
ບໍລິສັດ ທິບພະລັງສີ ມອບເງິນຊ່ວຍເຫຼືອ ກອງພັນທີ 4 ສ້າງຫໍຂ່າວຫຼັງໃໝ່
ເວລາອອກຂ່າວ: 2025-03-20 09:07:16 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 906 | ຄວາມນິຍົມ:
ວັນທີ 6 ມີນາ 2025, ບໍລິສັດ ທິບພະລັງສີ ໄດ້ມອບເງິນຈຳນວນ 10.000.000 ກີບ ຊ່ວຍເຫຼືອກອງ ພັນທີ 4 ໂຮງຮຽນກໍ່ສ້າງນາຍ ສິບເລກ 2 ວຽງໄຊ ເພື່ອປະ ກອບສ່ວນເຂົ້າໃນການກໍ່ສ້າງຫໍ ຂ່າວຫຼັງໃໝ່, ຕາງໜ້າກ່າວມອບຂອງ ສະຫາຍ ປອ ອຳນວຍ ເຮືອງ ວົງສາ ເຈົ້າເມືອງ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ແລະ ສະຫາຍ ເສກສັນ ຈັນທະສັກ ຮ້ານອຸດົມຊັບ ວັດສະດຸ ກໍ່ສ້າງ ໄດ້ ມອບເຄື່ອງກິລາ ຈຳນວນ 12 ຊຸດມູນຄ່າ 1.500.000 ກີບ ໃຫ້ກອງ ພັນທີ 4; ໂດຍການຕາງໜ້າກ່າວຮັບຂອງ ສະຫາຍ ພັນໂທ ສົມພອນ ສິລິກຸນ ຫົວໜ້າການທະຫານ ກອງພັນທີ 4 ພ້ອມດ້ວຍຄະນະ.
ສະຫາຍ ພັນໂທ ສົມພອນ ສິລິກຸນ ໄດ້ສະແດງຄວາມຂອບ ໃຈຕໍ່ທັງ 2 ພາກສ່ວນ ທີ່ເຫັນໄດ້ຄວາມສຳຄັນ ແລະ ຈຳເປັນຂອງກົມກອງ ໄດ້ປະກອບສ່ວນເຂົ້າໃນການປັບປຸງ, ບູລະນະ, ກໍ່ສ້າງກົມກອງ ໃຫ້ມີໃບໜ້າອັນໃໝ່; ປັດຈຸ
ບັນກົມກອງ ໄດ້ອອກແຮງແຂ່ງ ຂັນກັນສ້າງຜົນງານ, ສ້າງຂະບວນການຂ່ຳນັບຮັບຕ້ອນວັນສຳ ຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ເວົ້າລວມ, ເວົ້າສະເພາະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ, ວັນແມ່ຍິງສາກົນ ຄົບຮອບ 115 ປີ ແລະ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນຢ່າງຕໍ່ເນື່ອງ.
ໂດຍ: ຄຳແປງ ຟອງສາຍໄໝ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ