ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

70 ປີ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ ກອງ​ບັນຊາ​ການ ​ທະຫານ​ແຂວງ​ອຸດົມ​ໄຊ ສ້າງ​ໄດ້ຜົນ​ງານ​ຫຼາຍ​ດ້ານ​ທີ່ໜ້າ​ພາກພູມ​ໃຈ
ເວລາອອກຂ່າວ: 2025-03-21 09:10:42 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1195 | ຄວາມນິຍົມ:



ສະຫາຍ ພັນ​ເອກ ຕຸ້ຍ ພົມມີໄຊ ເລຂາ​ຄະນະ​ພັກ, ຫົວ ໜ້າ​ການເມືອງກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ ໄດ້​ໃຫ້​ ສຳພາດ ເນື່ອງ​ໃນ​ໂອກາດ​ສະ ເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ພັກ​ປະ ຊາຊົນ ປະຕິວັດ​ລາວ ຄົບຮອບ 70 ປີ ວ່າ: ຕະຫຼອດ​ໄລຍະຜ່ານ​ ມາ ພັກ​ປະຊາຊົນ​ປະຕິວັດລາວ ນຳພາ​ກອງທັບ​ເດັດຂາດ, ໂດຍ​ ກົງ ແລະ ຮອບດ້ານ ໃນພາລະ ກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ ກໍ​ຄື ການ ​ປະຕິບັດ​ສອງ​ໜ້າທີ່​ຍຸດ​ທະ​ສາດ ໃນ​ການ​ປົກ​ປັກ​ຮັກສາ ແລະ ສ້າງ ສາ​ພັດທະນາ​ປະເທດຊາດ ສາ ມາດ​ຮັກສາ​ໄດ້​ອຳນາດ​ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ ໄວ້​ໄດ້​ຢ່າງ​ໝັ້ນຄົງ ພ້ອມ​ທັງ, ນຳພາ​ການ​ພັດທະນາ​ເສດຖະກິດ-ສັງຄົມ ມີ​ຄວາມ​ຈະ ເລີນ​ຮຸ່ງເຮືອງ​ຄື​ດັ່ງ​ປັດຈຸບັນ, ຊີ ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ກຳລັງ​ປະກອບ​ອາວຸດ ກໍ​ຄື ນາຍ ແລະ ພົນທະຫານ ນັບ​ມື້​ດີ​ຂຶ້ນ, ກົມ​ກອງ​ທະຫານ​ໄດ້​ຮັບ​ການ​ພັດ ທະນາເປັນ​ລະບົບ ແລະ ມີ​ຄວາມ​ສະອາດ​ສວຍ​ງາມ ໂດຍ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ປະຊາຊົນ​ປະ ຕິວັດ​ລາວ ກໍ​ຄື ຄະນະ​ບໍລິຫານ​ງານ​ພັກ​ແຂວງ, ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ນຳພາ-ຊີ້​ນຳຢ່າງ​ ໃກ້ຊິດຕິດແທດ ຄະນະ​ພັກ​ກອງ​ ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ ໄຊ ພ້ອມ​ກັນ​ປັບປຸງ​ກໍ່ສ້າງ​ພັກ ທາງ​ດ້ານ​ການເມືອງ-ແນວຄິດ, ການຈັດຕັ້ງ, ແບບແຜນ​ວິທີນຳ ພາ ບົນ​ພື້ນຖານຫຼັກການ​ລວມ​ ສູນປະຊາທິປະໄຕ ນຳພາ​ເປັນໝູ່​ ຄະນະແບ່ງ​ໃຫ້​ບຸກຄົນ​ຮັບຜິດ ຊອບ, ດຳເນີນ​ຊີວິດ​ການເມືອງ, ຕຳນິຕິ​ຊົມ​ຕົນ​ເອງ ​ຕິ​ຊົມ​ເຊິ່ງ​ກັນ ແລະ ກັນ, ສົ່ງເສີມ​ດ້ານດີ​ ຜົນງານ, ປັບປຸງ​ແກ້​ໄຂ​ຈຸດ​ອ່ອນ​ ຂໍ້ຄົງຄ້າງ ເພື່ອ​ແນໃສ່​ສ້າງ​ພະ ນັກງານ-ສະມາຊິກ​ພັກໃຫ້ມີ​ ຄວາມ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ, ຮັກສາ​ໄດ້​ທາດແທ້ມູນ ເຊື້ອ, ຄວາມ​ຈົງ​ຮັກ​ພັກດີ, ຄວາມ ​ເສຍສະຫຼະ​ເພື່ອ​ພາລະກິດປະຕິ ວັດ, ເປັນ​ກຳລັງ​ຫຼັກ​ແຫຼ່ງ​ທີ່​ເຊື່ອ​ໝັ້ນ ແລະ ໄວ້​ວາງໃຈ​ຈາກ​ພັກ-ລັດ, ອົງການ​ປົກຄອງ​ແຂວງ ແລະ ພໍ່​ແມ່​ປະຊາຊົນບັນດາເຜົ່າ ເປັນ​ຢ່າງ​ດີ. ຕະຫຼອດ​ໄລຍະ 70 ປີ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ເວົ້າ​ລວມ, ເວົ້າສະ ເພາະ​ແມ່ນ​ໄລຍະ 5 ປີຜ່ານມາ, ຄະນະ​ພັກ​ກອງ​ບັນຊາ​ການທະ ຫານແຂວງອຸດົມ​ໄຊ ໄດ້​ພ້ອມ​ກັນ ​ສຸມ​ໃສ່​ຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງທີ XI ຂອງ​ພັກ ຕິດ​ພັນ​ກັບ​ການຈັດຕັ້ງ​ປະຕິບັດ 2 ວາລະ​ແຫ່ງ​ຊາດ, ມະຕິ​ກອງ​ປະ ຊຸມ​ໃຫຍ່​ ຄັ້ງ​ທີ IX ຂອງ​ຄະນະ​ພັກ​ແຂວງ, ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ V ຂອງ​ອົງຄະ​ນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ມະຕິ​ກອງ​ປະຊຸມ​ໃຫຍ​ ຄັ້ງ​ທີ IV ຂອງ​ອົງຄະ​ນະ​ພັກ​ກອງ​ບັນຊາ​ການ​ທະຫານ​ແຂວງ ເຂົ້າ​ສູ່​ຊີວິດ​ຕົວ​ຈິງ ມີ​ຜົນສຳເລັດ​ຫຼາຍ​ດ້ານ​ທີ່​ໜ້າ​ພາກພູມ​ໃຈ ອັນ​ພົ້ນ​ເດັ່ນແມ່ນ​ການຈັດຕັ້ງ​ປະຕິບັດ 4 ໜ້າທີ່​ໃຫຍ່ 26 ແຜນ​ງານທີ່​ກະຊວງ​ປ້ອງ​ກັນ ເທດ​ວາງ​ອອກ ໂດຍ​ການ​ສຸມໃສ່​ ຊີ້​ນຳ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ ການເມືອງ ຕິດ​ພັນ​ກັບ​ການ​ສ້າງ​ບ້ານ, ກຸ່ມ​ບ້ານ​ພັດທະນາ​ຕາມ 4 ເນື້ອ​ໃນ 4 ຄາດໝາຍ, ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ​ທົ່ວ​ແຂວງ​ໄດ້ 44 ບ້ານ, ສະເພາະ​ປີ 2024 ສ້າງ​ໄດ້ 11 ບ້ານ, ສ້າງ​ບ້ານ​ປ້ອມ​ໝັ້ນ-ກຸ່ມ​ບ້ານ​ສູ້​ຮົບ​ຕິດ​ລຽນ​ໄດ້ 15 ກຸ່ມ​ບ້ານ, ນຳ​ໃຊ້​ກຳລັງ​ພົນ ແລະ ພາ ຫະນະ​ຊ່ວຍເຫຼືອ​ປະຊາຊົນ​ທີ່​ຖືກ​ຜົນ​ກະທົບ​ຈາກ​ໄພ​ນໍ້າຖ້ວມ; ໄຟ​ໄໝ້​ລາມ​ປ່າ ແລະ ໄຟ​ໄໝ້​ເຮືອນ ທັງ​ໝົດ 40 ຄັ້ງ, ນຳ​ໃຊ້​ກຳລັງ 1.999 ສະຫາຍ; ຊ່ວຍເຫຼືອຜູ້​ ປະສົບ​ໄພ​ນໍ້າ​ຖ້ວມ​ຢູ່​ແຂວງ​ຫຼວງ ​ນໍ້າ​ທາ​ຈຳນວນ​ໜຶ່ງ, ຈັດ​ຕັ້ງກຳ ລັງ​ປ້ອງ​ກັນເສັ້ນທາງລົດໄຟ​ ລາວ-ຈີນ ຊ່ວງ​ຜ່ານ​ແຂວງ​ອຸດົມ​ໄຊ ແຕ່​ລາດ​ຫານ​ເມືອງ​ງາ ຫາ​ເມືອງ​ນາ​ໝໍ້ ທັງ​ໝົດ​ຈຳນວນ 33 ຈຸດ, ນຳ​ໃຊ້​ກຳລັງ​ປ້ອງ​ກັນ 176 ສະຫາຍ, ເຄື່ອນ​ໄຫວ​ປ້ອງ​ກັນ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ສຳຄັນ ເຊັ່ນ: ຂົວ, ເສັ້ນທາງ​ຍຸດ​ທະ​ສາດ, ສາງ​ຄັ້ງ, ສະໜາມ​ບິນ, ອ່າງ​ນໍ້າ​ປະປາ, ເຂື່ອນ​ໄຟຟ້າ, ການ​ຂຸດ​ຄົ້ນ​ແຮ່​ທາດ, ປ້ອງ​ກັນ​ກອງ​ປະຊຸມ, ສຳນັກງານ​ອົງການ, ການ​ນຳ​ພັກ-ລັດ, ແຂກ​ພາຍ​ໃນ ແລະ ຕ່າງປະເທດ ແລະ ກິດຈະການ​ຕ່າງໆ ມີ​ຄວາມ​ສະຫງົບ​ປອດ​ໄພ​ດີ. ໃນ​ຊຸມ​ປີຜ່ານມາ ສາມາດ​ຕີ​ລາຄາ​ປະ​ເມີນ​ຜົນ​ໜ່ວຍ​ພັກ​ປອດ​ໃສເຂັ້ມແຂງ ໜັກ​ແໜ້ນ ຈຳນວນ 24 ໜ່ວຍ​ພັກ ສາມາດ​ຮັບຮອງ​ເປັນ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ 22 ໜ່ວຍ​ພັກ ກວມ 91,66%; ໜ່ວຍ​ພັກ​ກາງ 2 ໜ່ວຍ​ກວມ​ເອົາ 8,33%, ຕີ​ລາຄາ​ແບ່ງ​ປະເພດ​ຄຸນ​ນະ​ພາບ​ສະມາຊິກ​ພັກ​ແຂງ​ມີ 944 ສະຫາຍ ກວມ​ເອົາ 94.87%; ກາງ 46 ສະຫາຍ ກວມ​ເອົາ 4,62%, ໄດ້​ນຳພາ-ຊີ້​ນຳ​ກະກຽມ​ດຳເນີນ​ກອງ​ປະຊຸມ​ໃຫຍ່​ຂັ້ນ​ຮາກ​ຖານ​ພັກ ຢູ່​ຂັ້ນ​ອົງການ, ກົມ​ກອງ​ຮາກ​ຖານ ແລະ ກອງ​ບັນຊາ​ການ​ທະຫານ​ເມືອງ 7 ເມືອງ​ສຳເລັດ 100%, ສຸມ​ໃສ່​ກໍ່ສ້າງ ແລະ ບຳລຸງ​ພະ ນັກງານ​ນຳພາ-ບັນຊາ ແຕ່​ລະ​ຂັ້ນ​ສອດຄ່ອງ​ກັບ​ແຜນ​ກຳນົດ, ກໍ່ສ້າງ​ກັບ​ທີ່ ແລະ ສົ່ງ​ໄປ​ກໍ່ສ້າງ​ຢູ່​ຮາກ​ຖານ​ກົມ​ກອງ ສາມາດ​ສ້າງ​ພະນັກງານ​ສືບ​ທອດ 3 ຮຸ່ນ ທີ່​ມີ​ມາດຖານ​ເງື່ອນໄຂ​ຄົບ​ຖ້ວນ ຢ່າງ​ຕໍ່​ເນື່ອງ. ນອກ​ນັ້ນ, ຍັງ​ໄດ້​ບັນຈຸ​ສັບ​ຊ້ອນ, ແຕ່ງຕັ້ງ​ສັບ​ປ່ຽນ​ໜ້າທີ່​ບ່ອນ​ປະຈຳການ, ປະຕິບັດ​ນະໂຍບາຍ​ເລື່ອນ​ຊັ້ນ, ເລື່ອນ​ໜ້າ ທີ່, ບຳນານ, ປິ່ນປົວ​ສຸຂະພາບ ຕາມ​ເງື່ອນໄຂ​ຢ່າງ​ເໝາະ​ສົມ. ມາ​ຮອດ​ປັດຈຸບັນ ພະນັກງານ​ນາຍ​ທະຫານ ມີ​ລັກສະນະ​ເພີ່ມ​ຂຶ້ນ​ທາງ​ດ້ານ​ຈຳນວນ ແລະ ຄຸນ​ນະ​ພາບ. ສັງ​ລວມ​ແລ້ວຕະຫຼອດ​ໄລຍະ​ຜ່ານ​ມາ ເຖິງ​ແມ່ນ​ວ່າ​ແຂວງ​ອຸດົມ​ໄຊ​ພວກ​ເຮົາ​ໄດ້​ປະສົບ​ບັນຫາ​ຫຍຸ້ງຍາກ​ຫຼາຍ​ປະການ, ແຕ່ພວກ​ ເຮົາຍັງ​ສາມາດ​ຮັບປະກັນ​ເຮັດ​ ໃຫ້​ແຂວງ​ອຸດົມ​ໄຊ​ມີ​ສະຖຽນລະ​ ພາບ​ທາງ​ດ້ານ​ການເມືອງ​ຢ່າງ​ໜັກແໜ້ນ, ສັງຄົມ​ມີ​ຄວາມ​ສະ ຫງົບ​ປອດ​ໄພ​ໂດຍ​ພື້ນຖານ, ຮັບ ປະກັນ​ໃຫ້​ແກ່​ການ​ສ້າງສາ​ພັດ ທະນາ​ເສດຖະກິດ-ສັງຄົມ ໄດ້​ດຳ ເນີນ​ຢ່າງ​ຕໍ່​ເນື່ອງ, ສາມາດ​ຮັກສາ ແລະ ເສີມ​ຂະຫຍາຍ​ໄດ້​ທາດ​ແທ້​ມູນເຊື້ອ​ຄວາມ​ຈົ່ງ​ຮັກ​ພັກດີ, ມີ​ຄວາມ​ບໍລິສຸດ​ສັດຊື່​ຕໍ່​ຊາດ, ຕໍ່​ພັກ, ຕໍ່​ປະຊາຊົນ, ມີ​ຄວາມ​ສາມັກຄີ​ພາຍ​ໃນ​ຢ່າງ​ໜັກ​ແໜ້ນ, ເປັນ​ກຳ ລັງ​ຫຼັກ​ແຫຼ່ງ​ໃນ​ການຈັດຕັ້ງ​ປະ ຕິບັດ​ແນວທາງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ. ໃນຕໍ່ໜ້າ​ນີ້, ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ ຈະ​ຕ້ອງ​ສຸມ​ໃສ່​ເຮັດ​ໃຫ້​ສະພາບ​ພາຍ​ໃນ​ທົ່ວ​ແຂວງ ມີ​ຄວາມ​ສະຫງົບ​ຢ່າງ​ໜັກ​ແໜ້ນ ດ້ວຍ​ມາດ​ຕະການ​ຍຸດ​ທະ​ສາດ​ຫັນ​ເອົາ​ກຳລັງ​ລົງ​ກໍ່ສ້າງ​ຮາກ​ຖານ, ສ້າງ​ທ່າ​ສະໜາມ ​ປກຊ-​ປກສ 3 ຂັ້ນ ຕິດ​ພັນ​ກັບ ວຽກ​ງານ 3 ສ້າງ, ແກ້​ໄຂ​ໜໍ່​ແໜງ​ຄວາມ​ບໍ່​ສະຫງົບ​ໃຫ້​ທັນ​ເວລາ, ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ​ຕໍ່​ກຳລັງ​ປະກອບ​ອາວຸດ, ສ້າງ​ກົມ​ກອງ​ໃຫ້​ມີ​ຄຸນ​ທາດ​ປະຕິວັດ, ມີ​ສະຕິ​ຕໍ່​ການຈັດຕັ້ງ, ມີ​ລະບຽບ​ວິໄນ, ສ້າງ​ພະນັກງານ​ສືບ​ທອດ​ປ່ຽນ​ແທນ, ອົບຮົມ-ຫັດ​ແອບ ເພື່ອ​ຍົກ​ລະດັບ​ສິລະ​ປະຍຸດ-ຍຸດທະວິທີ ໃຫ້​ມີ​ຄວາມ​ຊຳນິ​ຊຳນານ ຕິດພັນ ​ກັບ​ການ​ສ້າງ​ໜ່ວຍ​ພັກ ປອດໃສ ເຂັ້ມແຂງ ໜັກ​ ແໜ້ນ, ກົມ​ກອງ 3 ປອດ, ກົມ​ກອງ ແລະ ນັກຮົບ​ວັດທະນະທຳ, ແນໃສ່​ຕ້ານ ແລະ ສະກັດ​ກັ້ນ ບັນດາ​ປະກົດ​ການ​ຫຍໍ້ທໍ້​ຢູ່​ພາຍ​ໃນໃຫ້​ໄດ້​ຢ່າງ​ເດັດຂາດ, ເຊີດຊູ​ ນໍ້າໃຈ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ, ປະ​ຍັດ​ມັດທະຍັດ, ສຸມໃສ່​ສ້າງ​ພະລາທິການກັບທີ່ດ້ວຍການ​ຂຸດ​ຄົ້ນ​ທ່າແຮງ​ບົ່ມຊ້ອນ​ຂອງ​ກົມ​ກອງ, ປັບປຸງ​ຄ້າຍ​ຄູ​ໃຫ້ສະອາດ​ງາມ​ຕາ, ຍູ້ແຮງການ​ປູກ-ການ​ລ້ຽງ ເພື່ອຍົກລະດັບ​ຊີວິດການ​ເປັນ​ຢູ່​ຂອງ​ກົມ​ກອງ ແລະ ຄອບ ຄົວ​ພະນັກງານ-ນັກຮົບໃຫ້​ດີ​ຂຶ້ນ, ສ້າງ​ພື້ນຖານ, ພາຫະນະ​ວັດຖຸ​ເຕັກນິກ​ໃຫ້​ມີ​ຄວາມ​ຮັບປະກັນ​ຮອບດ້ານ, ປັບປຸງ​ລະບົບ​ສາງ​ຄັງ, ສ້ອມແປງ​ພາຫະນະ​ອັນ​ຈຳ ເປັນ​ຕາມ​ຄວາມ​ສາມາດ​ດ້ານ​ງົບປະມານ, ປະຕິບັດ​ແນວທາງ​ການ​ຕ່າງປະເທດ​ຂອງ​ພັກໃຫ້​ຖືກຕ້ອງ, ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ກັບ​ກອງທັບ​ປະເທດ​ເພື່ອນ​ມິດ​ຍຸດ​ທະ​ສາດ, ປະກອບສ່ວນ​ສ້າງ​ສັນຕິພາບ, ສະຖຽນ​ລະ​ພາບ ແລະ ການ​ຮ່ວມ​ມື​ກັບ​ສາກົນ. ສະຫາຍ ພັນ​ເອກ ຕຸ້ຍ ພົມມີໄຊ ຍັງ​ໄດ້​ຕາງໜ້າ​ໃຫ້​ຄະນະ​ພັກ-ຄະ ນະ​ບັນຊາ ກອງ​ບັນຊາ​ການ​ທະ ຫານ​ແຂວງ​ອຸດົມ​ໄຊ ອວຍພອນ​ໄຊ​ອັນ​ປະເສີດ​ມາ​ຍັງ​ການ​ນຳ​ພັກ-ລັດ, ການ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ ກໍ​ຄື ທົ່ວ​ກຳລັງ​ປະ ກອບ​ອາວຸດ ຕະຫຼອດ​ຮອດ​ປະຊາ ຊົນ​ບັນດາເຜົ່າ​ໃນ​ທົ່ວ​ປະເທດ ຈົ່ງ​ມີ​ສຸຂະພາບ​ເຂັ້ມແຂງ, ມີ​ຄວາມ​ຜາ​ສຸກ​ໃນ​ຊີວິດ​ສ່ວນ​ຕົວ ແລະ ຄອບຄົວ, ມີ​ຜົນສຳເລັດ​ໃນ​ໜ້າທີ່​ວຽກ​ງານ​ທຸກ​ປະການ. ໂດຍ: ເພັດ ສົມ​ນໍ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ