
ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IV ຂອງຄະນະພັກຮາກຖານ ຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ
ເວລາອອກຂ່າວ: 2025-03-20 15:56:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1192 | ຄວາມນິຍົມ:
ໃນວັນທີ 20 ມີນາ 2025 ນີ້, ຄະນະພັກຮາກຖານ ຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ ໄດ້ດໍາເນີນກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IV ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ຄະນະກຳມະການ ປກຊ-ປກສ ສູນກາງ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ, ບັນດາແຂກທີ່ມີຈາກ 4 ກົມໃຫຍ່, ກົມ, ຫ້ອງວ່າການ ກະຊວງປ້ອງກັນປະເທດ, ພະນັກງານປະຕິວັດອາວຸໂສບຳນານ, ກົມໃຫຍ່ການເມືອງ, ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ, ກົມ 502, ກົມ 504 ແລະ ບັນດາສະມາຊິກພັກ ທົ່ວຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ ເຂົ້າຮ່ວມ
ສະຫາຍ ພົນຈັດຕະວາ ຄໍາຜິວ ມະນີວົງ ເລຂາຄະນະພັກຮາກຖານ, ຫົວໜ້າຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ ໄດ້ກ່າວເປີດກອງຊຸມດັ່ງກ່າວ ໂດຍອີງຕາມ ກົດລະບຽບ ຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ທີ່ໄດ້ກຳນົດໄວ້ໃນໝວດທີ VI ມາດຕາ 31 ວ່າດ້ວຍສະໄໝກອງປະຊຸມໃຫຍ່ຄະນະພັກຮາກຖານ, ໜ່ວຍພັກ ແລະ ໜ່ວຍພັກທີ່ຂຶ້ນ ກັບ ຄະນະພັກຮາກຖານ. ອີງຕາມ ມະຕິຕົກລົງ ຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດ ໃຫ້ຄະນະພັກຮາກຖານ ຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ ດໍາເນີນກອງກະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IV. ພ້ອມທັງ, ຜ່ານບົດລາຍງານການເມືອງທັງສອງພາກ ເຊິ່ງໄດ້ຕີລາຄາຄືນຢ່າງພາວະວິໄສ ຕໍ່ໝາກຜົນແຫ່ງການເຄື່ອນໄຫວນຳພາ-ຊີ້ນໍາ ວຽກງານຮອບດ້ານ ຂອງຄະນະພັກຮາກຖານ ໃນໄລຍະ 5 ປີ ຜ່ານມາ, ໂດຍປິ່ນອອ້ມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດ ແລະ 4 ແຜນງານໃຫຍ່ 41 ໂຄງການ ທີ່ຄະນະພັກກະຊວງປ້ອງກັນຄວາມສະຫງົບວາງອອກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ ໃນຊຸມປີຜ່ານມາ ເຮັດໃຫ້ທົ່ວຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ ມີຄວາມສະຫງົບໜັກແໜ້ນ, ສາມາດເປັນເສນາທິການດ້ານວຽກງານການເມືອງໃຫ້ແກ່ຄະນະພັກກະຊວງປ້ອງກັນປະເທດ, ຄະນະກຳມະການ ປກຊ-ປກສ ສູນກາງ, ຄະນະພັກ ຍາມໃດກໍໄດ້ເປັນຄັນທຸງເຕົ້າໂຮມຄວາມສາມັກຄີ, ພາຍໃນພັກ, ຮັກສາ ແລະ ເສີມຂະຫຍາຍໄດ້ແບບແຜນການນໍາພາ, ວິທີເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ ຂອງພັກ, ນໍາພາ-ຊີ້ນໍາໃນການຄົ້ນຄວ້ານິຕິກໍາວຽກງານພັກ-ວຽກງານການເມືອງໃນກອງທັບ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ໃນທົ່ວຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ ດ້ວຍຫຼາຍຮູບການ. ກອງປະຊຸມໄດ້ເປັນເອກະສັນຢ່າງສົມບູນຮັບຮອງເອົາທິດທາງແຜນການ 5 ປີຕໍ່ໜ້າ, ພ້ອມທັງຮັບຟັງການປະກອບຄໍາຄິດເຫັນຈາກຕາງໜ້າພະແນກການທີ່ຂຶ້ນກັບຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ ເຮັດໃຫ້ກອງປະຊຸມມີເນື້ອໃນສົມບູນ. ຈາກນັ້ນ, ໄດ້ດໍາເນີນການປ່ອນບັດຄັດເລືອກເອົາຄະນະພັກຮາກຖານ ຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ ຊຸດໃໝ່ ເຊິ່ງໄດ້ເລືອກເອົາຈໍານວນ 7 ສະຫາຍ ຄື: ສະຫາຍ ພົນຈັດຕະວາ ຄໍາຜິວ ມະນີວົງ, ສະຫາຍ ພົນຈັດຕະວາ ທຸມມາ ພົມມະທໍາ, ສະຫາຍ ພົນຈັດຕະວາ ທອງບຸນ ຂຸນລະພິດ, ສະຫາຍ ພັນເອກ ບົວພັນ ດວງຈໍາປາ, ສະຫາຍ ພັນເອກ ຈິດຖະໜອມ ບຸນເລີດ, ສະຫາຍ ພັນໂທ ບຸນເພັງ ສີວິໄລ, ສະຫາຍ ພັນໂທ ນາງ ແສງສຸລີ ແກ້ວປະເສີດ. ເຊິ່ງກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນຢ່າງສົມບູນ ຄັດເລືອກເອົາເລຂາ, ຮອງເລຂາ, ປະທານຄະນະກວດກາພັກ ຄື: ສະຫາຍ ພົນຈັດຕະວາ ຄໍາຜິວ ມະນີວົງ ເປັນເລຂາຄະນະພັກຮາກຖານ, ສະຫາຍ ພົນຈັດຕະວາ ທຸມມາ ພົມມະທໍາ ເປັນຮອງເລຂາ, ສະຫາຍ ພົນຈັດຕະວາ ທອງບຸນ ຂຸນລະພິດ ເປັນປະທານຄະນະກວດກາພັກ.
ໂອກາດນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ໂອ້ລົມໃຫ້ທິດຊີ້ນໍາຫຼາຍບັນຫາສໍາຄັນ ເພື່ອເປັນແນວທາງ ແລະ ບ່ອນອີງໃຫ້ແກ່ຄະນະພັກຊຸດໃໝ່ ພ້ອມທັງ, ເນັ້ນໜັກໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ມີນໍ້າໃຈຮັກຊາດ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນ, ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນທິດສະດີການເມືອງ, ທິດສະດີ ມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ມູນເຊື້ອ ແລະ ປະຫວັດສາດຂອງພັກ, ຂອງຊາດ, ແນວທາງນະໂຍບາຍຂອງພັກ-ລັດ ໃນແຕ່ລະໄລຍະ ໃນນີ້, ຖືເອົາຄຸນນະພາບເປັນຕົ້ນຕໍ, ເປັນເຈົ້າການຍົກສູງສະຕິເພິ່ງຕົນເອງ, ກຸ້ມຕົນເອງ, ຮູ້ຊອກຄົ້ນ ແລະ ນໍາໃຊ້ທ່າແຮງບົ່ມຊ້ອນທີ່ມີ ເພື່ອສູ້ຊົນປະຕິບັດຄາດໝາຍ, ແຜນການສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ ທີ່ກະຊວງປ້ອງກັນປະເທດວາງອອກ ໃຫ້ປະກົດຜົນເປັນຈິງ, ພ້ອມກັນນັ້ນ, ກໍປະຕິບັດແນວທາງການຕ່າງປະເທດຂອງພັກໃນໄລຍະໃໝ່ ໃຫ້ຖືກຕ້ອງ ແລະ ບັນຫາສໍາຄັນແມ່ນພ້ອມກັນຄົ້ນຄວ້າ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ເກີດໝາກຜົນຕົວຈິງ ເຮັດໃຫ້ຫ້ອງການຄະນະກຳມະ ການ ປກຊ-ປກສ ສູນກາງ ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນເລື້ອຍໆ.
ໂດຍ: ອາຫວຸ້ນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ