ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫົວໜ້າການເມືອງໂຮງໝໍ 103 ກອງທັບ ລົງກວດກາແລະຊຸກຍູ້ກ້ອນກຳລັງສວນສະໜາມ
ເວລາອອກຂ່າວ: 2018-11-20 09:38:05 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 188 | ຄວາມນິຍົມ:



ພັນເອກ ຄໍາແພງ ພູມມາ ແກ້ວ ຫົວໜ້າການເມືອງໂຮງໜໍ 103 ພ້ອມດ້ວຍອົງການ ຈັດຕັ້ງ ມະຫາຊົນ ລົງຢ້ຽມຢາມກວດກາ ແລະ ຊຸກຍູ້ກ້ອນກຳລັງເຝິກແອບ ສວນສະໜາມ ເຊິ່ງເປັນກ້ອນ ກຳລັງເຫຼົ່າຮົບເສນາຮັກໃນ ວັນທີ 9 ພະຈິກ 2018 ນີ້. ໃນໂອກາດນີ້, ພັນເອກ ຄຳ ແພງ ພູມມາແກ້ວ ໄດ້ກ່າວໂອ້ ລົມ ແລະ ຊຸກຍູ້ໃຫ້ກຳລັງໃຈແກ່ ເອື້ອຍນ້ອງແມ່ຍິງທີ່ເຮັດໜ້າທີ່ ເຝິກຊ້ອມສວນສະໜາມ ເຊິ່ງ ແມ່ນກ້ອນກຳລັງທີ່ຕາງໜ້າໃຫ້ ແກ່ພະນັກງານແພດໝໍເຫຼົ່າຮົບ ເສນາຮັກຂອງກອງທັບປະຊາ ຊົນທີ່ຈະໄດ້ເຂົ້າຮ່ວມເດີນສວນ ສະໜາມສະແດງກຳລັງໃນງານ ສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບ ຄົບຮອບ 70 ປີ ທີ່ຈະ ມາເຖິງໃນຕໍ່ໜ້ານີ້, ພ້ອມກັນນີ້ ສະຫາຍຍັງໄດ້ເນັ້ນໜັກໃຫ້ທຸກຄົນມີຄວາມອົດທົນຜ່ານຜ່າເຮັດສຳເລັດໜ້າທີ່ຂອງຕົນກ່ອນຄືນກົມກອງຂອງຕົນຢ່າງພາກພູມໃຈ. ໃນໂອກາດສະຫາຍຫົວໜ້າການ ເມືອງໂຮງໝໍ 103 ກອງທັບ ແລະ ອົງການຈັດຕັ້ງມະຫາຊົນຍັງໄດ້ນຳ ເອົາເຄື່ອງບໍລິໂພກຈຳນວນໜຶ່ງ ໄປມອບໃຫ້ກຳລັງເຝິກແອບສວນສະໜາມດັ່ງກ່າວອີກດ້ວຍ. ຂ່າວຍັງໃຫ້ຮູຕື່ມອີກວ່າ: ໃນ ວັນທີ 8 ພະຈິກ 2018 ໂຮງໝໍ 103 ໄດ້ຈັດຕັ້ງກອງປະຊຸມທາບ ທາມເອົາບຸກຄະລາກອນເຂົ້າອົງ ຄະນະພັກຮອບ 3, ໂດຍພາຍໃຕ້ ການເຂົ້າຮ່ວມຂອງພັນເອກ ສົມ ວັນ ທຳມາໄຊ ຄະນະປະຈຳພັກ ກົມໃຫຍ່, ຫົວໜ້າຫ້ອງການ ເມືອງກົມໃຫຍ່ພະລາທິການ ກອງທັບ, ການທາບທາມຄັ້ງນີ້ ແມ່ນໄດ້ຕາມລະດັບຄາດໝາຍທີ່ ວາງໄວ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ