຳໂດຍ ສະຫາຍ ພົນຕີ ຮາ ເທາະ ບິ່ງ ຜູ້ບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ອວຍພອນ ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງວຽງຈັນ ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2568 ທີ່ຈະມາເຖິງນີ້ ເຊິ່ງໃຫ້ການຕ້ອນຮັບໂດຍ ສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພົນຕີ ຮາ ເທາະ ບິ່ງ ໄດ້ຕາງໜ້າໃຫ້ຄະນະ ສະແດງຄວາມຢື້ຢາມຖາມຂ່າວ ພ້ອມທັງ ອວຍພອນໄຊມາຍັງຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ທົ່ວກອງບັນຊາການທະຫານແຂວງວຽງຈັນ ຈົ່ງມີສຸຂະພາບແຂງແຮງ, ມີຜົນສຳເລັດໃນໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ພ້ອມກັນສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2568 ດ້ວຍຄວາມເບີກບານມ່ວນຊື່ນ, ອວຍພອນແດ່ມິດຕະພາບ ລະຫວ່າງ ສອງພັກ, ສອງລັດ, ສອງກອງທັບ ເວົ້າສະເພາະ ກອງບັນຊາການທະຫານແຂວງວຽງຈັນ ແລະ ກອງບັນຊາການທະຫານເຂດ 4 ນັບມື້ສວຍສົດງົດງາມ ແລະ ໝັ້ນຄົງທະນົງແກ່ນຊົ່ວກາລະນານ. ສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບທົ່ວກອງບັນຊາການທະຫານແຂວງວຽງຈັນ ສະແດງຄວາມຂອບໃຈມາຍັງ ສະຫາຍ ພົນຕີ ຮາ ເທາະ ບິ່ງ ພ້ອມດ້ວຍຄະນະ ທີ່ໄດ້ສະຫຼະເວລາມາຢ້ຽມຢາມ ແລະ ອວຍພອນໃນຄັ້ງນີ້ ພ້ອມທັງ, ອວຍພອນໄຊອັນປະເສີດມາຍັງຄະນະກອງບັນຊາການທະຫານເຂດ 4 ຈົ່ງມີສຸຂະພາບແຂງແຮງ, ມີຜົນສຳເລັດໃນໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍ, ອວຍພອນແດ່ສາຍພົວພັນມິດຕະພາບລະຫວ່າງ ສອງຊາດ ລາວ-ຫວຽດນາມ ຈົ່ງໝັ້ນຄົງຕະຫຼອດໄປ. ໂດຍ: ສາຍຄໍາ ພອນມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ