
ກົມໃຫຍ່ພະລາທິການກອງທັບ ຈັດງານບາສີສູ່ຂວັນ ສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2568
ເວລາອອກຂ່າວ: 2025-04-11 10:31:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2893 | ຄວາມນິຍົມ:
ວັນທີ 10 ເມສາ 2025 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ຈັດງານບາສີສູ່ຂວັນ ເພື່ອສົ່ງທ້າຍປີເກົ່າ ພສ 2567 ແລະ ຕ້ອນຮັບປີໃໝ່ລາວ ພສ 2568 ໂດຍມີ ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະນໍາກົມໃຫຍ່ພະລາທິການກອງທັບ, ບັນດາກົມ, ຫ້ອງການ, ກອງ, ຫົວໜ່ວຍບໍລິສັດ, ແຂກຖືກເຊີນ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ ພົນຈັດຕະວາ ຄໍາແຫວນ ຫຼ້າບົວມະຫາໄຊ ຫົວໜ້າຫ້ອງການ ກົມໃຫຍ່ພະລາທິການກອງທັບ ໄດ້ກ່າວວ່າ: ປີເກົ່າ ພສ 2567 ທີ່ຜ່ານມາ ແມ່ນໄລຍະເວລາໜຶ່ງທີ່ມີຄວາມໝາຍສໍາຄັນຕໍ່ຊີວິດຈິດໃຈ ແລະ ການປະຕິບັດໜ້າທີ່ຂອງພວກເຮົາ ເວົ້າລວມ, ເວົ້າສະເພາະ ກົມໃຫຍ່ພະລາທິການກອງທັບ ໄດ້ພ້ອມກັນຜ່ານຜ່າບັນດາຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ສິ່ງທົດສອບຫຼາຍປະການ ໃນການເຄື່ອນໄຫວເຮັດໜ້າທີ່ການເມືອງຂອງກົມກອງ ເຊິ່ງຄະນະນໍາກົມໃຫຍ່ພະລາທິການກອງທັບ ໄດ້ພ້ອມກັນທຸ່ມເທສະຕິປັນຍາ, ເຫື່ອແຮງເຂົ້າໃນການນໍາພາບັນຊາ ເຮັດໃຫ້ກົມໃຫຍ່ພະລາທິການກອງທັບ ມີຜົນສໍາເລັດໃນໜ້າທີ່ການເມືອງຂອງຕົນຢ່າງຮອບດ້ານ ເປັນຕົ້ນ ວຽກງານຮັບປະກັນພະລາທິການໃຫ້ແກ່ກອງທັບ ເຊິ່ງມີຜົນສໍາເລັດໃນລະດັບສູງ, ກົມກອງມີຄວາມສະຫງົບໜັກແໜ້ນ, ພື້ນຖານໂຄງລ່າງໄດ້ຮັບການພັດທະນາເປັນກ້າວໆ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງພະນັກງານ-ນັກຮົບ ໄດ້ຮັບການແກ້ໄຂ້ດີຂຶ້ນ ແລະ ໄດ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນທາງດ້ານຈໍານວນພົນ ແລະ ຄຸນນະພາບ, ມີຫຼາຍສະຫາຍໄດ້ຮັບການແຕ່ງຕັ້ງມອບໝາຍໜ້າທີ່ກ້າວຂຶ້ນກວ່າເກົ່າ, ໄດ້ຮັບການເລື່ອນຊັ້ນແຕ່ລະຂັ້ນ ເປັນຈໍານວນຫຼາຍ, ສໍາເລັດພັນທະຂອງຕົນຕໍ່ປະເທດຊາດ ແລະ ກອງທັບ.
ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ໄດ້ສະແດງຄວາມປິຕິຊົມຊື່ນ, ຍ້ອງຍໍຊົມເຊີຍຜົນງານ ຂອງນາຍ ແລະ ພົນທະຫານ ໃນທົ່ວທຸກເຫຼົ່າຮົບພະລາທິການກອງທັບ ທີ່ໄດ້ພ້ອມກັນເອົາໃຈໃສ່ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານຂະບວນການດ້ານຕ່າງໆ ຂອງກົມກອງ ກໍຄືການຈັດຕັ້ງພັກ-ລັດ ແລະ ກອງທັບມອບໝາຍໃຫ້ຢ່າງຈົບງາມ ເຊິ່ງສະເເດງອອກໃນການເຮັດໃຫ້ສະພາບຂອງກົມກອງ ມີຄວາມສະຫງົບໂດຍພື້ນຖານ, ທຸກຂົງເຂດວຽກງານຮັບປະກັນພະລາທິການກອງທັບ ມີທ່າກ້າວຂະຫຍາຍຕົວສູງຂຶ້ນທາງດ້ານປະລິມານ ແລະ ມີຄຸນນະພາບທີ່ດີ, ຕັ້ງໜ້າປະກອບສ່ວນຢ່າງແຂງແຮງເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ປົກປັກຮັກສາ ສ້າງສາພັດທະນາປະເທດ. ພ້ອມທັງ, ກ່າວຄໍາອວຍພອນໄຊອັນປະເສີດ ມາຍັງຄະນະນໍາກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍນາຍ ແລະ ພົນທະຫານທົ່ວທຸກເຫຼົ່າຮົບພະລາທິການກອງທັບ ແລະ ບັນດາແຂກທີ່ເຂົ້າຮ່ວມງານໃນຄັ້ງນີ້, ຈົ່ງມີສຸຂະພາບແຂງແຮງ, ພາລະນາໄມສົມບູນ, ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ມີຄວາມຮັ່ງມີຜາສຸກ, ປາສະຈາກໂຣກໄພໄຂ້ເຈັບ ແລະ ໄພອັນຕະລາຍທັງປວງ, ມີຄວາມຈະເລີນຮຸ່ງເຮືອງໃນໜ້າທີ່ວຽກງານອັນມີກຽດສະຫງ່າງາມຂອງບັນດາທ່ານ, ພ້ອມກັນກ້າວໜ້າ ແລະ ເຮັດສໍາເລັດທຸກໜ້າທີ່ວຽກງານຕາມການຈັດຕັ້ງພັກ-ລັດ ແລະ ກອງທັບມອບໝາຍໃຫ້ຢ່າງຈົບງາມຕະຫຼອດໄປ, ປີໃໝ່ລາວປີນີ້, ຈົ່ງພ້ອມກັນສະເຫຼີມສະຫຼອງວັນສົງການປີໃໝ່ລາວ ດ້ວຍບັນຍາກາດຄວາມເບີກບານມ່ວນຊື່ນ ແລະ ມີສະຕິໃນການຫຼິ້ນບຸນປີໃໝ່ ເພື່ອຮັກສາໄດ້ຄວາມປອດໄພທຸກດ້ານໃຫ້ແກ່ຕົນເອງ.
ໂດຍ: ຄໍາປະສົງ ລາດຊະວົງ
ພາບໂດຍ: ມິດຕະພາບ ບຸນພະນຸໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ