ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະຜູ້ແທນໂຮງຮຽນນາຍທະຫານບົກເລກ 1 ກອງທັບປະຊາຊົນຫວຽດນາມ ຢ້ຽມຢາມກອງບັນຊາການທະຫານນະຄອນຫຼວງວຽງຈັນ
ເວລາອອກຂ່າວ: 2019-07-12 09:14:21 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 58 | ຄວາມນິຍົມ:



ໃນວັນທີ 09 ກໍລະກົດ 2019 ຢູ່ທີ່ຫ້ອງປະຊຸມກອງບັນຊາການ ທະຫານນະຄອນຫຼວງວຽງຈັນ ໄດ້ຕ້ອນຮັບການເຄື່ອນໄຫວ ຢ້ຽມຢາມຂອງຄະນະຜູ້ແທນ ຈາກໂຮງຮຽນນາຍທະຫານບົກ ເລກ 1 ກອງທັບປະຊາຊົນຫວຽດ ນາມ ເຊິ່ງນໍາໂດຍ ສະຫາຍ ພົນ ຈັດຕະວາ ຫູວ ແທ້ງວິງ ຮອງອຳ ນວຍການໂຮງຮຽນນາຍທະຫານ ບົກເລກ 1 ກອງທັບປະຊາຊົນ ຫວຽດນາມ, ໃຫ້ກຽດຕ້ອນຮັບຄະ ນະດັ່ງກ່າວ ໂດຍ ສະຫາຍ ພົນຈັດ ຕະວາ ສີພອນ ຈັນສົມວົງ ຫົວໜ້າ ການເມືອງກອງບັນຊາການທະ ຫານນະຄອນຫຼວງ ພ້ອມຄະນະ. ໃນໂອກາດນີ້້ ສະຫາຍ ພົນຈັດຕະວາ ຫູວ ແທ້ງວິງ ຮອງອໍາ ນວຍການໂຮງຮຽນນາຍທະຫານ ບົກເລກ 1 ກອງທັບປະຊາຊົນ ຫວຽດນາມກໍໄດ້ກ່າວສະແດງ ຄວາມຂອບອົກຂອບໃຈຕໍ່ຄະນະ ພັກ-ຄະນະບັນຊາກອງບັນຊາ ການທະຫານນະຄອນຫຼວງວຽງ ຈັນ ທີ່ໄດ້ໃຫ້ກຽດການຕ້ອນຮັບ ຢ່າງອົບອຸ່ນ ພ້ອມທັງລາຍງານສະ ພາບໂດຍຫຍໍ້ກ່ຽວກັບສິດໜ້າທີ່, ພາລະບົດບາດຂອງລະບົບໂຮງ ຮຽນ ເຊິ່ງປັດຈຸບັນແມ່ນການກໍ່ ສ້າງພະນັກງານນາຍທະຫານສືບ ທອດແຕ່ລະຂັ້ນແຕ່ລະລະດັບ ຂອງກອງທັບປະຊາຊົນຫວຽດ ນາມ ທີ່ມີແບບແຜນການສິດສອນ ທີ່ທັນສະໄໝ , ມີທັງລະບົບບຳລຸງ ໄລຍະສັ້ນ ແລະ ກໍ່ສ້າງໄລຍະຍາວ. ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າການເມືອງ ກອງບັນຊາການທະຫານນະ ຄອນຫຼວງວຽງຈັນ ໄດ້ກ່າວສະ ແດງຄວາມຕ້ອນຮັບ ແລະ ຕີລາ ຄາສູງຕໍ່ກັບການມາຢ້ຽມຢາມ ຂອງຄະນະຜູ້ແທນຈາກໂຮງຮຽນ ນາຍທະຫານບົກເລກ 1 ກອງທັບ ປະຊາຊົນຫວຽດນາມ ໃນຄັ້ງນີ້ ແມ່ນເປັນການປະກອບສ່ວນອັນ ສຳຄັນເຂົ້າໃນການເສີມຂະຫຍາຍ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງຊາດລາວ-ຫວຽດນາມທີ່ ມີມາແຕ່ດົນນານ ເວົ້າລວມ-ເວົ້າ ສະເພາະ ກໍຄືກອງບັນຊາການ ທະຫານນະຄອນຫຼວງວຽງຈັນ ກັບໂຮງຮຽນນາຍທະຫານບົກ ເລກ 1 ກອງທັບປະຊາຊົນຫວຽດ ນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ໂອກາດດັ່ງກ່າວທັງສອງຝ່າຍ ກໍຍັງໄດ້ມີການມອບຂອງຂວັນ ໃຫ້ກັນ ແລະ ກັນ ເພື່ອໄວ້ເປັນທີ່ ລະນຶກນຳຕື່ມອີກ. ໂດຍ: ສຸລິຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ