
ສະຫາຍຮອງປະທານ, ຜູ້ປະຈຳການຄະນະກຳມະການ ປກຊ-ປກສ ສູນກາງ, ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີປິດບັ້ນເຝິກອົບຮົມ “ໃຕ້ຝຸ່ນ-2025”
ເວລາອອກຂ່າວ: 2025-04-11 09:13:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1930 | ຄວາມນິຍົມ:
ວັນທີ 10 ເມສາ 2025, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງປະທານ, ຜູ້ປະຈຳການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ, ໄດ້ໃຫ້ກຽດເຂົ້າຮ່ວມພິທີປິດບັ້ນເຝິກອົບຮົມການທະຫານໄລຍະສັ້ນ ພາຍໃຕ້ຫົວຂໍ້ “ ໃຕ້ຝຸ່ນ-2025 ” ຂອງກໍາລັງຕີພິເສດກອງທັບປະຊາຊົນລາວ, ມີສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີ ກະຊວງປ້ອງກັນປະເທດ, ພ້ອມດ້ວຍບັນດາສະຫາຍການນໍາ ກະຊວງປ້ອງກັນປະເທດ, ຜູ້ຊ່ວຍຜູ້ບັນຊາການທະຫານເຂດຕາເວັນອອກ ກອງທັບຣັດເຊຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ການເຝິກອົບຮົມຄັ້ງນີ້ ໄດ້ດຳເນີນມາແຕ່ວັນທີ 20 ມີນາ 2025 ມີພະນັກງານ-ນັກຮົບ ເຂົ້າຮ່ວມເຝິກອົບຮົມ, ທັງນີ້ ກໍ່ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ທາງດ້ານຍຸດທະວິທີສູ້ຮົບແບບທັນສະໄໝ ໃຫ້ແກ່ນາຍ ແລະ ພົນທະຫານກອງທັບປະຊາຊົນລາວໃຫ້ມີຄວາມພ້ອມໃນການປະຕິບັດໜ້າທີ່ ໃນສະຖານະການຕ່າງໆ ຢ່າງມີປະສິດທິພາບ ແລະ ປະສິດທິຜົນເປັນຕົ້ນ ການນຳໃຊ້ອາວຸດ ໃນສະຖານະການຈຳລອງການປະທະກັບສັດຕູ; ການໂຍນຕົວລົງມາຈາກເຮືອບິນ ເພື່ອໂຈມຕີສັດຕູ; ການນຳໃຊ້ລົດເພື່ອໄລ່ຈັບ ແລະ ຕອບໂຕ້ການໂຈມຕີ; ການຕອບໂຕ້ການບຸກລຸກ, ການນຳໃຊ້ເຕັກໂນໂລຊີ ໂດຍສະເພາະ ໂດນບິນ ເພື່ອສຳຫຼວດ ແລະ ປະຕິບັດໜ້າທີ່ທາງທະຫານ.
ໃນໂອກາດນີ້, ສະຫາຍ ຮອງປະທານ, ຜູ້ປະຈຳການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດານາຍ ແລະ ພົນທະຫານ ທີ່ໄດ້ມີຄວາມເອົາໃຈໃສ່ ຕໍ່ການເຝິກອົບຮົມຄັ້ງນີ້ ມີຜົນສຳເລັດ ຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ກຳນົດໄວ້; ພ້ອມທັງ ຕີລາຄາສູງ ຕໍ່ການເຝິກແອບສິນລະປະຍຸດທະວິທີ ຂອງເຫຼົ່າຮົບຕີພິເສດວ່າ: ເປັນການສືບຕໍ່ອັນສໍາຄັນ ໃນການເສີມຂະຫຍາຍຮັດແໜ້ນສາຍພົວພັນ ແລະ ການຮ່ວມມື ທີ່ເປັນມູນເຊື້ອອັນດີມາແຕ່ດົນນານ ລະຫວ່າງສອງຊາດ, ສອງກອງທັບ ລາວ-ຣັດເຊຍ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມດຽວກັນ, ສະຫາຍຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ຄະນະຄູເຝິກຝ່າຍລາວ ແລະ ຝ່າຍຣັດເຊຍ ທີ່ໄດ້ມີຄວາມອົດທົນ, ມີຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ ໂດຍໄດ້ທຸ້ມເທເຫື່ອແຮງ, ສະຕິປັນຍາ ເຂົ້າໃນການຖ່າຍທອດຄວາມຮູ້ ເຂົ້າໃນການສິດສອນ ທາງດ້ານເຕັກນິກ ແລະ ບົດຮຽນຕ່າງໆ ໃຫ້ກຳລັງຕີພິເສດຂອງກອງທັບປະຊາຊົນລາວ, ອັນໄດ້ເຮັດໃຫ້ບັນດາກໍາລັງ ກໍ່ຄືຜູ້ທີ່ເຂົ້າຮ່ວມເຝິກອົບຮົມຄັ້ງນີ້ ກຳໄດ້ ແລະ ສາມາດປະຕິບັດໄດ້ຢ່າງຖືກຕ້ອງ, ມີຄວາມຊໍານິຊໍານານ ໃນການນໍາໃຊ້ອາວຸດ ແລະ ພາຫະນະການທະຫານ ຢ່າງຄ່ອງແຄ້ວ ແລະ ມີປະສິດທິຜົນ, ສ້າງຄວາມເຂັ້ມແຂງ ໃຫ້ແກ່ກໍາລັງຕີພິເສດກອງທັບປະຊາຊົນລາວ ຫຼາຍຂຶ້ນ.
ໃນຕອນທ້າຍ, ສະຫາຍ ພັນເອກ ອີວານ ຕາໄຣເຢັບ, ຜູ້ຊ່ວຍຜູ້ບັນຊາການທະຫານເຂດຕາເວັນອອກຣັດເຊຍ ກໍ່ໄດ້ກ່າວສະແດງຄວາມຂອບໃຈຕໍ່ສະຫາຍ ຮອງປະທານ, ຜູ້ປະຈຳການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີທີ່ໄດ້ໃຫ້ກຽດເຂົ້າຮ່ວມຮັບຊົມ ແລະ ຕີລາຄາສູງຕໍ່ໝາກຜົນ ຂອງການເຝິກອົບຮົມການທະຫານ ໃນຄັ້ງນີ້ ເພື່ອເປັນການກະກຽມຄວາມພ້ອມ ໂດຍສະເພາະ ດ້ານຄວາມຮູ້, ຄວາມສາມາດຂອງກຳລັງພົນ ລວມທັງ ດ້ານເຕັກນິກຕ່າງໆ ເພື່ອປ້ອງກັນ ແລະ ຮັກສາສະຖຽນລະພາບ ທາງດ້ານການເມືອງ, ຄວາມສະຫງົບ, ປອດໄພທາງດ້ານສັງຄົມ, ປະເທດຊາດມີຄວາມໝັ້ນຄົງ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ