
ຫົວໜ້າການເມືອງ ກອງພົນທີ 3 ພົບປະໂອ້ລົມ ພະນັກງານພັກການຮັບບຳນານ
ເວລາອອກຂ່າວ: 2025-03-21 09:03:09 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1294 | ຄວາມນິຍົມ:
ໃນວັນທີ 13 ມີນາ 2025, ສະຫາຍ ພັນເອກ ສໍຍັນ ລໍອິນສອນ
ຫົວໜ້າການເມືອງກອງພົນທີ 3 ໄດ້ພົບປະໂອ້ລົມພະນັກງານພັກການກະກຽມລໍຖ້າຮັບບຳນານ, ພະນັກງານພັກການຮັບບຳນານ ແລະ ພະນັກງານພັກການປິ່ນປົວສຸຂະພາບ, ຢູ່ທີ່ຫ້ອງປະຊຸມກອງພົນທີ 3, ໂດຍມີ ຄະນະພັກ-ຄະນະ
ບັນຊາ 5 ຫ້ອງ ແລະ ພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ວົງປະເສີດ ນັດອຸດົມ ຫົວໜ້າພະແນກພະນັກງານ ກອງພົນທີ 3 ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ, ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການການປະຕິບັດນະໂຍບາຍຕໍ່ນາຍທະຫານຢູ່ໃນຖັນແຖວກອງທັບທີ່ມີເງື່ອນໄຂ ພັກການຮັບບຳນານ ໃນນີ້, ກະ ຊວງປ້ອງກັນປະເທດຕົກລົງໃຫ້ພະນັກງານ ຢູ່ ກອງພົນທີ 3 ພັກການລໍຖ້າຮັບບຳນານ 3 ສະຫາຍ, ພັກການຮັບບຳນານ 14 ສະຫາຍ, ຍິງ 3 ສະຫາຍ ແລະຕົກລົງອະນຸ ມັດໃຫ້ນາຍທະຫານພັກການປິ່ນປົວສຸຂະພາບ 2 ສະຫາຍ.
ສະຫາຍ ພັນເອກ ສໍຍັນ ລໍອິນສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີບັນດາພະນັກງານບຳນານ ທີ່ໄດ້ອຸທິດຊີວິດ ເລືອດເນື້ອເຫື່ອແຮງ ທັງກາຍ ແລະ ໃຈ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດໄລຍະຜ່ານມາ ເຊິ່ງໄດ້ຮັບໜ້າທີ່ອັນມີກຽດ ແລະ ມີຜົນສຳເລັດແຕ່ຕົ້ນຕະຫຼອດປາຍ, ພ້ອມທັງ ຮຽກຮ້ອງໃຫ້ ຜູ້ທີ່ໄດ້ຮັບການອະນຸມັດໃຫ້ ພັກການຮັບບຳນານໃນຄັ້ງນີ້ສືບຕໍ່ຍຶດໝັ້ນຕໍ່ແນວທາງຂອງພັກ, ກົດໝາຍຂອງລັດ, ຮີດຄອງປະເພນີຂອງບ້ານເມືອງ, ເປັນແບບຢ່າງໃຫ້ແກ່ປະຊາຊົນໃນການດຳລົງຊີວິດແກ້ໄຂຊີວິດການເປັນຢູ່ຂອງຄອບຄົວດ້ວຍຄວາມບໍລິສຸດ, ຖືກຕ້ອງຕາມແນວທາງຂອງພັກ-ລັດຂັ້ນເທິງ.
ໂດຍ: ທອງເລື່ອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ