ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ໄລຍະ 5 ປີຜ່ານມາ ອົງຄະນະພັກກອງບັນຊາການທະຫານແຂວງຫຼວງພະບາງ ຍາດໄດ້ຜົນງານຫຼາຍດ້ານ
ເວລາອອກຂ່າວ: 2025-04-11 09:50:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2949 | ຄວາມນິຍົມ:



ເນື່ອງໃນໂອກາດ ດໍາເນີນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VIII ຂອງອົງຄະນະພັກ ກອງບັນຊາການທະຫານແຂວງຫຼວງພະບາງ ໃນວັນທີ 9 ເມສາ 2025 ນີ້, ສະຫາຍ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ຮອງເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ໄດ້ຜ່ານບົດລາຍງານການເມືອງທັງສອງພາກ ພາຍໃຕ້ຄໍາຂວັນ: "ເສີມຂະຫຍາຍບົດບາດການນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງຄະນະພັກ, ສຸມໃສ່ປັບປຸງກໍ່ສ້າງກໍາລັງ ໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ". ເຊິ່ງໄດ້ຕີລາຄາໝາກຜົນການຈັດຕັ້ງຜັນຂະຫຍາຍມະຕິ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ກອງບັນຊາການທະຫານແຂວງຫຼວງພະບາງ ໄລຍະ 5 ປີຜ່ານມາ, ອັນພົ້ນເດັ່ນ ແມ່ນໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ ຕາມເຂດຈຸດສຸມຍຸດທະສາດຂອງແຂວງ ແລະ ເຂດຊາຍແດນ ລາວ-ຫວຽດນາມ, ສາມາດກໍ່ສ້າງບ້ານ ແລະ ຄອບຄົວປ້ອງກັນຊາດເຂັ້ມແຂງໄດ້ 55 ກຸ່ມບ້ານ, ມີ 313 ບ້ານ, ມີ 33.149 ຄອບຄົວ. ໄດ້ສົມທົບກໍາລັງ ປກສ ແລະ ອົງການປົກຄອງທ້ອງຖິ່ນຊ່ວຍເຫຼືອປ້ອງກັນຕ້ານການລະບາດ ຂອງພະຍາດ ໂຄວິດ-19, ຊ່ວຍປະຊາຊົນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມໄດ້ 25 ບ້ານ, ຈັດຕັ້ງປ້ອງກັນເວນຍາມບັນດາໂຄງການ, ເສັ້ນທາງລົດໄຟ ລາວ-ຈີນ, ສະໜາມບິນສາກົນ ແລະ ເສັ້ນທາງຍຸດທະສາດ, ປ້ອງກັນກອງປະຊຸມຂັ້ນຕ່າງໆ ທີ່ຈັດຢູ່ແຂວງຫຼວງພະບາງ ມີຄວາມສະຫົງບປອດໄພ 100%. ໜ້າທີ່ປັບປຸງກໍ່ສ້າງກໍາລັງ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ດ້ວຍການນໍາເອົາມະຕິ, ຄໍາສັ່ງຂອງພັກ, ກົດໝາຍຂອງລັດ, ລະບຽບວິໄນຂອງກອງທັບ ລວມທັງປະຫວັດມູນເຊື້ອສໍາຄັນຕ່າງໆ ມາເປັນເນຶ້ອໃນຕົ້ນຕໍ ເຮັດໃຫ້ພະນັກງານສະມາຊິກພັກ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດ ສິນທຳປະຕິວັດ ມີຄວາມຈົງຮັກພັກດີ ຕໍ່ການຈັດຕັ້ງພັກ-ລັດ ແລະ ປະຊາຊົນ, ມີຄວາມຫ້າວຫັນເຮັດສໍາເລັດໜ້າທີ່ການເມືອງຂອງຕົນ. ໄປພ້ອມກັນນີ້, ຍັງໄດ້ຈັດຕັ້ງນໍາພາ-ຊີ້ນໍາສ້າງຂະບວນການດ້ານຕ່າງໆ ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ, ໂຄສະນາຂ່າວສານຢ່າງເລິກເຊິ່ງກວ້າງຂວາງ, ເຂົ້າຮ່ວມການແຂ່ງຂັນກິລາ, ສະແດງສິລະປະ-ວັນະຄະດີຮັບໃຊ້ຢູ່ບັນດາກົມກອງ ແລະ ປະຊາຊົນບັນດາເຜົ່າ ດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ. ອົງຄະນະພັກ ກອງບັນຊາການທະຫານແຂວງ ມີ 9 ຄະນະພັກຮາກຖານ, ມີ 54 ໜ່ວຍພັກ ທຽບໃສ່ ປີ 2020 ໜ່ວຍພັກເພີ່ມຂຶ້ນ 2 ໜ່ວຍພັກ ເທົ່າກັບ 2,7%; ມີສະມາຊິກພັກທັງໝົດ 1.404 ສະຫາຍ, ຍິງ 201 ສະຫາຍ, ຂະຫຍາຍສະມາຊິກພັກໃໝ່ໄດ້ 122 ສະຫາຍ ທຽບໃສ່ປີ 2020 ເພີ່ມຂຶ້ນ 8,6%. ມີໜ່ວຍພັກແຂງ 48 ໜ່ວຍພັກ ກວມເອົາ 88,8%, ກາງ 6 ໜ່ວຍພັກ, ມີສະມາຊິກພັກແຂງ 1.364 ສະຫາຍ, ຍິງ 198 ສະຫາຍ ກວມເອົາ 97,5%, ບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາຄະນະພັກ ຈຳນວນ 140 ສະຫາຍ. ວຽກງານກໍ່ສ້າງພະນັກງານໄດ້ເອົາໃຈໃສ່ວຽກງານຄຸ້ມຄອງ ແລະ ຂຶ້ນແຜນກໍານົດ ກໍ່ສ້າງພະນັກງານສືບທອດ ມີຄຸນທາດການເມືອງໜັກແໜ້ນ, ຄຸນສິນທໍາປະຕິວັດ, ມີຄວາມຮູ້ ຄວາມສາມາດ ຮັບປະກັນລັກສະນະສືບທອດປ່ຽນແທນ ຢ່າງຕໍ່ເນື່ອງ ສ້າງໄດ້ພະນັກງານ 3 ຮຸ່ນ. ນອກນີ້, ໄດ້ຈັດແບ່ງປະເພດກົມກອງປອດໃສ ປອດໄພ ປອດຄະດີ ປະເພດ I ມີ 33 ກົມກອງ, ປະເພດ II ມີ 4 ກົມກອງ, ຕີລາຄາແບ່ງປະເພດຄຸນນະພາບ ການເມືອງພາຍໃນ ປະເພດ I ກວມເອົາ 91,66%, ປະເພດ II ກວມເອົາ 11,11%. ພ້ອມກັນນີ້, ຍັງໄດ້ຄົ້ນຄວ້າປະຕິບັດນະໂຍບາຍໃຫ້ພະນັກງານສ້າງຄອບຄົວໃໝ່, ເຈັບປ່ວຍ, ເສຍອົງຄະ, ເສຍຊີວິດ ຖືກຕ້ອງສອດຄ່ອງ ຕາມແນວທາງນະໂຍບາຍ ເຊິ່ງພະນັກງານ-ນັກຮົບ ໄດ້ຮັບການຍ້ອງຍໍປະເພດຫຼຽນໄຊ 802 ໜ່ວຍ, ຫຼຽນກາ 709 ໜ່ວຍ ແລະ ໃບຍ້ອງຍໍປະເພດຕ່າງໆ 2.064 ໃບ. ໜ້າທີ່ຮັບປະກັນດ້ານພະລາທິການ-ເຕັກນິກ ສາມາດຮັບປະກັນດ້ານເຂົ້າກິນ, ເຄື່ອງນຸ່ງຫົ່ມ ຮັບປະກັນການຄຸ້ມຄອງລ້ຽງດູທັບ, ຄຸ້ມຄອງງົບປະມານລາຍຮັບ-ລາຍຈ່າຍ. ໄດ້ນໍາພາ-ຊີ້ນໍາປັບປຸງສະຖານທີ່ຄ້າຍຄູ ທີ່ຢູ່ອາໄສເຂົ້າສູ່ລະບົບທີ່ແໜ້ນໜາຖາວອນ ຕາມທ່າແຮງບົ່ມຊ້ອນຂອງກົມກອງ ສົມທົບທຶນຈາກຂັ້ນເທິງ, ການຊ່ວຍເຫຼືອຈາກພາກສ່ວນທຸລະກິດຜູ້ປະກອບການ ແລະອົງການປົກຄອງທ້ອງຖິ່ນ ໃນນີ້, ສາມາດກໍ່ສ້າງລະບົບຄ້າຍຄູ, ຫ້ອງການ ແລະ ສາງຄັງຕ່າງໆ ໄດ້ທັງໝົດ 13 ໂຄງການ ລວມມູນຄ່າກໍ່ສ້າງທັງໝົດ 32.537.479.000 ກີບ ພ້ອມນີ້, ຍັງໄດ້ຊີ້ນໍາຊຸກຍູ້ກົມກອງຈັດຕັ້ງປະຕິບັດຕາມທິດນໍາ 4 ປູກ 4 ລ້ຽງ ສາມາດຕອບສະໜອງພືດຜັກເຂົ້າເຮືອນຄົວລວມ ໄດ້ 85%, ສະໜອງຊີ້ນ-ປາ ໄດ້ 50% ແລະ ສ້າງລາຍຮັບຈາກການປູກຝັງ-ລ້ຽງສັດ ແລະ ບໍລິການຕ່າງໆ ລວມທັງໝົດ 39.907.726.000 ກີບເຊິ່ງເງິນຈໍານວນດັ່ງກ່າວ ໄດ້ນໍາໃຊ້ເຂົ້າໃນວຽກງານບໍລິຫານ, ຊື້ພາຫະນະ ແລະ ປັບປຸງກໍ່ສ້າງກົມກອງ. ນອກຈາກນີ້, ຍັງສາມາດຮັບປະກັນພາຫະນະ-ເຕັກນິກ ໃຫ້ແກ່ການກຽມພ້ອມສູ້ຮົບ, ກອບກູ້ໄພພິບັດ, ເຄື່ອນໄຫວສູ້ຮົບ, ອົບຮົມ-ຫັດແອບ, ກໍ່ສ້າງກໍາລັງເປັນປົກກະຕິຄຸ້ມຄອງແໜ້ນດ້ານຈໍານວນ ແລະ ຄຸນນະພາບອາວຸດ-ກະສຸນ, ມີການຈັດຕັ້ງບົວລະບັດ, ປົກປັກຮັກສາບໍ່ໃຫ້ເປເພເສຍຫາຍໂດຍບໍ່ມີເຫດຜົນ, ຮັບປະກັນໃນການເບີກຈ່າຍຖືກຕ້ອງຕາມຫຼັກການ ແລະ ມີສໍາຮອງວັດຖຸ, ພາຫະນະເຄື່ອນທີ່ໄວ, ສາມາດຮັບປະກັນໃຫ້ແກ່ການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງກົມກອງ. ໜ້າທີ່ພົວພັນຮ່ວມມືການຕ່າງປະເທດ ໄດ້ຈັດຕັ້ງປະຕິບັດແນວທາງການຕ່າງປະເທດຂອງພັກ ໂດຍສະເພາະຕໍ່ປະເທດເພື່ອນມິດຍຸດທະສາດ ສສ ຫວຽດນາມ ແລະ ສປ ຈີນ ໄດ້ຈັດກອງປະຊຸມພົບປະແລກປ່ຽນສະພາບປະຈຳປີ, ຈັດຕັ້ງຊ້ອມຮົບຮ່ວມ-ເຄື່ອນໄຫວລາດຕະເວນຮ່ວມສອງຝ່າຍ ແລະ ສາມາດສະກັດກັ້ນແກ້ໄຂປະກົດການຫຍໍ້ທໍ້ລຽບຕາມຊາຍແດນ ພ້ອມກັນນີ້, ຍັງໄດ້ຕ້ອນຮັບຄະນະຜູ້ແທນຫວຽດນາມ, ຈີນ, ໄທ, ກຳປູເຈຍ, ຣັດເຊຍ ທີ່ມາເຄື່ອນໄຫວພົບປະຢ້ຽມຢາມ ແລະ ທ່ອງທ່ຽວ ຢູ່ນະຄອນ ຫຼວງພະບາງ ຕື່ມອີກ. ໂດຍ: ສົມພອນ ສຸວັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ