
ເມືອງຫົງສາ ທຳລາຍສິນຄ້າໝົດອາຍຸ-ເສື່ອມຄຸນນະພາບ
ເວລາອອກຂ່າວ: 2025-04-11 09:16:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2830 | ຄວາມນິຍົມ:
ວັນທີ 10 ເມສາ 2025 ນີ້, ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດພິທີທຳລາຍສິນຄ້າໝົດອາຍຸ-ເສື່ອມຄຸນນະພາບ ຢູ່ທີ່ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ໂດຍມີ ທ່ານ ອ່ອນຈັນ ບຸນຍາວົງ ຮອງເຈົ້າເມືອງ ເມືອງຫົງສາ, ຜູ້ຊີ້ນຳວຽກງານເສດຖະກິດຂອງເມືອງ, ມີພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ ແລະ ຕາງໜ້ານັກທຸລະກິດ-ຜູ້ປະກອບການພາຍໃນເມືອງເຂົ້າຮ່ວມ.
ທ່ານ ສົມຄວນ ສຸດທະວົງສາ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ໄດ້ໃຫ້ຮູ້ວ່າ: ໂດຍປະຕິບັດຕາມຂໍ້ຕົກລົງ ຂອງເຈົ້າເມືອງຫົງສາ ແລະ ແຜນວຽກຈຸດສຸມ ປະຈຳປີ 2025, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ຈຶ່ງໄດ້ສົມທົບກັບຄະນະກຳມະການກວດກາຄຸນນະພາບສິນຄ້າ, ສິນຄ້າຜິດລະບຽບ ແລະ ສິນຄ້າເກືອດຫ້າມຂັ້ນເມືອງ ເຄື່ອນໄຫວກວດກາສິນຄ້າໝົດອາຍຸ-ເສື່ອມຄຸນນະພາບຢູ່ພາຍໃນເມືອງ ໂດຍສະເພາະແມ່ນບັນດາຮ້ານຄ້າຕ່າງໆ ໃນທ້ອງຕະຫຼາດ ແລະ ໃນເທສະບານເມືອງ. ການກວດກາຄັ້ງນີ້ ໄດ້ເລີ່ມແຕ່ວັນທີ 1-8 ເມສາ 2025, ຄະນະກຳມະການໄດ້ກວດກາຮ້ານຂາຍເຄື່ອງທົ່ວໄປ, ຮ້ານມິນິມາກ, ຮ້ານຂາຍອາຫານແຊ່ແຂງ, ຮ້ານຂາຍເຄື່ອງຢູ່ໃນໂຮງຮຽນປະຖົມ-ມັດທະຍົມສົມບູນ, ຮ້ານຂາຍເຄື່ອງສັງຄະທານ ແລະ ກະຕ່າຂອງຂວັນ ທັງໝົດ 102 ຮ້ານ ໃນນີ້, ຮ້ານຂາຍເຄື່ອງສົ່ງ 6 ຮ້ານ, ຮ້ານມິນິມາກ 3 ຮ້ານ ແລະ ຮ້ານຂາຍເຄື່ອງຍ່ອຍທົ່ວໄປ 93 ຮ້ານ, ກວດກາພົບເຫັນສິນຄ້າໝົດອາຍຸ, ສິນຄ້າຜິດລະບຽບ ແລະ ສິນຄ້າເກືອດຫ້າມ ທັງໝົດ 65 ລາຍການ ໂດຍສະເພາະແມ່ນສິນຄ້າປະເພດ ເຂົ້າໜົມ, ໝີ່ສໍາເລັດຮູບ, ເຄື່ອງສໍາອາງ, ເຄື່ອງປຸງແຕ່ງອາຫານ ແລະ ເຄື່ອງດື່ມປະເພດຕ່າງໆ ລວມມູນຄ່າທັງໝົດ 6.672.000 ກີບ.
ເພື່ອເປັນການປະຕິບັດໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບການ ທັງຮັບປະກັນຕໍ່ຜົນໄດ້ຮັບ, ຄະນະກຳມະການໄດ້ຄົ້ນຄວ້າ ປຶກສາຫາລືເຫັນດີເປັນເອກະພາບກັນ ປັບໃໝຜູ້ປະກອບການຜູ້ທີ່ບໍ່ເອົາໃຈໃສ່ກວດກາສິນຄ້າພາຍໃນຮ້ານຕົນເອງ ສວຍໂອກາດຂາຍສິນຄ້າເສື່ອມຄຸນນະພາບໃຫ້ຜູ້ບໍລິໂພກ ເຊິ່ງເປັນຜົນກະທົບຕໍ່ສຸຂະພາບທາງກາຍ ແລະ ຈິດໃຈ ໂດຍທາງກົງ ແລະ ທາງອ້ອມ ໂດຍສະເພາະແມ່ນຮ້ານທີ່ໄດ້ມີການກວດກາພົບເຫັນຫຼາຍຄັ້ງ ທັງໄດ້ເຮັດບົດບັນທຶກ ແລະ ໄດ້ສຶກສາອົບຮົມກ່າວເຕືອນຜ່ານມາແລ້ວນັ້ນ, ຄະນະກຳມະການ ໄດ້ປັບໃໝເຈົ້າຂອງຮ້ານຕົວຈິງຈໍານວນ 6 ຮ້ານ, ມູນຄ່າປັບໃໝທັງໝົດ 1.850.000 ກີບ, ສໍາລັບຮ້ານທີ່ເປີດໃໝ່ ຖ້າກວດພົບເຫັນເຄື່ອງໝົດອາຍຸ ແຕ່ຖ້າມີມູນຄ່າໜ້ອຍ ຄະນະກຳມະການ ໄດ້ສຶກສາອົບຮົມ ແລະ ແນະນໍາໃຫ້ເຈົ້າຂອງຮ້ານເຂົ້າໃຈຕໍ່ພາລະບົດບາດຂອງວຽກງານດັ່ງກ່າວ.
ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມ ໄດ້ພ້ອມກັນທຳລາຍສິນຄ້າດັ່ງກ່າວ.
ຂໍ້ມູນຈາກ: ຖວທ ເມືອງຫົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ