
ໂຮງຮຽນການທະຫານທ້ອງຖິ່ນແຂວງໄຊຍະບູລີ ຫັດແອບປະສານສຽງແຕກດ້ວຍລູກປືນແທ້
ເວລາອອກຂ່າວ: 2025-03-21 09:00:04 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1284 | ຄວາມນິຍົມ:
ໃນວັນທີ 14 ມີນາ 2025, ໂຮງຮຽນການທະຫານທ້ອງຖິ່ນທະຫານແຂວງໄຊຍະບູລີ ໄດ້ຈັດຕັ້ງຫັດແອບສັງລວມບົດຮຽນປະ ສານສຽງແຕກຍິງເປົ້າໝາຍຕົວຈິງດ້ວຍລູກປືນແທ້ ໃຫ້ນັກຮຽນບຳລຸງການທະຫານຂັ້ນພື້ນຖານ ລະບົບ 6 ເດືອນ ຊຸດທີ I ສົກຮຽນ 2024-2025, ໂດຍມີ ສະຫາຍ ພັນເອກ ປອ ບຸນຍອງ ດວງດີ ຫົວ ໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັນຊາ, ຄະນະຮັບຜິດຊອບ, ພະນັກງານ ຄູ-ອາ ຈານ ແລະ ນັກຮຽນ ເຂົ້າຮ່ວມ
ເພື່ອເປັນການປະຕິບັດຕາມແຜນອົບຮົມ-ຫັດແອບສັງລວມປະສານສຽງແຕກຂັ້ນໝູ່, ໝວດ ເຊິ່ງລວມມີ 4 ບົດຄື: ໝວດທະ ຫານຮາບເຄື່ອນທັບປະທະກັບສັດຕູ, ໝວດທະຫານຮາບບຸກຕີສັດຕູ, ໝວດທະຫານຮາບຫຼອນຕີສັດຕູ ແລະ ໝວດທະຫານຮາບຈັ້ງທ່າ. ຜ່ານການກວດກາຍິງຕົວຈິງເຫັນວ່າບັນລຸຄາດໝາຍດີສົມຄວນ ເຊິ່ງຜົນສຳເລັດຂອງການເຝິກແອບຮ່ຳຮຽນໃນຄັ້ງນີ້ແມ່ນຄູ-ອາຈານເປັນຜູ້ຖ່າຍທອດວິຊາຄວາມຮູ້ແຕ່ສິ່ງສຳຄັນແມ່ນການຕັດສິນໃຈ ຂອງບັນດານັກ ຮຽນທີ່ເຂົ້າຮັບການອົບຮົມໄດ້ພ້ອມກັນຕັ້ງໜ້າຄົ້ນຄວ້າຮ່ຳຮຽນ ເພື່ອກຳແໜ້ນບົດຮຽນທັງພາກທິດສະດີ, ຫຼັກການ ແລະ ຕັ້ງໜ້າເຝິກແອບໃນພາກປະຕິບັດຕົວຈິງ, ຈຶ່ງເຮັດໃຫ້ການຍິງເປົ້າໝາຍດ້ວຍລູກປືນແທ້ໄດ້ຮັບໝາກຜົນສູງ. ສະຫາຍ ພັນເອກ ປອ ບຸນຍອງ ດວງດີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄູ-ອາຈານ ແລະ ນັກ ຮຽນທີ່ໄດ້ເອົາໃຈໃສ່ຖ່າຍທອດບົດຮຽນ, ສ້າງເນື້ອໃນເອກກະສ້າງກໍລະນີໃຫ້ແກ່ນັກຮຽນແກ້ໄຂຖືກຕາມຫຼັກການສູ້ຮົບ; ສຳ ລັບນັກຮຽນ ໄດ້ເອົາໃຈໃສ່ເຮັດວຽກງານກະກຽມໃນທຸກດ້ານໃນເວລາຈັດຕັ້ງຮ່ຳຮຽນສູ້ຮົບພື້ນຖານ ກໍເຫັນວ່ານັກຮຽນກຳແໜ້ນທິດສະດີ ຫຼັກການແກ້ໄຂກໍລະນີຫັດແອບສູ້ຮົບໄດ້ຢ່າງຄ່ອງແຄ້ວ, ອັນທີ່ສຳຄັນແມ່ນຄູ-ອາຈານຕ້ອງໄດ້ສະຫຼຸບຖອດຖອນບົດຮຽນຜ່ານການຈັດຕັ້ງອົບຮົມ-ຫັດແອບໃນຄັ້ງນີ້ ຊອກໃຫ້ເຫັນດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອນຳໄປປັບປຸງແກ້ໄຂໃນຊຸດຕໍ່ໆໄປໃຫ້ດີກວ່າເກົ່າ.
ໂດຍ: ໄຊຍະສັກ ມະນີວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ