ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ຫົວໜ້າ​ການ​ທະຫານ ກອງ​ວິທະຍຸ​ກະຈາຍສຽງ​ກອງທັບ ເຄື່ອນ​ໄຫວ​ຊຸກຍູ້​ວຽກ​ງານ​ຂ່າວສານ ຢູ່​ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ
ເວລາອອກຂ່າວ: 2025-03-20 09:10:55 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1114 | ຄວາມນິຍົມ:



ໃນ​ລະຫວ່າງ​ວັນ​ທີ 17-19 ມີນາ 2025 ສະຫາຍ ພັນ​ເອກ ໝູ​ມາດ ອຸ່ນໃຈ​ດີ ຫົວໜ້າ​ການ​ທະຫານ ກອງ​ວິທະຍຸ​ກະຈາຍສຽງ​ກອງທັບ ພ້ອມ​ດ້ວຍ​ພະນັກ ງານ​ວິຊາ​ການ​ວິທະຍຸ ແລະ ໜັງສືພິມ​ກອງທັບ ໄດ້​ເຄື່ອນ​ໄຫວ​ເກັບ​ກຳ​ຂ່າວ-ບົດ ແລະ ຊຸກຍູ້​ວຽກ​ງານ​ໂຄສະນາ​ຂ່າວສານ ຢູ່​ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ, ໂດຍ​ມີ ສະຫາຍ ພັນ​ເອກ ຕຸ້ຍ ພົມ​ມີ​ໄຊ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ ທະຫານ​ແຂວງ​ອຸດົມ​ໄຊ ພ້ອມ​ດ້ວຍ​ຄະນະ ໃຫ້ການ​ຕ້ອນຮັບ. ຈຸດປະສົງ​ໃນ​ການ​ລົງ​ເຄື່ອນ​ໄຫວ​ເກັບ​ກຳ​ຂ່າວ-ບົດ​ໃນ​ຄັ້ງ​ນີ້, ເພື່ອ​ຊຸກຍູ້​ຂະ​ບວນ​ການ​ສ້າງ​ຜົນງານ​ຂ່ຳນັບ​ຮັບ​ຕ້ອນ 3 ວັນ​ປະຫວັດສາດ​ຂອງ​ພັກ, ຂອງ​ຊາດ ໃນ​ປີ 2025 ເວົ້າ​ສະເພາະ​ແມ່ນ​ວັນ​ສ້າງ​ພັກ ປະຊາຊົນ ປະຕິວັດ​ລາວ ຄົບຮອບ 70 ປີ ໃຫ້​ມີ​ຂະ​ບວນ​ການ​ຟົດຟື້ນ ແລະ ມີ​ເນື້ອ​ໃນ​ສຳຄັນ​ເລິກເຊິ່ງ, ໂດຍ​ຕິດ​ພັນ​ກັບ​ການ​ຈັດ​​ຕັ້ງ​ປະຕິບັດ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ເພື່ອ​ນຳ​ເອົາ​ຜົນງານ, ຂະ​ບວນ​ການ​ອັນ​ພົ້ນ​ເດັ່ນ​ດ້ານ​ຕ່າງໆ ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ ແລະ ບັນດາ​ກົມ​ກອງ​ຂຶ້ນ​ກັບ​ຈຳນວນ​ໜຶ່ງ ຂຽນ​ເປັນ​ຂ່າວ, ບົດ, ເພື່ອ​ໂຄສະນາ​ອອກ​ອາກາດ​ທາງ​ສະຖານີ, ສື່​ອອນ​ລາຍ ວິທະຍຸ ແລະ ໜັງສືພິມ​ກອງທັບ ໃຫ້​ມີ​ບັນ​ຍາດ​ຟົດ​ຟຶ້ນ ກວ້າງຂວາງ ແລະ ເລິກເຊິ່ງ. ນອກ​ນີ້, ຍັງ​ຈະ​ໄດ້​ເຄື່ອນ​ໄຫວ​ເກັບ​ກຳ​ຂ່າວ, ບົດ ຂະ​ບວນ​ການ​ດ້ານ​ຕ່າງໆ ຢູ່​ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ ແລະ ກອງ​ພົນ​ທີ 3 ລວມ​ທັງ​ບັນດາ​ກົມ​ກອງ​ຂຶ້ນ​ກັບ​ຈຳນວນ​ໜຶ່ງ ຕື່ມ​ອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ