
ຄະນະ ກົມ ວສ-ປສ ການທະຫານ ອວຍພອນການນຳກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2025-04-11 10:26:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2955 | ຄວາມນິຍົມ:
ໃນລະຫວ່າງວັນທີ 10-11 ເມສາ 2025 ນີ້, ຄະນະພັກ-ຄະນະບັນຊາ ກົມວິທະຍາສາດ-ປະຫວັດສາດ (ວສ-ປສ) ການທະຫານ ເຊິ່ງນຳໂດຍ ສະຫາຍ ພົນຈັດຕະວາ ຂວັນມິ່ງ ບິດາສັກ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ພ້ອມດ້ວຍຄະນະ ຕາງໜ້າໃຫ້ພະນັກງານ-ນັກຮົບ ໄດ້ນໍາເອົາກະຕ່າຂອງຂວັນເຂົ້າອວຍພອນການນຳກະຊວງປ້ອງກັນປະເທດ ໂດຍມີ ສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ, ສະຫາຍ ພົນໂທ ສຈ ປອ ວົງຄຳ ພົມມະກອນ ແລະ ສະຫາຍ ພົນຕີ ປະສິດ ທ່ຽງທຳ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ.
ການເຄື່ອນໄຫວອວຍພອນໃນຄັ້ງນີ້, ເປັນການສະແດງຄວາມຮູ້ບຸນຄູນ ຕໍ່ການນຳກະຊວງປ້ອງກັນປະເທດ, ເປັນການປະຕິບັດຕາມຮີດຄອງປະເພນີລາວ ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2568 ທັງເປັນການຢ້ຽມຢາມຖາມຂ່າວ ແລະ ອວຍພອນໄຊໃຫ້ບັນດາຄະນະນຳກະຊວງປ້ອງກັນປະເທດ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະຄອບຄົວ, ສືບຕໍ່ນຳພາ-ຊີ້ນໍາ ກອງທັບປະຊາຊົນລາວ ໃຫ້ເຕີບໃຫຍ່ເຂັ້ມແຂງໜັກແໜ້ນ ໂດຍສະ ເພາະ ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໃຫ້ມີທ່າກ້າວຂະຫຍາຍຕົວດີຂຶ້ນເລື້ອຍໆ.
ໂດຍ: ສອນໄຊ ສຸກສິງຈັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ