ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ກົມໃຫຍ່ເຕັກນິກກອງທັບ ປາຖະກະຖາວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ
ເວລາອອກຂ່າວ: 2025-03-21 11:09:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 681 | ຄວາມນິຍົມ:



ວັນທີ 20 ມີນາ 2025 ນີ້, ກົມໃຫຍ່ເຕັກນິກກອງທັບ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ຢູ່ທີ່ ສະໂມສອນກົມໃຫຍ່ເຕັກນິກກອງທັບ ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພົນຈັດຕະວາ ສາຍສະໝອນ ໄຊພູບານ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີບັນດາຄະນະພັກ-ຄະນະບັນຊາ, ຜູ້ຕາງໜ້າກົມ, ຫ້ອງການ ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ສາຍສະໝອນ ໄຊພູບານ ໄດ້ຫວນຄືນມູນເຊື້ອວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຍົກໃຫ້ເຫັນຜົນງານອັນໃຫຍ່ຫຼວງໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາ ຂອງພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 70 ປີຜ່ານມາ ໂດຍສະເພາະ ພັກໄດ້ນໍາພາການຕໍ່ສູ້ບໍ່ຍອມຈຳນົນ, ພິລະອາດຫານ ທີ່ນໍາໄປສູ່ໄຊຊະນະ ຂອງການປະຕິວັດຊາດ ປະຊາທິປະໄຕ, ສືບຕໍ່ນໍາພາການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດ ຄື: ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໄປຕາມເສັ້ນທາງສັງຄົມນິຍົມ ເພື່ອຄວາມຢູ່ເຢັນເປັນສຸກ ຂອງປະຊາຊົນລາວບັນດາເຜົ່າ. ພັກປະຊາຊົນປະຕິວັດລາວ ເວລາໃດ ກໍຢຶດໝັ້ນລັດທິ ມາກ-ເລນິນ ເປັນພື້ນຖານ, ແນວຄິດ ໄກສອນ ພົມວິຫານ ແລະ ຢຶດຖືຫຼັກໝັ້ນ ຂອງຊົນຊັ້ນກຳມະກອນ ຢ່າງສະເໝີຕົ້ນສະເໝີປາຍ, ສົມທົບແໜ້ນ ລະຫວ່າງ ລັດທິຮັກຊາດອັນແທ້ຈິງ ກັບ ລັດທິສາກົນອັນຜ່ອງໃສ, ມີຄວາມຈົງຮັກພັກດີຕໍ່ອຸດົມການປະຕິວັດ ແລະ ຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າ, ຖືເອົາຄວາມສາມັກຄີພາຍໃນເປັນຫຼັກ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ, ເຊີດຊູຄວາມເປັນແບບຢ່າງນຳໜ້າ, ຮັກສາໄດ້ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ຄວາມເຊື່ອໝັ້ນຈາກປະຊາຊົນລາວບັນດາເຜົ່າຕະຫຼອດມາ. ໂອກາດນີ້, ຍັງໄດ້ຍ້ອງຍໍຜົນງານໃຫ້ພະນັກງານ-ນັກຮົບ ໃນນີ້, ໄດ້ຍ້ອງຍໍການສະກັດກັ້ນ ການລະບາດຂອງພະຍາດ ໂຄວິດ-19 ຈໍານວນ 4 ສະຫາຍ ຢ່າງສົມກຽດ ຕື່ມອີກ. ໂດຍ: ອານຸສອນ ວິລະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ