
ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ປິດຂະບວນການແຂ່ງຂັນກິລາມວນຊົນ
ເວລາອອກຂ່າວ: 2025-03-21 09:05:26 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1235 | ຄວາມນິຍົມ:
ວັນທີ 17 ມີນາ 2025 ນີ້, ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ປິດຂະບວນການແຂ່ງຂັນກິລາມວນຊົນ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະພັກ-ຄະນະບັນຊາ 4 ຫ້ອງ, 2 ກອງພັນ ແລະ ນັກກິລາທົ່ວໂຮງຮຽນເຂົ້າຮ່ວມ.
ສະຫາຍ ພັນໂທ ອຸໄລກອນ ກົມມະເມືອງ ຮອງຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ໃຫ້ຮູ້ວ່າ: ການແຂ່ງຂັນກິລາມວນຊົນໃນຄັ້ງນີ້, ເພື່ອເປັນການສ້າງຂະບວນການຕ້ອນຮັບວັນສຳຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ເວົ້າລວມ, ເວົ້າສະເພາະແມ່ນຕ້ອນຮັບວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ, ການແຂ່ງຂັນກິລາໃນຄັ້ງນີ້ແມ່ນເລີ່ມແຕ່ ວັນທີ 26 ກຸມພາ 2025 ຫາວັນທີ 17 ມີນາ 2025 ເຊິ່ງປະກອບມີ 4 ລາຍການ
ແຂ່ງຂັນຄື: ກິລາບານສົ່ງຊາຍ, ກິລາເປຕັ້ງ, ກິລາດຶງເຊືອກ ແລະ ກິລາກະຕໍ້ຫວາຍ, ຜົນການແຂ່ງຂັນກິລາປະເພດຕ່າງໆ ລາງວັນທີ 1 ໄດ້ຮັບເງິນສົດ ພ້ອມຂັນລາງວັນ 1 ໜ່ວຍ ມີຄື: ກິລາບານສົ່ງຊາຍ ໄດ້ແກ່ທີມນັກກິລາ ຫ້ອງສຶກສາ, ກິລາດຶງເຊືອກ ໄດ້ແກ່ທີມນັກກິລາ ຫ້ອງສຶກສາ, ກິລາເປຕັ້ງ ໄດ້ແກ່ທີມນັກກິລາ ຫ້ອງການເມືອງ ແລະ ກິລາກະຕໍ້ຫວາຍໄດ້ແກ່ທີມນັກກິລາ ຫ້ອງສຶກສາ;
ລາງວັນທີ 2 ມີຄື: ກິລາບານສົ່ງ ໄດ້ແກ່ນັກກິລາທີມ ຫ້ອງພະລາທິການ-ເຕັກນິກ, ກິລາດຶງເຊືອກ ໄດ້ແກ່ທີມນັກກິລາ ຫ້ອງພະລາທິການ-ເຕັກນິກ, ກິລາເປຕັງ ໄດ້ແກ່ທີມນັກກິລາ ຫ້ອງພະລາທິການ-ເຕັກນິກ ແລະ ກິລາກະຕໍ້ຫວາຍ ໄດ້ແກ່ທີມນັກກິລາ ຫ້ອງພະລາທິການ-ເຕັກນິກ; ລາງວັນທີ 3 ມີຄື: ກິລາບານສົ່ງຊາຍ ໄດ້ແກ່ທີມນັກກິລາ ຫ້ອງການ-ບໍລິຫານ, ກິລາດຶງເຊືອກ ໄດ້ແກ່ທີມນັກກິລາ ຫ້ອງການເມືອງ, ກິລາເປຕັ້ງ ໄດ້ແກ່ທີມນັກກິລາ ກອງພັນທີ 2 ແລະ ກິລາກະຕໍ້ຫວາຍ ໄດ້ແກ່ທີມນັກກິລາ ກອງພັນທີ 2, ຈາກນັ້ນຄະພັກ-ຄະນະບັນຊາກໍໄດ້ຜັດປ່ຽນກັນຂຶ້ນມອບລາງວັນໃຫ້ນັກກິລາແຕ່ລະປະເພດ.
ໂດຍ ໂອລິນ ມີ່ງມີໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ