
ປະກາດການແຕ່ງຕັ້ງ ຂັ້ນພະແນກການ ຂຶ້ນກັບກອງວາລະສານປ້ອງກັນຊາດ
ເວລາອອກຂ່າວ: 2025-03-21 09:08:15 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1266 | ຄວາມນິຍົມ:
ພິທີປະກາດການແຕ່ງຕັ້ງ ຂັ້ນພະແນກການ ຂຶ້ນກັບກອງວາລະສານປ້ອງກັນຊາດ ກົມໃຫຍ່ການເມືອງກອງທັບ ໄດ້ຈັດຂຶ້ນໃນວັນທີ 19 ມີນາ 2025 ນີ້, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະ
ນະບັນຊາ, ບັນດາຫົວໜ້າ-ຮອງຫົວໜ້າພະແນກການ, ພະນັກ ງານໃນກົມກອງ, ພ້ອມດ້ວຍນາຍທະຫານທີ່ຮັບໜ້າທີ່ໃໝ່ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄອນສະຫວັນ ແກ້ວທອນຈັນ ຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ຕັ້ງຂັ້ນຫົວໜ້າ-ຮອງຫົວໜ້າພະແນກ ກອງວາລະສານປ້ອງກັນຊາດ ໂດຍປະຕິບັດ ກົດໝາຍນາຍທະຫານກອງທັບປະຊາຊົນລາວ ວ່າດ້ວຍການແຕ່ງຕັ້ງໜ້າທີ່ໃຫ້ນາຍທະຫານ ເພື່ອປັບປຸງບູລະນະກົງຈັກການຈັດຕັ້ງຂັ້ນນຳພາ-ບັນຊາໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງໜັກແໜ້ນຮອບ ດ້ານ ເພື່ອເຮັດສຳເລັດໜ້າທີ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ດັ່ງນັ້ນ, ກົມໃຫຍ່ການເມືອງກອງທັບ ຕົກ ລົງ ແຕ່ງຕັ້ງ ສະຫາຍ ພັນໂທ ນາງ ລຳພັນ ບໍໃບຄຳ ເປັນຫົວໜ້າພະແນກພະລາທິການ-ເຕັກນິກ, ພັນໂທ ເພັດສາຄອນ ສີລິຂຸນທອງ ເປັນຫົວໜ້າພະແນກຖານຂໍ້ມູນ, ພັນຕີ ພອນ ພົມມີໄຊ ເປັນຫົວໜ້າພະແນກວຽກງານພັກ-ວຽກງານການເມືອງ, ພັນຕີ ນາງ ພູວັນ ຈັນປະສິດ ເປັນຮອງຫົວໜ້າພະ ແນກແຜນການ-ສັງລວມ, ພັນຕີ ນາງ ໄມອ່ອນ ພິມພິສານ ເປັນ
ຮອງຫົວໜ້າພະແນກວາລະສານເອເລັກໂຕຣນິກ, ຮ້ອຍເອກ ອານຸລັກ ແພງຫຼ້າ ເປັນຮອງຫົວໜ້າພະແນກພະລາທິການເຕັກນິກ.
ໂອກາດນີ້, ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ໄດ້ມີຄຳເຫັນໂອ້ລົມຫຼາຍບັນຫາສຳຄັນ ເຊີ່ງໃນນີ້ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ດ້ານຄຸນທາດການເມືອງ, ຍົກສູງຄວາມຮັບຜິດຊອບໃຫ້ສູງຂຶ້ນ, ເອົາໃຈໃສ່ເຮັດວຽກງານກໍ່ສ້າງພັກ-ພະນັກງານໃຫ້ຖືກຕາມທິດນຳ ແລະ ຫຼັກການຂອງພັກ, ມີຄວາມສາມັກຄີເປັນປຶກແຜ່ນ ແລະ ພ້ອມກັນເຮັດສຳເລັດໜ້າທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ໂດຍ: ສຸກສົງການ ຫຼ້າບຸນມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ