ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ທາບທາມບຸກຄະລາກອນ ຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງສາລະວັນ ສະໄໝທີ VI ຮອບທີ 3
ເວລາອອກຂ່າວ: 2025-03-21 11:15:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 722 | ຄວາມນິຍົມ:



ວັນທີ 19 ມີນາ 2025 ນີ້, ກອງບັນຊາການທະຫານແຂວງສາລະວັນ ໄດ້ຈັດກອງປະຊຸມ ທາບທາມບຸກຄະລາກອນ ຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກອງບັນຊາການທະ ຫານແຂວງສາສາລະວັນ ສະໄໝທີ VI ຮອບທີ 3 ໂດຍການເປັນປະທານ ຂອງສະຫາຍ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ແຂວງສາລະວັນ, ມີສະຫາຍ ສົມສັກ ທົງຄຳຫານ ກຳມະການຄະນະພັກແຂວງ, ປະທານກວດກາແຂວງ, ມີສະຫາຍ ພົນຈັດຕະວາ ພູວັນ ພິມມະຈັນ ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງສາລະວັນ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ຄະນະພັກຮາກຖານ ແລະ ພະນັກງານຫຼັກແຫຼ່ງທົ່ວກອງບັນຊາການ ເຂົ້າຮ່ວມ. ທ່ານ ປອ ດາວວົງ ພອນແກ້ວ ໄດ້ໃຫ້ທິດຊີ້ນຳຕໍ່ຜູ້ແທນກອງປະຊຸມໃນການໃຊ້ສິດປະຊາທິປະ ໄຕຂອງຕົນ ໂດຍຮຽກຮ້ອງໃຫ້ຍົກສູງບົດບາດວຽກງານພັກ-ວຽກງານການເມືອງ ພະນັກງານຫຼັກແຫຼ່ງແຕ່ລະສະຫາຍ ຕ້ອງກຳໄດ້ເຖິງມາດຖານ, ເງື່ອນໄຂ ຂອງຜູ້ທີ່ຮັບສະໝັກແຕ່ລະສະຫາຍ ເອົາໃຈໃສ່ຄົ້ນຄວ້າເອົາບຸກຄະລາກອນຜູ້ທີ່ມີມາດຖານ, ເງື່ອນໄຂຄົບຖ້ວນ ເພື່ອຮັບສະໝັກເລືອກຕັ້ງເຂົ້າໃນຄະ ນະບໍລິຫານງານພັກ ກອງບັນຊາການທະຫານແຂວງສາລະວັນ ສະໄໝທີ VI ຮອບທີ 3 ໃຫ້ໄດ້ຕາມລະດັບຄາດໝາຍ ແລະ ສຳເລັດໄປດ້ວຍດີ. ຈາກນັ້ນ, ກອງປະຊຸມ ໄດ້ດໍາເນີນການປ່ອນບັດທາບທາມເອົາບຸກຄະລາກອນ ຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງສາລະວັນ ສະໄໝທີ VI ຮອບທີ 3 ສໍາເລັດຕາມແຜນການ. ໂດຍ: ສຸກັນ ວົງສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ