ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ກອງຮ້ອຍ​ປ້ອງ​ກັນ​ທີ່​ຕັ້ງ 901 ເປີດ​ຊຸດ​ອົບຮົມ-ຫັດ​ແອບ ປະຈຳ​ປີ 2025
ເວລາອອກຂ່າວ: 2025-03-21 09:01:48 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1197 | ຄວາມນິຍົມ:



ວັນ​ທີ 13 ມີນາ 2025, ກອງຮ້ອຍ​ປ້ອງ​ກັນ​ທີ່​ຕັ້ງ 901 ທີ່​ຂຶ້ນ​ກັບ ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ ໄດ້​ເປີດ​ຊຸດ​ອົບ ຮົມ-ຫັດ​ແອບ ການເມືອງ, ການ​ທະຫານ ແລະ ພະລາທິການ-ເຕັກນິກ ປະຈຳ​ປີ 2025, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ວິໄລ ສັນທະ​ວີ ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະ​ຫານ​​ເເຂວງ​ຈຳປາ​ສັກ, ມີ ຄະນະ​ພັກ-ຄະນະ​ບັນຊາ ພະແນກ ການ​ທີ່​ກ່ຽວຂ້ອງ ພ້ອມ​ດ້ວຍ ພະ ນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ເອັງ​ມະນີ ວົງ​ພູທອນ ຫົວໜ້າ​ການ​ທະຫານ​ກອງຮ້ອຍ​ປ້ອງ​ກັນ​ທີ່​ຕັ້ງ 901 ໄດ້​ຜ່ານ​ແຜນການ​ອົບຮົມ-ຫັດ​ແອບປະຈຳ​ປີ 2025, ເຊີ່ງ​ເນື້ອ​ໃນ​ການອົບຮົມ-ຫັດ​ແອບ ມີ ພາກ​ການເມືອງ, ການ​ທະຫານ, ພະລາທິ ການ ແລະ ເຕັກນິກ .ກຳນົດ​ເວລາ 180 ວັນ; ເພື່ອ​ຍົກ​ສູງ​ລະດັບ​ຄວາມ​ຮູ້ ຄວາມ​ສາມາດ​ທາງ​ດ້ານສິລະ​ປະຍຸດ-ຍຸດທະວິທີ ໃຫ້ ນາຍ ແລະ ພົນທະຫານ, ທັງ​ເປັນ​ການ​ຊຸກຍູ້ ໃຫ້ ນາຍ ແລະ ພົນທະຫານ ປະຕິບັດ​ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ກອງທັບ ຢ່າງ​ເຂັ້ມ​ງວດ, ປັບປຸງ​ກົມ​ກອງ​ໃຫ້​ມີ​ລະບຽບ​ວິ​ໃນ​ເຂັ້ມແຂງ ແນ່​ໃສ່​ການຈັດຕັ້ງ​ປະຕິບັດ ວຽກ​ງານ​ກຽມພ້ອມ​ສູ້​ຮົບ, ພ້ອມ​ທັງ​ເປັນ​ການ​ສ້າງ​ຄວາມ​ສາມັກຄີ​ກັນ​ລະຫວ່າງ ນາຍ ແລະ ພົນທະຫານ ນອກ​ນີ້​ຍັງ​ເປັນ​ການ​ຝຶກ​ຝົນ​ຫຼໍ່​ຫຼອມ​ກຳລັງ​ແຮງ​ກາຍ​ໃຫ້​ມີ​ສຸຂະພາບ​ແຂງແຮງ ເພື່ອ​ກຽມພ້ອມ​ເຮັດ​ສຳ ເລັດ​ໜ້າທີ່ ທີ່​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້. ສະຫາຍ ພັນ​ໂທ ວິໄລ ສັນທະ​ວີ ໄດ້​ເນັ້ນ​ໜັກ​ໃຫ້ ຄະນະ​ພັກ-ຄະນະ​ບັນຊາ, ຄະນະ​ຮັບຜິດຊອບ ແລະ ພະນັກງານ-ນັກຮົບ ຕ້ອງ​ເຊື່ອມ​ຊຶມ​ກຳ​​ເເໜ້ນ​ເນື້ອ​ໃນ​ຂອງ​ການ​ອົບຮົມ-ຫັດ​ແອບ, ເກັບ​ກຳ​ເອົາ​ບົດຮຽນ ໃນ​ແຕ່​ລະວິ​ຊາ​ໃຫ້​ມີ​ຄຸນ​ນະ​ພາບ​ສູງ ເພື່ອ​ຮັບປະກັນ​ໃຫ້​ແກ່​ວຽກ​ງານ​ກຽມພ້ອມ​ສູ້​ຮົບ, ກຳ​ແໜ້ນ​ທິດ​ສະ​ດີ, ຫຼັກການ ແລະ ຮູ້​ໝູນ​ໃຊ້​ເຂົ້າ​ໃນ​ພຶດຕິ​ກຳ​ຕົວ​ຈິງ ໃຫ້​ໄດ້​ຮັບ​ຜົນ​ດີ. ໂດຍ: ນາງ ສີ​ລິ​ຄານ ສີດາ​ວົງ ພາບ: ນາງ ສົມ​ພອນ ​ເເກ້ວ​ມະນີ​ໃສ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ