
ປັບປຸງການຈັດຕັ້ງຂັ້ນ ກອງຮ້ອຍ ຢູ່ກອງພັນ 364 ກອງພົນທີ 3
ເວລາອອກຂ່າວ: 2025-03-20 09:08:27 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1037 | ຄວາມນິຍົມ:
ໃນວັນທີ 13 ມີນາ 2025, ຢູ່ທີ່ສະໂມສອນກອງພັນ 364 ກອງພົນທີ 3 ໄດ້ປະກາດການປັບປຸງການຈັດຕັ້ງຂັ້ນກອງຮ້ອຍ ທີ່ຂຶ້ນກັບກອງພັນ 364, ໂດຍເປັນປະທານຂອງ ສະຫາຍ ພັນເອກ ຈອມໄຈ ໄຊພະວົງ ຮອງຫົວໜ້າຫ້ອງການເມືອງ ກອງພົນທີ 3, ມີ ສະຫາຍ ພັນໂທ ວົງແກ້ວ ຕ່າງພູລອຍ ຫົວໜ້າການເມືອງ ກອງພັນ 364, ມີຄະນະພັກ-ຄະນະບັນຊາ ພະແນກການທີ່ກ່ຽວຂ້ອງ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນຕີ ສົມພອນ ແສງເມືອງ ຮອງຫົວໜ້າພະແນກພະນັກງານ ກອງພົນທີ 3 ໄດ້ຜ່ານຂໍ້ຕົກລົງຂອງກອງພົນທີ 3 ວ່າດ້ວຍການສັ່ງຖອດ ແລະ ແຕ່ງຕັ້ງຫົວໜ້າການເມືອງກອງຮ້ອຍ 2, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ວ່າດ້ວຍການແຕ່ງຕັ້ງຍົກຍ້າຍນາຍທະຫານ. ໃນນີ້, ກອງພົນທີ 3 ຕົກລົງສັ່ງຖອດ ສະຫາຍ ພັນຕີ ດາວຄຳ ແກ້ວພົງພັນ ຫົວໜ້າການເມືອງ ກອງຮ້ອຍ 2 ກອງພັນ 364 ໄປເປັນຮອງຫົວໜ້າການເມືອງກອງປະຕີບັດງານ 203, ແຕ່ງຕັ້ງ ສະຫາຍ ຮ້ອຍເອກ ພອນໄຊແຕນ ຄຳປະເສີດ ຮອງຫົວໜ້າການ ເມືອງກອງປະຕີບັດງານ 203 ມາເປັນຫົວໜ້າການເມືອງກອງຮ້ອຍ 2 ກອງພັນ 364.
ສະຫາຍ ພັນເອກ ຈອມໄຈ ໄຊພະວົງ ໄດ້ຮຽກຮອງໃຫ້ຜູ້ທີ່ຖືກສັບຊ້ອນຮັບໜ້າທີ່ໃໝ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ເຮັດວຽກເປັນໝູ່ຄະນະ, ປະຕິບັດຫຼັກການລວມສູນປະ ຊາທິປະໄຕ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ເຮັດສຳເລັດໜ້າທີ່ ທີ່ພັກລັດຂັ້ນເທິງມອບໝາຍໃຫ້, ຊີ້ນຳ-ບັນຊາກົມກອງໃຫ້ມີຄວາມເຂັ້ມແຂງຂຶ້ນເທື່ອລະກ້າວ.
ໂດຍ: ສົມຈິດ ແສງປັນຍາ
ພາບ: ຄຳພູຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ