ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ພາຍໃຕ້ການນໍາພາຂອງພັກ ກົມໂຄສະນາອົບຮົມ ໄດ້ເອົາໃຈໃສ່ຊຸກຍູ້ ທຸກຂະບວນການຂອງກອງທັບ
ເວລາອອກຂ່າວ: 2025-03-20 15:54:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1131 | ຄວາມນິຍົມ:



ເນື່ຶອງໃນໂອກາດວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ສະຫາຍ ພັນເອກ ປອ ທິມສາວ ດວງຈໍາປາ ກໍາມະການໜ່ວຍພັກ, ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ໃຫ້ທັດສະນະວ່າ: ພັກປະຊາຊົນປະຕິວັດລາວ ແມ່ນກອງນໍາໜ້າທີ່ມີການຈັດຕັ້ງ, ແມ່ນການຈັດຕັ້ງການເມືອງສູງສຸດ ຂອງຊົນຊັ້ນກໍາມະກອນ ແລະ ລະບອບປະຊາທິປະໄຕປະຊາຊົນ, ເປັນຕົວແທນທີ່ຈົງຮັກພັກດີ ຕໍ່ສິດ ແລະ ຜົນປະໂຫຍດຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ ແລະ ຂອງຊາດລາວທັງໝົດ. ພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 22 ມີນາ 1955 ໂດຍແມ່ນປະທານ ໄກສອນ ພົມວິຫານ ປະກາດສ້າງຕັ້ງ, ສຶກສາອົບຮົມ ແລະ ເຝິກຝົນຫຼໍ່ຫຼອມ ໂດຍສືບທອດມາຈາກພັກກອມມູນິດອິນດູຈີນ. ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ, ພັກໄດ້ຍົກສູງບົດບາດນໍາພາກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ດໍາເນີນການຕໍ່ສູ້ກູ້ຊາດຍືດເຍື້ອຍາວນານຫຍຸ້ງຍາກລໍາບາກ, ເດັດດ່ຽວພິລະອາດຫານ ສາມາດຍາດໄດ້ໄຊຊະນະນີ້ ໄປສູ່ໄຊຊະນະໃໝ່, ສາມາດນໍາພາປະກາດຍຶດອໍານາດ, ສ້າງຕັ້ງອໍານາດການປົກຄອງໃໝ່ຂຶ້ນແທນດ້ວຍສັນຕິວິທີ ແບບ “ບົວບໍ່ຊໍ້າ ນໍ້າບໍ່ຂຸ່ນແຕ່ຈັບປາໄດ້ທັງໝົດ”, ສໍາເລັດພາລະກິດປົດປ່ອຍຊາດ, ລຶບລ້າງລະບອບສັກດິນາ, ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ. ນີ້ແມ່ນຜົນງານໄຊຊະນະອັນຍິ່ງໃຫຍ່ຂອງພັກ ໃນພາລະກິດປະຕິວັດປົດປ່ອຍຊາດ, ຍາດເອົາເອກະລາດ, ສິດເສລີພາບມາໃຫ້ປະຊາຊົນລາວ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ພັກໄດ້ນໍາພາປົກປັກຮັກສາໝາກຜົນ ຂອງການປະຕິວັດ, ສືບຕໍ່ຮໍາບາດແຜສົງຄາມ, ປົວແປງຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າດີຂຶ້ນ ດ້ວຍການວາງແນວທາງປ່ຽນແປງໃໝ່ຮອບດ້ານ ຢ່າງມີຫຼັກການຂອງພັກ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ລິເລີ່ມຫັນເສດຖະກິດທໍາມະຊາດ ໄປສູ່ການຜະລິດເປັນສິນຄ້າ, ສ້າງຄວາມເຂັ້ມແຂງໃນການຜະລິດ ແລະ ເປີດປະຕູເຊື່ອມໂຍງກັບສາກົນ ເຮັດໃຫ້ບົດບາດການນໍາພາຂອງພັກ ກໍຄືຊື່ສຽງຂອງປະເທດລາວສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ, ຍ້ອນອຸດົມການ, ບຸນຄຸນຂອງພັກ ສຸດທີ່ສູງສົ່ງ, ຜົນງານ ແລະ ຄຸນງາມຄວາມດີຂອງພັກ ເວລາໃດ ກໍຕິດພັນເຈືອຈານກັບຂະບວນການປະຕິວັດຂອງມະຫາຊົນ, ອີງໃສ່ກໍາລັງແຮງຂອງມະຫາຊົນ ແລະ ໄດ້ຮັບຄວາມເຊື່ອໝັ້ນ, ຍ້ອງຍໍສັນລະເສີນຈາກມະຫາຊົນ ສະແດງອອກໃນການຂຽນ ກາບກອນ, ວັນນະຄະດີ, ເນື້ອຮ້ອງທໍານອງເພງ-ຂັບລໍາ, ປະຫວັດສາດຜົນງານມູນເຊື້ອ, ນັບທັງຄໍາສັນລະເສີນຈາກປະເທດເພື່ອນມິດສາກົນ ແລະ ອື່ນໆ. ພັກປະຊາຊົນປະຕິວັດລາວ ສົມແລ້ວທີ່ເປັນຜູ້ນໍາພາສະຫຼາດສ່ອງໃສ, ທັງເປັນແບບຢ່າງດີເດັ່ນ ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ. ຄຸນງາມຄວາມດີດັ່ງກ່າວ ຍັງຊົງຄຸນຄ່າສັກກາລະບູຊາ ຢູ່ຄູ່ກັບຊາດລາວ, ຄົນລາວຍຸກໃໝ່ຕະຫຼອດໄປ. ສະຫາຍ ພັນເອກ ປອ ພິມສາວ ດວງຈໍາປາ ຍັງໄດ້ໃຫ້ຮູ້ຕື່ມອີກວ່າ: ຍ້ອນເຫັນໄດ້ຄວາມໝາຍສໍາຄັນຂອງວັນປະຫວັດສາດດັ່ງກ່າວ, ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໃນນາມເປັນເສນາທິການດ້ານວຽກງານການເມືອງ-ແນວຄິດ ແລະ ວັດທະນະທໍາ ໄດ້ຮີບຮ້ອນຄົ້ນຄວ້າເຊື່ອມຊຶມຄໍາສັ່ງແນະນໍາ ຂອງຄະນະເລຂາທິການສູນກາງພັກ ກ່ຽວກັບການກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດ ປີ 2025, ພ້ອມທັງເປັນເຈົ້າການຮ່າງບັນດາຂໍ້ຕົກລົງ, ຄໍາສັ່ງແນະນໍາຂອງກະຊວງປ້ອງກັນປະເທດ, ຂອງກົມໃຫຍ່ການເມືອງກອງທັບ ທີ່ກ່ຽວພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 70 ປີ ເພື່ອແຈ້ງເຖິງບັນດາອົງການ, ກົມກອງ, ທ້ອງຖິ່ນ ໃນທົ່ວກອງທັບຮັບຊາບ ແລະ ຈັດຕັ້ງຜັນຂະຫຍາຍປິ່ນອ້ອມໜ້າທີ່ການເມືອງຂອງຕົນ ເຊິ່ງມີຫຼາຍກົມກອງ ໄດ້ສ້າງຂະບວນການວຽກງານກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຂັ້ນຂອງຕົນສໍາເລັດ; ມີ 34 ກົມກອງຈັດຕັ້ງເປີດບັ້ນອົບຮົມການເມືອງສໍາເລັດ; ມີ 5 ກົມກອງເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ສົມທົບກັບພາກສ່ວນກ່ຽວຂ້ອງ ເປີດເຝິກອົບຮົມວິຊາຄູຊັ້ນປະຖົມສຶກສາ ໃຫ້ພະນັກງານ-ນັກຮົບໄປຊ່ວຍສິດສອນ ຢູ່ເຂດຫ່າງໄກສອກຫຼີກ ຊຸດທີ 1 ສໍາເລັດຢ່າງຈົບງາມ. ນອກນີ້, ຍັງໄດ້ເປັນເຈົ້າການຮ່າງແຜນການ, ຂໍ້ຕົກລົງ ແລະ ຈັດຕັ້ງສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີສໍາເລັດ; ກະກຽມຄວາມພ້ອມຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງ ພັກປະຊາຊົນລາວປະຕິວັດລາວ ຄົບຮອບ 70 ປີ; ຮ່າງບົດສໍາພາດ ໃຫ້ການນໍາກະຊວງປ້ອງກັນປະເທດ, ຄະນະນໍາກົມໃຫຍ່, ບັນດາກົມ, ຫ້ອງການທີ່ກ່ຽວຂ້ອງ ແລະ ຮ່າງແຜນການ, ຂໍ້ຕົກລົງເຜີຍແຜ່ຜົນສໍາເລັດ ການເປັນປະທານກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ສໍາເລັດຕາມແຜນການວາງໄວ້. ພ້ອມນີ້, ຍັງໄດ້ເປັນເຈົ້າການເຄື່ອນໄຫວຕິດຕາມ, ຊຸກຍູ້ວຽກງານສ້າງນັກຮົບ ແລະ ກົມກອງວັດທະນະທໍາເປັນປົກກະຕິ. ປັດຈຸບັນ, ທົ່ວກອງທັບມີ 138 ກົມກອງເປົ້າໝາຍ ທີ່ມີເງື່ອນໄຂສ້າງເປັນກົມກອງວັດທະນະທໍາ ໃນນີ້, ມີ 36 ກົມກອງໄດ້ຢັ້ງຢືນຮັບຮອງເປັນກອງວັດທະນະທໍາ; ສືບຕໍ່ຊຸກຍູ້ 43 ກົມກອງ ທີ່ມີທ່າຂະຫຍາຍຕົວດີ ເພື່ອຢັ້ງຢືນຮັບຮອງໃນຕໍ່ໜ້າ. ສົມທົບກັນສ້າງແຜນການແຂ່ງຂັນສິລະປະ-ວັນນະຄະດີ ທົ່ວກອງທັບ ຕາມເຂດທີ່ກະຊວງກໍານົດ, ຈັດຕັ້ງຄົ້ນຄວ້າອອກແບບ ແລະ ຕິດຕັ້ງປ້າຍໂຄສະນາມູນເຊື້ອ, ປ້າຍພິທີສະເຫຼີມສະຫຼອງ, ປະດັບປະດາທຸງທິວ, ທຸງຢ່ອນ ຕາມຈຸດຕ່າງໆ; ພ້ອມທັງສ້າງແຜນ ແລະ ເຄື່ອນໄຫວສາຍຮູບເງົາເຄື່ອນໄຫວຮັບໃຊ້ບັນດາກົມກອງ ແລະ ພື້ນຖານໝູ່ບ້ານປະຊາຊົນເຂດອ້ອມຂ້າງກະຊວງ ແລະ ເຂດຫ່າງໄກສອດຫຼີກ. ສົມພົບກັບບັນດາກົມກອງສື່ມວນຊົນ ໄດ້ເຄື່ອນໄຫວເກັບກໍາຂໍ້ມູນ ເພື່ອຊຸກຍູ້ວຽກງານຂ່າວສານ, ຂະບວນການສ້າງຜົນງານຂອງກົມກອງ, ທ້ອງຖິ່ນ, ຈັດຕັ້ງສໍາພາດການນໍາພັກ-ລັດ, ພະນັກງານປະຕິວັດອາວຸໂສ, ວີລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ແລະ ການນໍາກະຊວງ, ຄະນະນໍາກົມໃຫຍ່, ຄະນະພັກ, ຄະນະບັນຊາກົມກອງ, ທ້ອງຖິ່ນ ແລະ ຈັດວາງສະແດງຮູບພາບມູນເຊື້ອປິ່ນອ້ອມ 3 ວັນປະຫວັດສາດ ສໍາເລັດຕາມແຜນການວາງໄວ້. ຕໍ່ວຽກງານປັບປຸງກໍ່ສ້າງພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນໄລຍະຜ່ານມາ, ໄດ້ຖືເອົາຄຸນນະພາບເປັນຫຼັກ, ຖືກຕ້ອງຕາມ 5 ຫຼັກການ, 3 ທິດນໍາ ກໍຄືຄໍາສັ່ງແນະນໍາ ຂອງຄະນະພັກຂັ້ນເທິງ ໂດຍຕິດພັນກັບການສ້າງກອງປອດໃສ ປອດໄພ ປອດຄະດີ ແລະ ສ້າງນັກວັດທະນະທໍາ-ກົມກອງວັດທະນະທໍາ. ກ່ອນອື່ນ ໄດ້ເປັນເຈົ້າການສ້າງ ແລະ ເຜີຍແຜ່ຕົກລົງເອກະພາບ ຕໍ່ແຜນການວຽກງານກໍ່ສ້າງພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ພະນັກງານ, ສະມາຊິກພັກ, ນັກຮົບທຸກຄົນເຂົ້າໃຈຈຸດປະສົງ-ຄາດໝາຍ ແລະ ມາດຖານເງື່ອນຂອງໜ່ວຍພັກ, ສະມາຊິກພັກ ແລະ ມອບໝາຍໜ້າທີ່ ເພື່ອຕິດຕາມຊຸກຍູ້. ວຽກງານປັບປຸງພັກ: ໄດ້ສົມທົບກັບການດໍາເນີນຊີວິດການເມືອງພາຍໃນຈຸພັກ, ໜ່ວຍພັກ ເພື່ອຕີລາຄາໝາກຜົນການນໍາພາ ແລະ ຕິຊົມກໍ່ສ້າງຊ່ວຍເຫຼືອກັນ, ປະຕິບັດລະບອບເສຍເງິນສະຕິພັກ ເປັນສະຕິຄວາມຮັບຜິດຊອບຂອງພະນັກງານ, ສະມາຊິກພັກ, ເປັນມາດຖານຄຸນນະພາບການນໍາພາ-ບັນຊາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ ໃນການນໍາພາຈັດຕັ້ງຜັນຂະຫຍາຍ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອກ, ມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງະນະພັກກົມໃຫຍ່ການເມືອງກອງທັບ ແລະ ທິດທາງແຜນການນໍາພາ ກໍຄືມະຕິ ຂອງໜ່ວຍພັກ ກົມໂຄສະນາອົບຮົມວາງອອກ. ປັດຈຸບັນ, ໜ່ວຍພັກ ກົມໂຄສະນາອົບຮົມ ມີຄະນະໜ່ວຍ 5 ສະຫາຍ, ມີສະມາຊິກພັກທັງໝົດ 38 ສະຫາຍ, ຍິງ 6 ສະຫາຍ ໃນນີ້, ສະມາຊິກພັກສໍາຮອງ 1 ສະຫາຍ, ຈັດຕັ້ງເປັນ 7 ຈຸພັກ, ຜ່ານສູ້ຊົນເຄື່ອນໄຫວນໍາພາວຽກງານໄລຍະຜ່ານມາ ໄດ້ຮັບນາມມະຍົດໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 5 ສະໄໝຕິດຕໍ່ກັນ, ສະມາຊິກພັກແຂງ 35 ສະຫາຍ, ກາງ 2 ສະຫາຍ, ບໍ່ໄດ້ຈັດປະເພດ 1 ສະຫາຍ (ພັກປິ່ນປົວຍາວນານ); ຜົນງານທີ່ສ້າງມານັ້ນ, ໄດ້ປະກອບສ່ວນສໍາຄັນເຂົ້າໃນການປັປຸງ, ກໍ່ສ້າງພັກ, ກໍ່ສ້າງກົມກອງ ເຕີບໃຫຍ່ເຂັ້ມແຂງ, ໜັກແໜ້ນ ຢ່າງບໍ່ຢຸດຢັ້ງ. ບັນດາຜົນງານ, ດ້ານຕັ້ງໜ້າທີ່ກົມໂຄສະນາອົບຮົມສ້າງມານັ້ນ ແມ່ນໝາກຜົນລວມຍອດກໍາລັງແຮງແຫ່ງຄວາມສາມັກຄີເປັນປຶກແຜ່ນໃຕ້ການນໍາພາຂອງພັກ, ແມ່ນເຫື່ອແຮງສະຕິປັນຍາທີ່ປະດິດສ້າງ ໃນການນໍາພາເປັນໝູ່ຄະນະ, ທ້ອນໂຮມບັນດາບົດຮຽນອັນຄໍ້າຄ່າແຫ່ງການນໍາພາຂອງພັກ, ພ້ອມທັງປະກອບສ່ວນຕ້ານ ແລະ ສະກັດກັ້ນການໂຄສະນາບິດເບືອນຄວາມຈິງ ແລະ ໃສ່ຮ້າຍປ້າຍສີແນວທາງນະໂຍບາຍຂອງພັກ ກໍຄືການນໍາພັກ-ລັດ ຂອງບັນດາອິດທິການລັງປໍລະປັກ ແລະ ພວກຄົນບໍ່ດີ ໃຫ້ປະລາໄຊລົງ. ຜົນງານດັ່ງກ່າວນີ້, ຈະປະກອບສ່ວນສໍາຄັນເຂົ້າໃນຂະບວນການວຽກງານ ຂອງທົ່ວປວງຊົນທັງຊາດ ເພື່ອປະດັບເອ້ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ແລະ ວັນປະຫວັດສໍາຄັນຂອງຊາດ ທີ່ຈະມາເຖິງນີ້. ໂອກາດນີ້, ຂ້າພະເຈົ້າ ຕາງໜ້າໃຫ້ຄະນະ ແລະ ພະນັກງານ-ນັກຮົບ ກົມໂຄສະນາອົບຮົມ ຂໍອວຍພອນໄຊອັນປະເສີດ ໃຫ້ແກ່ບັນດາການນໍາພັກ-ລັດ, ຄະນະນໍາກະຊວງປ້ອງປະເທດ, ພະນັກງານອາວຸໂສບໍານານ, ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ແລະ ພະນັກງານສະມາຊິກພັກ-ນັກຮົບ ໃນທົ່ວກອງທັບປະຊາຊົນລາວ ຈົ່ງມີພະລາໄມທີ່ສົມບູນ ມີຄວາມຜາສຸກທຸກປະການ, ມີຜົນສໍາເລັດໃນໜ້າທີ່ວຽກງານ ຢ່າງຈົບງາມ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ