ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ສຳເລັດການເຂົ້າຮ່ວມ ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນຄັ້ງທີ 13
ເວລາອອກຂ່າວ: 2019-07-15 09:01:32 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 73 | ຄວາມນິຍົມ:



ໃນລະຫວ່າງວັນທີ 10-12 ກໍລະກົດ 2019 ນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະ ເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ຄະນະໄດ້ສໍາເລັດເຂົ້າຮ່ວມກອງ ປະຊຸມລັດຖະມົນຕີປ້ອງກັນປະ ເທດອາຊຽນ (ADMM) ຄັ້ງທີ 13 ເຊິ່ງຈັດຂຶ້ນທີ່ບາງກອກ ຣາ ຊະອານາຈັກໄທ ພາຍໃຕ້ຫົວຂໍ້ “ຄວາມໝັ້ນຄົງທີ່ຍືນຍົງ”. ກອງ ປະຊຸມໃນຄັ້ງນີ້ແມ່ນດຳເນີນ ພາຍໃຕ້ການເປັນປະທານຂອງ ທ່ານ ພົນເອກ ປາວິດ ວົງສຸວັນ, ຮອງນາຍົກລັດຖະມົນຕີ ລັດຖະ ມົນຕີປ້ອງກັນປະເທດ ແຫ່ງຣາ ຊະອານາຈັກໄທ. ມີບັນດາທ່ານ ລັດຖະມົນຕີປ້ອງກັນປະເທດ ຈາກປະເທດສະມາຊິກອາຊຽນ ພ້ອມດ້ວຍທ່ານເລຂາທິການ ໃຫຍ່ອາຊຽນເຂົ້າຮ່ວມ. ກອງປະຊຸມ ADMM ຄັ້ງ ນີ້, ໄດ້ຮັບຟັງການລາຍງານສະ ຫຼຸບຄວາມຄືບໜ້າຂອງການຈັດ ຕັ້ງຜັນຂະຫຍາຍແຜນວຽກ 3 ປີ (2017-2020) ຂອງອາ ຊຽນມາຮອດປັດຈຸບັນຈາກທ່ານ ເລຂາທິການໃຫຍ່ອາຊຽນ, ຜົນສຳເລັດຂອງກອງປະຊຸມເຈົ້າ ໜ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ (ADSOM), ຜົນສຳ ເລັດຂອງກອງປະຊຸມຜູ້ບັນຊາ ການທະຫານສູງສຸດອາຊຽນ (ACDFM) ຄັ້ງທີ 16. ກອງ ປະຊຸມຍັງໄດ້ປຶກສາຫາລືເອກະ ສານວ່າດ້ວຍບົດບາດຂອງບັນ ດາປະເທດສະມາຊິກອາຊຽນ ຕໍ່ບັນຫາການປະມົງທີ່ຜິດກົດ ໝາຍ ແລະ ຝ່າຝືນລະບຽບການ ເພື່ອຮັບຮູ້ເຖິງຜົນກະທົບຂອງບັນ ຫາດັ່ງກ່າວ ແລະ ຄົ້ນຄວ້າຫາ ວິທີທາງແກ້ໄຂ. ພ້ອມນີ້, ກອງ ປະຊຸມ ADMM ຄັ້ງທີ 13 ໄດ້ ຮັບຮອງເອົາ 6 ເອກະສານສໍາ ຄັນຄື: ແນວທາງປະຕິບັດ ເພື່ອ ປະເມີນຜົນບັນດາແນວຄວາມຄິດ ລິເລີ່ມ ພາຍໃຕ້ຂອບກອງປະຊຸມ ADMM, ບົດແນວຄວາມຄິດ ວ່າດ້ວຍບົດບາດຂອງກອງທັບ ຂອງບັນດາປະເທດສະມາຊິກອາ ຊຽນໃນການສົ່ງເສີມວຽກງານ ຄຸ້ມຄອງຊາຍແດນ, ບົດແນວ ຄວາມຄິດວ່າດ້ວຍການຂະຫຍາຍ ໂຄງການຕິດຕໍ່ສື່ສານສາຍດ່ວນ ໃນຂະບວນການຂອງກອງປະຊຸມ ADMM ໄປຍັງປະເທດ-ອາຊຽນ ບວກ, ຂໍ້ກໍານົດສໍາຫຼັບກົນໄກ ການ ແລກປ່ຽນຂໍ້ມູນສືບຂ່າວເພື່ອ ການ ເຝົ້າລະວັງການກໍ່ການຮ້າຍ ໃນບັນດາປະເທດສະມາຊິກອາ ຊຽນ, ບົດແນວຄວາມຄິດວ່າດ້ວຍ ການຈັດຕັ້ງກອງປະຊຸມແພດທະ ຫານອາຊຽນ ແລະ ເອກະສານ ແນວທາງປະຕິບັດສໍາລັບການ ຕິດຕໍ່ສື່ສານລະຫວ່າງທະຫານ ເຮືອອາຊຽນ. ພາຍຫຼັງສໍາເລັດກອງປະຊຸມ ທ່ານ ພົນເອກ ຈັນສະໝອນ ຈັນ ຍາລາດ, ລັດຖະມົນຕີປ້ອງກັນ ປະເທດແຫ່ງ ສປປ ລາວ ໄດ້ເຂົ້າ ຮ່ວມ ແລະ ເຊັນຖະແຫຼງການ ຮ່ວມຂອງກອງປະຊຸມລັດຖະມົນ ຕີປ້ອງກັນປະເທດອາຊຽນຄັ້ງທີ 13 ວ່າດ້ວຍຄວາມໝັ້ນຄົງທີ່ ຍືນຍົງ. ຜົນສຳເລັດຂອງກອງປະຊຸມ ລັດຖະມົນຕີປ້ອງກັນປະເທດ ອາຊຽນຄັ້ງທີ 13 ໄດ້ສະແດງ ເຖິງຄວາມເອົາໃຈໃສ່ ແລະ ຄວາມພະຍາຍາມຂອງລັດຖະ ມົນຕີປ້ອງກັນປະເທດອາຊຽນ ໃນການເສີມຂະຫຍາຍການ ຮ່ວມມືກັນຂອງບັນດາກອງທັບ ອາຊຽນ ເພື່ອເສີມສ້າງຄວາມ ເຂົ້າອົກເຂົ້າໃຈ, ຄວາມສາມັກຄີ ກໍຄືການສ້າງຂີດຄວາມສາມາດ ເພື່ອເຮັດໃຫ້ອາຊຽນສາມາດຮັບ ມືກັບໄພຂົ່ມຂູ່ທັງໃນຮູບແບບ ໃໝ່-ແບບເກົ່າໄດ້ຢ່າງມີປະສິດ ທິພາບ ແລະ ທັນເວລາ ເຊິ່ງເປັນ ປັດໄຈອັນສຳຄັນໃຫ້ແກ່ການສົ່ງ ເສີມສັນຕິພາບ, ສະຖຽນລະ ພາບ, ຄວາມໝັ້ນຄົງ ແລະ ການພັດ ທະນາແບບຍືນຍົງຂອງພາກພື້ນ. ນອກຈາກການເຂົ້າຮ່ວມກອງ ປະຊຸມດັ່ງກ່າວແລ້ວ, ທ່ານລັດຖະ ມົນຕີກະຊວງປ້ອງກັນປະເທດ ສປປ ລາວ ຍັງໄດ້ພົບປະສອງ ຝ່າຍກັບຄູ່ຮ່ວມຕໍ່າແໜ່ງຈາກ ຫວຽດນາມ, ກຳປູເຈຍ, ໄທ ແລະ ອິນໂດເນເຊຍ ເພື່ອປຶກສາຫາລື ການສົ່ງເສີມການພົວພັນ ແລະ ຮ່ວມມືແບບສອງຝ່າຍທີ່ຕ່າງ ຝ່າຍຕ່າງມີຄວາມສົນໃຈ ແລະ ມີຜົນປະໂຫຍດຮ່ວມກັນ. ໂດຍ: ຊາຍສົມສັກ ວິໄລສັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ